ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຜ່ານດ່ານຊາຍແດນລາວກາຍ ເພີ່ມຂຶ້ນ 42%

17:25 | 05/07/2021

ຍ​ສ​ໝ - ມູນຄ່າການນຳເຂົ້າ-ສົ່ງອອກ, ຊື້ຂາຍ ແລະແລກປ່ຽນສິນຄ້າຜ່ານດ່ານຊາຍແດນລາວກາຍ ໃນ 6 ເດືອນຕົ້ນປີ 2021 ບັນລຸເກືອບ 2,1 ຕື້ໂດລາ, ເພີ່ມຂຶ້ນ 42% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ການສົ່ງອອກເຂົ້າສານຂອງຫວຽດນາມ ໄປຍັງອັງກິດ ໃນປີ 2020 ເພີ່ມຂຶ້ນ 116% ການສົ່ງອອກເຂົ້າສານຂອງຫວຽດນາມ ໄປຍັງອັງກິດ ໃນປີ 2020 ເພີ່ມຂຶ້ນ 116%
ອັດຕາການນຳໃຊ້ແຮງງານເດັກ ຢູ່ ສປປ ລາວ ກວມເຖິງ 42% ຂອງພົນລະເມືອງ ອັດຕາການນຳໃຊ້ແຮງງານເດັກ ຢູ່ ສປປ ລາວ ກວມເຖິງ 42% ຂອງພົນລະເມືອງ
ພາບປະກອບ
ພາບປະກອບ

ການສົ່ງອອກຜະລິດຕະພັນກະເສດຂອງຫວຽດນາມ ເພີ່ມຂຶ້ນຢ່າງແຮງດ້ວຍຈຳນວນ 876,000 ໂຕນ, ວົງເງິນການຄ້າ ຫຼາຍກ່ວາ 600 ລ້ານໂດລາສະຫະລັດ. ການເຄື່ອນໄຫວນຳເຂົ້າ ກໍ່ມີການເຂົ້າຮ່ວມຂອງວິສາຫະກິດ 488 ແຫ່ງ, ເພີ່ມຂື້ນ 106 ວິສາຫະກິດ.

ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ດ່ານຊາຍແດນສາກົນລາວກາຍ - ຮ່າເຂົ້າ ໄດ້ສົ່ງອອກໝາກລິ້ນຈີ່ແກ່ນນ້ອຍ ໄດ້ຫຼາຍກວ່າ 38.000 ໂຕນ, ເພີ່ມຂຶ້ນ 20%; ໝາກມ່ວງ 136.000 ໂຕນ, ເພີ່ມຂຶ້ນ 2,3 ເທົ່າ; ໝາກມັງກອນ 389.000 ໂຕນ, ເພີ່ມຂື້ນ 27% ... ສິນຄ້າຈໍານວນໜຶ່ງກໍ່ມີການສົ່ງອອກໃນທາງບວກເຊັ່ນ: ໝາກໂມ, ໝາກກ້ວຍ, ກາເຟ, ໝາກຖົ່ວລຽນ, ມັນຕົ້ນແຫ້ງ…

ທ່ານ ເລເຟືອງ, ຫົວໜ້າພາສີ ດ່ານຊາຍແດນລາວກາຍ ໃຫ້ຮູ້ວ່າ ພາສີດ່ານໄດ້ແນະນຳໃຫ້ວິສາຫະກິດຂຽນໃບແຈ້ງໄວ້ກ່ອນ ເພື່ອໃນຕອນເຊົ້າມື້ຕໍ່ມາ ສາມາດປະຕິບັດການສົ່ງອອກຫລັງຈາກເປີດປະຕູຊາຍແດນ, ໂດຍບໍ່ມີຜົນກະທົບຕໍ່ເວລາແຈ້ງພາສີ ແລະ ຫຼີກລ້ຽງຜະລິດຕະພັນກະເສດຕິດຄ້າງຢູ່ຊາຍແດນ. ລາວກາຍ ຍັງສ້າງ “ພື້ນທີ່ສີຂຽວ” ໃຫ້ບຸລິມະສິດເຮັດລະບຽບການພາສີຜ່ານປະຕູຊາຍແດນ ກິມແທ່ງ ສຳລັບຜະລິດຕະພັນກະເສດສົດ ແລະບັນດາຜະລິດຕະພັນກະເສດທີ່ໄດ້ຮັບບຸລິມະສິດເຮັດລະບຽບການແຈ້ງຜ່ານປະຕູຊາຍແດນໃນຕອນເຊົ້າ.

ປີ 2021, ລາວກາຍ ວາງເປົ້າໝາຍມູນຄ່າການສົ່ງອອກ ແລະ ນຳເຂົ້າສິນຄ້າບັນລຸ 4,6 ຕື້ໂດລາ. ນັບແຕ່ນີ້ຮອດທ້າຍປີ 2021, ລາວກາຍ ຈະສືບຕໍ່ເກັບກຳຂໍ້ມູນຂ່າວສານກ່ຽວກັບວຽກງານຄຸ້ມຄອງດ່ານຊາຍແດນ, ແລກປ່ຽນກັບຝ່າຍຈີນ ເພື່ອຮັກສາສະຖຽນລະພາບ ແລະຍູ້ແຮງການເຄື່ອນໄຫວນຳເຂົ້າ-ສົ່ງອອກຜ່ານເຂດດັ່ງກ່າວ.

ໄຊພອນ

ເຫດການ
302 Found

Found

The document has moved here.