ຈັດການຢ່າງເຂັ້ມງວດ ຕໍ່ບຸກຄົນ ແລະ ການຈັດຕັ້ງທີ່ສົ່ງເຮືອຫາປາຫວຽດນາມ ໄປຫາປາຢູ່ຕ່າງປະເທດຢ່າງຜິດກົດໝາຍ

12:13 | 26/07/2021

ຍສໝ - ກະຊວງຕຳຫຼວດ ຈະຊີ້ນຳບັນດາກຳລັງເພື່ອສືບສວນ ແລະ ຈັດການຢ່າງເຂັ້ມງວດຕໍ່ບັນດາອົງການຈັດຕັ້ງ ແລະ ບຸກຄົນທີ່ເປັນນາຍ​ໜ້າ ແລະ ເຊື່ອມຕໍ່ໃຫ້ກຳປັ່ນຫາປາ ແລະ ຊາວປະມົງຫວຽດນາມໃນການຂຸດຄົ້ນສິນທະເລ ໃນເຂດນ່ານນ້ຳທີ່ຜິດກົດໝາຍ...

ແຂວງ ນີງທ້ວນ: ຄວບຄຸມຢ່າງເຂັ້ມງວດຕໍ່ການເຄື່ອນໄຫວຂອງເຮືອຫາປາ ແຂວງ ນີງທ້ວນ: ຄວບຄຸມຢ່າງເຂັ້ມງວດຕໍ່ການເຄື່ອນໄຫວຂອງເຮືອຫາປາ
ຫວຽດນາມ ປະຕິເສດຂໍ້ຕົກລົງຂອງຈີນກ່ຽວກັບການຫ້າມຫາປາ ຢູ່ທະເລຕາເວັນອອກ ຫວຽດນາມ ປະຕິເສດຂໍ້ຕົກລົງຂອງຈີນກ່ຽວກັບການຫ້າມຫາປາ ຢູ່ທະເລຕາເວັນອອກ

ໃນວັນທີ 21 ກໍລະກົດ, ຫ້ອງວ່າການລັດຖະບານ ໄດ້ອອກເອກະສານສະບັບເລກທີ 198 / TP-VPCP ໂດຍ​ແຈ້ງ​ເຜີຍ​ແຜ່​ຄ​ຳ​ເຫັນຊີ້ນຳ ຂອງທ່ານຮອງນາຍົກລັດຖະມົນຕີ ເລວັນແທງ - ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຕ້ານການຈຸດ​ຄົ້ນ​ສິນ​ທະ​ເລທີ່ບໍ່ຖືກຕ້ອງຕາມກົດໝາຍ, ບໍ່ລາຍງານ ແລະ​ ບໍ່​ຖືກ​ຕ້ອງ​ຕ​າມ​ຂ​ໍ້​ກຳ​ນົດ (IUU); ແບ່ງ​ໜ້າ​ທີ່ໃຫ້ບັນດາກະຊວງ ແລະ ​​ຂະ​ແໜງທີ່ມີໜ້າທີ່ ວ່າ:

ຈັດການຢ່າງເຂັ້ມງວດ ຕໍ່ບຸກຄົນ ແລະ ການຈັດຕັ້ງທີ່ສົ່ງເຮືອຫາປາຫວຽດນາມ ໄປຫາປາຢູ່ຕ່າງປະເທດຢ່າງຜິດກົດໝາຍ

ເຮືອຫາປາຂອງຊາວປະມົງ ຢູ່ເຂດນ່ານທະເລແວຂງ ກ່ຽນຢາງ.

ກະຊວງຕຳຫຼວດ ຊີ້ນຳບັນດາກຳລັງເພື່ອສືບສວນ ແລະ ຈັດການຢ່າງເຂັ້ມງວດຕໍ່ບັນດາອົງການຈັດຕັ້ງ ແລະ ບຸກຄົນທີ່ເປັນ​ນາຍ​ໜ້າ ແລະ ເຊື່ອມຕໍ່ໃຫ້ກຳປັ່ນຫາປາ ແລະ ຊາວປະມົງຫວຽດນາມ ໃນການຂຸດຄົ້ນສິນທະເລໃນເຂດນ່ານນ້ຳທີ່ຜິດກົດໝາຍ; ສະກັດກັ້ນ ແລະ ດຳເນີນການຢຸດຕິສະພາບການດັ່ງກ່າວນີ້ໃນໄລ​ຍະທີ່ຈະມາເຖິງ; ເກັບກຳ​ປະ​ຕິ​ກິ​ລິ​ຍາ, ທ່າທີ ແລະ ​ຫາ​ສຽງຂອງປະຊາຊົນບັນ​ດາປະເທດອື່ນ ຕໍ່ສະພາບການຂອງເຮືອຫາປາ ແລະ ຊາວປະມົງຫວຽດນາມ ທີ່​ໄປຫາປາຢູ່ໃນນ່ານນ້ຳຕ່າງປະເທດຢ່າງຜິດກົດໝາຍ ເພື່ອລາຍງານ ແລະ ສະເໜີ​ມາ​ດ​ຕະ​ການແກ້ໄຂ ກັບລັດຖະບານ, ນາຍົກລັດຖະມົນຕີ, ຄະນະຊີ້ນຳແຫ່ງຊາດກ່ຽວກັບ IUU.

ກະຊວງປ້ອງກັນ​ປະ​ເທດ ເປັນ​ປະ​ທານ ແລະ ປະສານສົມທົບກັບໜ່ວຍງານທີ່ກ່ຽວຂ້ອງ ໃນການຊອກຫາວິທີແກ້ໄຂທີ່ມີປະສິດທິຜົນ ເພື່ອສະກັດກັ້ນ ແລະ ຢຸດຕິສະພາບການເຮືອຫາປາຢູ່ໃນເຂດນ່ານນໍ້າຕ່າງປະເທດທີ່ຜິດກົດໝາຍ, ຈັດການບັນດາກໍລະນີລະເມີດຢ່າງເຂັ້ມງວດ; ຄວບຄຸມເຮືອປະມົງທີ່ອອກ ແລະ ເຂົ້າທຽບທ່າຢ່າງເຂັ້ມງວດ; ບໍ່ໄດ້ອະນຸຍາດໃຫ້ເຮືອປະມົງອອກຈາກທ່າເຮືອ​ຢ່າງເດັດຂາດ ຖ້າວ່າເຂົາເຈົ້າບໍ່ຮັບ​ປະ​ກັນຄວາມຮຽກຮ້ອງຕ້ອງການໃນການເຄື່ອນ​ໄຫວຂຸດ​ຄົ້ນ​ສິນ​ໃນ​ນຳ​້ຕາມ​ຂໍ້ກຳນົດ; ຮັບປະກັນຄວາມປອດໄພ ແລະ ຄວາມສະຫງົບໃຫ້ແກ່ການເຄື່ອນໄຫວຂຸດຄົ້ນສິນ​ທະ​ເລທີ່ຖືກຕ້ອງຕາມກົດໝາຍຂອງຊາວປະມົງຫວຽດນາມ.

ກະຊວງການຕ່າງປະເທດ ​ໂດຍຜ່ານຊ່ອງທາງການທູດ ​ເຜີຍ​ແຜ່​ສານ​ທີ່ສະແດງຄວາມຕັດສິນໃຈທາງການເມືອງ ຂອງລັດຖະບານຫວຽດນາມ ໃນຄວາມພະຍາຍາມຂອງຕົນເພື່ອສະກັດກັ້ນບໍ່ໃຫ້ເຮືອຫາປາ ແລະ ຊາວປະມົງຫວຽດນາມ ລະເມີດການຫາປາຂອງ IUU; ເພີ່ມທະວີການ​ເກັບ​ກຳສະຖານະການ, ປະສານສົມທົບໃນການແກ້ໄຂບັນດາ​ບັນ​ຫາທີ່ກ່ຽວຂ້ອງກັບກຳປັ່ນຫາປາ ແລະ ຊາວປະມົງຫວຽດນາມທີ່ຖືກຈັບຕົວຢູ່ປະເທດອື່ນໆ, ສະແດງຄວາມຄັດຄ້ານ ສຳລັບບັນດາກໍລະນີຊາວປະມົງຫວຽດນາມ ທີ່ຖືກການປະພຶດຫຍາບຊ້າຈາກຄົນຕ່າງປະເທດໃນຂົງເຂດທະເລ​ຢ່າງ​ທັນ​ການ, ໂດຍສະເພາະຢູ່ເຂດທະເລທີ່ກຳລັງເຈລະຈາ​ແບ່ງ​ເຂດກຳນົດ; ປະສານສົມທົບກັບອົງການທີ່ມີໜ້າທີ່ພາຍໃນ​ປະ​ເທດ ຮວບຮວມ​ເອ​ກະ​ສານ ແລະ ຫຼັກຖານເພື່ອຈັດການ​ບັນ​ດາ​ກໍ​ລະ​ນີລະເມີດຢ່າງເຂັ້ມງວດ.

ກະຊວງຖະແຫຼງຂ່າວ ແລະ ສື່ສານ ເປັນ​ປະ​ທານ ແລະ ປະສານສົມທົບກັບ ຄະນະໂຄສະນາສຶກສາສູນກາງ, ບັນດາອົງການທີ່ກ່ຽວຂ້ອງໃນການສ້າງ ແລະ ຜັນ​ຂ​ະ​ຫຍາຍຍຸດທະສາດ, ແຜນການສຳລັບຂໍ້ມູນຂ່າວສານ ແລະ ໂຄສະນາເຜີຍແຜ່ຢູ່ພາຍໃນ ແລະ ຕ່າງປະເທດກ່ຽວກັບຄວາມພະຍາຍາມ ແລະ ຜົນການຈັດຕັ້ງປະຕິບັດຕ້ານການຂຸດຄົ້ນ IUU ຂອງຫວຽດນາມ; ເພີ່ມທະວີໄລຍະເວລາ, ຄຸນນະພາບ, ຫັນຮູບແບບຂໍ້ມູນຂ່າວສານ ແລະ ໂຄສະນາເຜີຍແຜ່ໃຫ້ຊາວປະມົງ​ໃຫ້​ຫຼາກຫຼາຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.