ອາ​ຊຽນ ຢັ້ງ​ຢືນ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອ​ກ​ໂດຍ​ສັນ​ຕິ​ວິ​ທີ ບົນ​ກົດ​ໝາຍ​ກົດ​ໝາຍ​ສາ​ກົນ

06:00 | 07/08/2021

ຍ​ສ​ໝ - ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 54 (AMM-54) ແບບ​ທາງ​ໄກ ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ, ໃນ​ນັ້ນ​ໄດ້​ເຕື້ອງ​ເຖິງ​ສະ​ພາບ​ການ​ທະ​ເລ​ຕາ​ເວັນ​ອອກ.

ບົດ​ຂຽນ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ສະ​ແດງ​ໃຫ້​ເຫັນ​ການ​ຕັດ​ສິນ​ອັນ​ຖືກ​ຕ້ອງ​ກ່ຽວ​ກັບ​ເສັ້ນ​ທາງ​ພັດ​ທະ​ນາ​ຂອງ ຫວຽດ​ນາມ ບົດ​ຂຽນ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ສະ​ແດງ​ໃຫ້​ເຫັນ​ການ​ຕັດ​ສິນ​ອັນ​ຖືກ​ຕ້ອງ​ກ່ຽວ​ກັບ​ເສັ້ນ​ທາງ​ພັດ​ທະ​ນາ​ຂອງ ຫວຽດ​ນາມ
ຫວຽດ​ນາມ​ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ທະ​ເລ ແລະ ມະ​ຫາ​ສະ​ໝຸດ​ແບບ​ຍືນ​ຍົງ ຫວຽດ​ນາມ​ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ທະ​ເລ ແລະ ມະ​ຫາ​ສະ​ໝຸດ​ແບບ​ຍືນ​ຍົງ
ອາ​ຊຽນ ຢັ້ງ​ຢືນ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອ​ກ​ໂດຍ​ສັນ​ຕິ​ວິ​ທີ ບົນ​ກົດ​ໝາຍ​ກົດ​ໝາຍ​ສາ​ກົນ
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 54 (AMM-54) ແບບ​ທາງ​ໄກ (ພາບ: TTXVN)

ກອງ​ປະ​ຊຸມ​ໄດ້​ຢັ້ງ​ຢືນ​ຄືນເຖິງ​ຄວາມ​ຈຳ​ເປັນ​ໃນ​ການ​ເພີ່​ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ເຊື່ອ​ໝັ້ນເຊິ່ງ​ກັນ​ແລະ​ກັນ, ອົດ​ກັ້ນ​ດຳ​ເນີນ​ບັນ​ດາ​ການ​ກະ​ທຳ​ທີ່​ອາດ​ຈະ​ເຮັດ​ໃຫ້​ການ​ແກ້ງ​ແຍ່ງ​ສັບ​ສົນ​ ຫຼື ປິນ​ຂັ້ນ​ໄດຂຶ້ນ​ຕື່ມ ດ້ວຍ​ຕົນ​ເອງ, ພ້ອມ​ທັງຫຼີກ​ລ້ຽງ​ບັນ​ດາ​ການ​ກະ​ທຳ​ທີ່​ອາດ​ຈະ​ເຮັດ​ໃຫ້​ສ​ະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ.

ກອງ​ປະ​ຊຸບ​ສືບ​ຕໍ່​ຢັ້ງ​ຢືນ​ຄວາມ​ຕ້ອງ​ການເດີນ​ຕາມ​​ວິ​ທີ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ, ສ​ອດ​ຄ່ອງ​ກັບ​ບັນ​ດາຫຼັກ​ການ​ກົດ​ໝາຍ​ສາ​ກົນ ທີ່​ໄດ້​ຮັບ​ຮອງ​ເອົາ​ໃນ​ວົງ​ກ້​ວາງ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ສ​ປ​ຊ ກ່ຽວ​ກັບ ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ປີ 1982.

ກອງປະ​ຊຸມ ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນຂອງເລື່ອງ​ບັນ​ດາ​ຝ່າຍ​ຂັດ​ແຍ້ງ​ກັນ ແລະ ທຸກ​ປະ​ເທດ​​ທີ່​ບໍ່​ຫັນ​ເປັນ​ການທະ​ຫານ ແລະ ຈົ່ງ​ອົດ​ກັ້ນ​ດຳ​ເນີນ​ທຸກ​ການ​ກະ​ທຳດ້ວຍ​ຕົນ​ເອງ, ໃນ​ນັ້ນ​ມີ ບັນ​ດາ​ການ​ເຄື່ອນ​ໄຫວ​ເຕື້ອງ​ເຖິງ​ຖະ​ແຫຼງ​ການ ກ່ຽວ​ກັບ​ການ​ການ​ປະ​ພຶດ​ຂອງບັນ​ດາ​ຝ່າຍ ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ປິ 2002, ເພື່ອ​ແນ​ໃສ່ຫຼີກ​ລ້ຽງ​ເລື່ອງ​ທີ່​ຈະເຮັດ​ໃຫ້​ສ​ະ​ພາບ​ການ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ​ສັບ​ສົນ ແລະ ປິນ​ຂັ້ນ​ໄດຕື່ມອີກ.

ກອງ​ປະ​ຊຸມ​ໄດ້​ຢັ້ງ​ຢືນ​ຄືນ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ ແລະ ຊຸກ​ຍູ້​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ສະ​ຖຽນ​ລະ​ພາບ, ຄ​ວາມ​ປອດ​ໄພ ແລະ ຄວາມ​ເສ​ລີໃນ​ການ​ເດີນ​ເຮືອ ແລະ ການ​ບິນຢູ່​ທະ​ເລ​ຕາ​ເວັນ​ອອກ, ພ້ອມ​ທັງ​ເນັ້ນ​ໜັ້ກ​ເຖິງ​ຄວາມ​ສຳ​ຄັນຂອງ​ການ​ປະ​ຕິ​ບັດ DOC ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ.

ກອງ​ປະ​ຊຸມ​ໄດ້ຊົມເຊີຍ​ການ​ພົວ​ພັນ​ຮ່ວມ​ມື​ທີ່ໄດ້​ຮັບ​ການ​ປັບ​ປຸງ​ລະ​ຫວ່າງ ອາ​ຊຽນ ແລະ ຈີນ ຢ່າງ​ບໍ່​ຢຸດ​ຢັ້ງ, ກໍ່​ຄື​ບັນ​ດາ​ຄວາມ​ກ້າວ​ໜ້າທີ່​ບັນລຸໄດ້​ໃນ​ບັ້ນໃນ​ບັນ​ດາ​ການ​ເຈ​ລະ​ຈາ​ແທດ​ຈິງ ເພື່ອ​ແນ​ໃສ່ສ້າງ​ສຳ​ເລັດ​ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ທີ່ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ, ສອດ​ຄ​່ອງ​ກັບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ UNCLOS ປິ 1982, ໃນກອບ​ໄລ​ຍະ​ເວ​ລາ ທີ່​​ສອງ​ຝ່າຍ​ເອ​ກະ​ພາບ​ກັນ.

ກອງ​ປະ​ຊຸມ​ໄດ້​ຊົມ​ເຊີຍ​ເລື່ອງເຊື່ອມ​ຕໍ່​ບັນ​ດາ​ບັ​້​ນ​ເຈ​ລະ​ຈາ​ກ່ຽວ​ກັບ​ແຜນ​ຮ່າງ​ເຈ​ລະ​ຈາ COC ອັນ​ໜຶ່ງ​ດຽວ, ດ້ວຍ ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ແມ່ນ​ຂໍ້​ຕົກ​ລົງ​ຊົ່ວ​ຄາວ​ກ່ຽວ​ກັບ​ພາກ​ເປີດ​ສາກ​ຂອງ​ຂໍ້​ຕົກ​ລົງ​ພາຍ​ຫຼັງ​ໄລ​ຍະ​ໜຶ່ງ​ທີ່​ຖືກ​ຢຸດ​ສະ​ງັກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19.

ກອງ​ປ​ະ​ຊຸມ​ກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ໃນ​ການ​​ຮັກ​ສາ ແລະ ຊຸກ​ຍູ້​ສະ​ພາບ​ແວ​ດ​ລ້ອມ​ທີ່​ມີ​ຜົນ​ປະ​ໂຫຍດ​ໃຫ້​ແກ່ບ​ັນ​ດາ​ບັ້ນ​ເຈ​ລະ​ຈາ COC ແລະ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ມາດ​ຕະການ​ທີ່​ແທດ​ຈິງ ​ທີ່ອາດ​ຈະ​ເຮັດ​ໃຫ້​ຄວາມ​ເຄ​ັ່ງ​ຕຶງ ແລະ ຄວາມ​ສ່ຽງ​ເກີດ​ອຸ​ບັດ​ຕິ​ເຫດ, ຄວາມ​ເຂົ້າ​ໃຈ​ ແລະ ການ​ຄິດ​ໄລ່​ຜິດ ຫຼຸດ​ລົງ.

ກອງ​ປະ​ຊຸມ​ໄດ້​ເນັ້ນ​ໜັ້ກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ປະ​ຕິ​ບັດດ​ບັນ​ດາ​ມາດ​ຕະ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ປ້​ອງ​ກັນ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ບັນ​ດາ​ຝ່າຍ, ພ້ອມ​ທັງ​ຢັ້ງ​ຢືນ​ຄວາມ​ສຳ​ຄັນ​ຂອງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ UNCLOS 1982.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.