ບໍລິສັດ Netflix ໄດ້ລຶບຮູບເງົາທີ່ມີເນື້ອໃນລະເມີດສິດອະທິປະໄຕຜືນແຜ່ນດິນຂອງຫວຽດນາມ

16:39 | 10/07/2021

ຍສໝ - ຂໍ້ມູນດັ່ງກ່າວນີ້ ໂດຍກົມກະຈາຍສຽງ, ໂທລະພາບ ແລະ ຂໍ້ມູນຂ່າວສານເອເລັກໂຕນິກ ໄດ້ແຈ້ງໃນວັນທີ 1 ກໍລະກົດ ຜ່ານທາງເວັບໄຊທ໌ abei.gov.vn.

ຫວຽດ​ນາມ​ມີ​ພະ​ຍານຫຼັກ​ຖານ​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ຢູ່​ເຂດ​ທະ​ເລ​ໝູ່​ເກາະ ຮ​ວ່າງ​ຊາ ແລະ ເຈື່ອງ​ຊາ ຫວຽດ​ນາມ​ມີ​ພະ​ຍານຫຼັກ​ຖານ​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ຢູ່​ເຂດ​ທະ​ເລ​ໝູ່​ເກາະ ຮ​ວ່າງ​ຊາ ແລະ ເຈື່ອງ​ຊາ
ພັກ, ລັດ ຫວຽດນາມ ຖືເປັນສໍາຄັນພິເສດເຖິງບັນຫາຊາຍແດນຜືນແຜ່ນດິນ ພັກ, ລັດ ຫວຽດນາມ ຖືເປັນສໍາຄັນພິເສດເຖິງບັນຫາຊາຍແດນຜືນແຜ່ນດິນ

ຕາມ ກົ​ມ​ກະ​ຈາຍ​ສຽງ, ໂທລະພາບ ແລະ ຂໍ້​ມູ​ນ​ຂ່າວສານ​ເອ​ເລັກ​ໂຕ​ນິກ ແລ້ວ, ໃນວັນທີ 25 ມິຖຸນາ ອົງການນີ້ໄດ້ຄົ້ນພົບຮູບພາບທີ່ບໍ່ຖືກຕ້ອງກ່ຽວກັບອະທິປະໄຕທະເລ ແລະ ໝູ່ເກາະຂອງຫວຽດນາມ ທີ່ປະກົດຢູ່ໃນຮູບເງົາໂທລະພາບ "Pine Gap" ມີ 6 ພາກ ເຊິ່ງ​ໄດ້ສະໜອງໃນການບໍລິການຂອງບໍລິສັດ Netflix ຢູ່ຫວຽດນາມ.

ບໍລິສັດ Netflix ໄດ້ລຶບຮູບເງົາທີ່ມີເນື້ອໃນລະເມີດສິດອະທິປະໄຕຜືນແຜ່ນດິນຂອງຫວຽດນາມ
ບໍລິສັດ Netflix ໄດ້ລຶບຮູບເງົາທີ່ມີເນື້ອໃນລະເມີດສິດອະທິປະໄຕຜືນແຜ່ນດິນຂອງຫວຽດນາມ. (ພາບປະກອບ)

ກົ​ມ​ກະ​ຈາຍ​ສຽງ, ໂທລະພາບ ແລະ ຂໍ້​ມູ​ນ​ຂ່າວສານ​ເອ​ເລັກ​ໂຕ​ນິກ ຊີ້​ແຈ້ງວ່າ ​ເລື່ອງບໍລິສັດ Netflix ​ປະໃຫ້ປະກົດ​ມີຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງກ່ຽວກັບອະທິປະໄຕຂອງຫວຽດນາມໃນພາກ​ທີ 2 ແລະ 3 ຂອງຮູບເງົາ "Pine Gap" ໄດ້ລະເມີດບັນດາຂໍ້ກຳນົດຂອງກົດໝາຍຫວຽດນາມຢ່າງຮ້າຍແຮງ.

ຕາມນັ້ນແລ້ວ, ໃນຂໍ້ 3 ແລະ 4, ມາດຕາ 9 ຂອງກົດໝາຍວ່າດ້ວຍສື່ມວນຊົນ ຫ້າມບໍ່​ໃຫ້ສະໜອງເນື້ອໃນທີ່ກະ​ຕຸ້ນປຸກລຸກເກີດສົງຄາມ, ລະເມີດສິດອະທິປະໄຕ ແລະ ຜືນແຜ່ນດິນ​ອັນ​ຄົບ​ຖ້ວນຂອງຫວຽດນາມ; ບິດເບືອນປະຫວັດສາດ; ປະຕິເສດບັນດາຜົນ​ສຳ​ເລັດ​ຂອງການປະຕິວັດ; ແຕະຕ້ອງ​ເຖິງປະເທດຊາດ, ວິລະຊົນຂອງຊາດ...

ກົ​ມ​ກະ​ຈາຍ​ສຽງ, ໂທລະພາບ ແລະ ຂໍ້​ມູ​ນ​ຂ່າວສານ​ເອ​ເລັກ​ໂຕ​ນິກ ໃຫ້​ຂໍ້​ສັງ​ເກດວ່າ: ກ່ຽວກັບທາງດ້ານສັງຄົມ, ການລະເມີດຂອງ Netflix ​ໄດ້ເຮັດໃຫ້ເກີດ​ຜົນ​ກະ​ທົບເຖິງຄວາມຮູ້ສຶກທາງໃຈ ແລະ ກໍ່ຄວາມ​ຄຽດແຄ້ນ​ສຳ​ລັບທົ່ວປວງຊົນຫວຽດນາມ.

ນີ້ແມ່ນຄັ້ງທີ 3 ຕິດຕໍ່ກັນໃນ 12 ເດືອນຜ່ານມາທີ່ບໍລິສັດ Netflix ຖືກພົບເຫັນການສະໜອງຮູບເງົາ ແລະ ລາຍການໂທລະພາບ​ທີ່​ມີເນື້ອໃນລະເມີດອະທິປະໄຕຜືນ​ແຜ່ນ​ດິນຂອງຫວຽດນາມ ໃນການສະໜອງບໍລິການໃຫ້ແກ່ຜູ້ຊົມໃຊ້ຢູ່ຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.