ປະສານສົມທົບກັບກຳລັງສາກົນ ເພື່ອຕໍ່ສູ້ຕ້ານອາດຊະຍາກຳຢູ່ທະເລ

15:00 | 12/08/2021

ຍສໝ - ກຳລັງຕຳຫຼວດທະເລຫວຽດນາມ ໄດ້ຊຸກຍູ້ການຮ່ວມມືສາກົນ, ສ້າງຕັ້ງການພົວພັນສອງຝ່າຍ ແລະ ຫຼາຍຝ່າຍກັບອົງການຈັດຕັ້ງ ແລະ ກໍາລັງປະຕິບັດກົດໝາຍຂອງບັນດາປະເທດໃນພາກພື້ນ ແລະ ໃນໂລກ ...

ຈັດການຢ່າງເຂັ້ມງວດ ຕໍ່ບຸກຄົນ ແລະ ການຈັດຕັ້ງທີ່ສົ່ງເຮືອຫາປາຫວຽດນາມ ໄປຫາປາຢູ່ຕ່າງປະເທດຢ່າງຜິດກົດໝາຍ ຈັດການຢ່າງເຂັ້ມງວດ ຕໍ່ບຸກຄົນ ແລະ ການຈັດຕັ້ງທີ່ສົ່ງເຮືອຫາປາຫວຽດນາມ ໄປຫາປາຢູ່ຕ່າງປະເທດຢ່າງຜິດກົດໝາຍ
ເພີ່ມທະວີຄວາມສາມັກຄີ ແລະ ຄວາມຕິດພັນກັນ ລະຫວ່າງກຳລັງຕຳຫຼວດທະເລ ແລະ ປະຊາຊົນທ້ອງຖິ່ນ ເພີ່ມທະວີຄວາມສາມັກຄີ ແລະ ຄວາມຕິດພັນກັນ ລະຫວ່າງກຳລັງຕຳຫຼວດທະເລ ແລະ ປະຊາຊົນທ້ອງຖິ່ນ

ນັບແຕ່ປີ 2011 ມາຮອດປະຈຸບັນ, ກຳລັງຕຳຫຼວດທະເລຫວຽດນາມ ໄດ້ປະສານສົມທົບກັບບັນດາກໍາລັງ ແລະ ທ້ອງຖິ່ນ ເພື່ອແລກປ່ຽນ ເກືອບ 27.000 ຂໍ້ມູນຂ່າວສານ ທີ່ກ່ຽວຂ້ອງເຖິງໜ້າທີ່ ແລະ ບົດບາດ; ໂຄສະນາ, ຕໍ່ສູ້ ແລະ ຮຽກຮ້ອງເຮືອຕ່າງປະເທດຫຼາຍສິບພັນລຳ ທີ່ລ່ວງລະເມີດ​ອອກ​ຈາກເຂດນ່ານນໍ້າຂອງຫວຽດນາມ; ເຜີຍແຜ່ ແລະ ສຶກສາອົບຮົມກົດໝາຍໃຫ້ແກ່ປະຊາຊົນຫຼາຍແສນຄົນ; ຈັບຕົວ ແລະ ​ແກ້​ໄຂເກືອບ 3.000 ເປົ້າ​ໝາຍ ດ້ວຍເຫດເຮືອລ່ວງລະເມີດຫຼາຍກວ່າ 2,000 ຄັ້ງ; ຈຳນວນຄ່າປັບໃໝ ແລະ ມູນຄ່າສິນຄ້າທີ່ຖືກຍຶດມາໄດ້ທັງ​ໝົດແມ່ນຄາດວ່າ ​ນັບຕື້ດົງ.

ປະສານສົມທົບກັບກຳລັງສາກົນ ເພື່ອຕໍ່ສູ້ຕ້ານອາດຊະຍາກຳຢູ່ທະເລ
ປະສານສົມທົບກັບກຳລັງສາກົນ ເພື່ອຕໍ່ສູ້ຕ້ານອາດຊະຍາກຳຢູ່ທະເລ.

ກຳລັງຕຳຫຼວດທະເລຫວຽດນາມ ໄດ້ຊຸກຍູ້ການຮ່ວມມືສາກົນ, ສ້າງຕັ້ງການພົວພັນສອງຝ່າຍ ແລະ ຫຼາຍຝ່າຍກັບອົງການຈັດຕັ້ງ ແລະ ກໍາລັງປະຕິບັດກົດໝາຍຂອງບັນດາປະເທດໃນພາກພື້ນ ແລະ ໃນໂລກ... ດ້ວຍເຫດນັ້ນ, ການປະສານສົມທົບຂອງທຸກຂັ້ນ, ​ຂະ​ແໜງ​ການ ແລະ ທ້ອງຖິ່ນ, ໂດຍສະເພາະແມ່ນກໍາລັງປະຕິບັດກົດໝາຍຢູ່ທະເລ ​ຍາມໃດ​ກໍ່ໄດ້ຮັບການເສີມຂະຫຍາຍ;

ການຍາດແຍ່ງເອົາຊັບພະຍາກອນ​ມະ​ນຸດ ແລະ ປະສົບການ ຂອງກໍາລັງ​ປະ​ຕິ​ບັດກົດໝາຍຂອງບັນດາປະເທດໃນພາກພື້ນ ແລະ ໃນໂລກ ໄດ້ຮັບການປັບປຸງ​ຢ່າງເປັນປະຈຳ, ປະກອບສ່ວນເຂົ້າໃນການ​ປັບ​ປຸງທ່າ​ສູ້​ຮົບປ້ອງກັນຊາດ ແລະ ຄວາມໝັ້ນຄົງທາງທະເລ, ປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດ, ສິດອະທິປະໄຕ, ສິດພິພາກສາ, ຜົນປະໂຫຍດແຫ່ງຊາດ, ຮັກສາສະພາບແວດລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ມິດຕະພາບ ແລະ ການຮ່ວມມືເພື່ອພັດທະນາປະເທດ​ຊາດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.