ລັດເຊຍຕ້ອນຮັບກຳປັ່ນສູ້ຮົບ 2 ລຳ ຂອງຫວຽດນາມເຂົ້າຮ່ວມ Army Games 2021

15:39 | 19/08/2021

ຍສໝ - ກຳປັ່ນສູ້ຮົບ 2 ລຳ 015 ເຈິ່ນຮືງດ້າວ ແລະ 016 ກວາງຈູງ ຂອງກອງທັບເຮືອຫວຽດນາມ ໄດ້ເຂົ້າທຽບທ່າຢູ່ທີ່ນະຄອນ Vladivostok (ໃນເຂດຕາເວັນອອກໄກຂອງຣັດເຊຍ) ເພື່ອກຽມເຂົ້າຮ່ວມ Army Games 2021.

ປະຊາຄົມຊາວຫວຽດນາມ ໄດ້ຮັບລາງວັນທີ 2 ຂອງການແຂ່ງຂັນບານເຕະ ສະພາສູງເຊັກ ໃນປີ 2021 ປະຊາຄົມຊາວຫວຽດນາມ ໄດ້ຮັບລາງວັນທີ 2 ຂອງການແຂ່ງຂັນບານເຕະ ສະພາສູງເຊັກ ໃນປີ 2021
ກິລາດອກປີກໄກ່ຫວຽດນາມ ຍາດໄດ້ 2 ປີ້ເຂົ້າຮ່ວມໂອແລັມປິກ ໂຕກຽວ 2021 ກິລາດອກປີກໄກ່ຫວຽດນາມ ຍາດໄດ້ 2 ປີ້ເຂົ້າຮ່ວມໂອແລັມປິກ ໂຕກຽວ 2021
ລັດເຊຍຕ້ອນຮັບກຳປັ່ນສູ້ຮົບ 2 ລຳ ຂອງຫວຽດນາມເຂົ້າຮ່ວມ Army Games 2021
ກຳປັ່ນສູ້ຮົບ 016 ກວາງຈູງ. ພາບ: ກະຊວງປ້ອງກັນຊາດລັດເຊຍ

ສຳນັກຂ່າວ TASS ໄດ້ຄັດ​ສະ​ເໜີຄຳເວົ້າໂຄສົກກອງທັບເຮືອປາຊີຟິກ ຂອງລັດເຊຍ Ilya Kolesnikov ໃນວັນທີ 16 ສິງຫານີ້ວ່າ: ​ກຳ​ປັ່ນຂອງກອງທັບເຮືອຫວຽດນາມ 2 ລຳ ທີ່ເຂົ້າຮ່ວມການແຂ່ງຂັນ "ທະເລ Cup" - ສ່ວນໜຶ່ງຂອງ Army Games 2021 ໄດ້ຮັບ​ການຕ້ອນຮັບໃນພິທີທີ່ທ່າເຮືອ". ລູກເຮືອຂອງກຳປັ່ນສູ້ຮົບຫວຽດນາມ 2 ລຳ ທີ່ຈອດຢູ່ທ່າເຮືອເລກທີ 33 ໄດ້ພົບປະກັບຫົວໜ້າຄະນະຜູ້ແທນຫວຽດນາມ. ກ່ອນໜ້ານີ້, ວັນທີ 25 ກໍລະກົດ, ກຳປັ່ນສອງລຳດັ່ງກ່າວ ກໍໄດ້ເຂົ້າຮ່ວມການສະເຫຼີມສະຫຼອງວັນກອງທັບເຮືອຣັດເຊຍຢູ່ທີ່ນະຄອນ Vladivostok.

ທ່ານພົນຈັດຕະວາ Alexander Peryazev, ຮອງຫົວໜ້າກົມອົບຮົມບັນດາກໍາລັງປະກອບອາວຸດສະຫະພັນລັດເຊຍ, ຫົວໜ້າຄະນະກໍາມະການ Army Games 2021 ໄດ້ໃຫ້ຮູ້ວ່າ, ຂ້າພະເຈົ້າ ຢືນຢັນວ່າ ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະນັກກິລາກອງທັບປະຊາຊົນຫວຽດນາມ ມາເຂົ້າຮ່ວມແຂ່ງຂັນໃນການແຂ່ງຂັນ Army Games 2021 ດ້ວຍຂອບຂະໜາດທີ່ໃຫຍ່ກວ່າ ແລະມີລາຍການແຂ່ງຂັນຫຼາຍຂຶ້ນ. ຄຽງຂ້າງນັ້ນ, ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈຕໍ່ກອງທັບປະຊາຊົນຫວຽດນາມ ທີ່ໄດ້ສ້າງເງື່ອນໄຂທີ່ດີ ເພື່ອໃຫ້ບັນດາທີມຂອງກອງທັບສະຫະພັນລັດເຊຍ ໄປເຂົ້າຮ່ວມການແຂ່ງຂັນຢູ່ຫວຽດນາມ ເຖິງວ່າປີນີ້ຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ. ແຕ່ການຮ່ວມມືດ້ານປ້ອງກັນຊາດຂອງພວກເຮົາແມ່ນມີຄວາມໝາຍສຳຄັນທີ່ສຸດຕໍ່ທັງສອງປະເທດ. ສະນັ້ນ, ພວກຂ້າພະເຈົ້າດີໃຈໃນເມື່ອພວກເຮົາສາມາດເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດໃນຫຼາຍຂົງເຂດຕື່ມອີກ. ຂ້າພະເຈົ້າຕີລາຄາສູງຕໍ່ການກະກຽມຢ່າງຮອບຄອບຖີ່ຖ້ວນຂອງຝ່າຍຫວຽດນາມ ໃຫ້ແກ່ Army Games 2021.

ປະຫວັດສາດໄດ້ພິສູດໃຫ້ເຫັນວ່າ ລັດເຊຍ ແລະຫວຽດນາມ ແມ່ນສອງປະເທດທີ່ມີກໍາລັງກອງທັບເຂັ້ມແຂງທີ່ສຸດໃນໂລກ. ນາຍທະຫານ, ນັກຮົບ ແລະກຳລັງອື່ນຂອງຫວຽດນາມ ທີ່ມາເຂົ້າຮ່ວມການແຂ່ງຂັນ Army Games ໄດ້ສະແດງໃຫ້ເຫັນຈິດໃຈແຂ່ງຂັນສູງ, ບໍ່ພຽງແຕ່ໃນການກະກຽມການແຂ່ງຂັນເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນລັກສະນະລະບຽບວິໄນສູງ ແລະຄວາມຕັດສິນໃຈຍາດເອົາໄຊຊະນະ. ສິ່ງດັ່ງກ່າວແມ່ນລໍ້າຄ່າທີ່ສຸດ.

ໄຊພອນ

ເຫດການ
302 Found

Found

The document has moved here.