ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ ແຂວງ​ດົ່ງ​ທາບ: ຕັ້ງ​ໜ້າ​ສະ​ກັດ​ກັ້ນ​ການ​ຄ້າ​ເຖື່ອນ, ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

14:26 | 07/07/2021

ຍ​ສ​ໝ -ບົນ​ເສັ້ນ​ຊາຍ​ແດນ​ທີ່​ຍາວ​ກວ່າ 50 ກີ​ໂລ​ແມັດ, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ແຂວງ​ດົ່ງ​ທາບ ​ໄດ້​ຮັກ​ສາ 26 ປ້ອມ​ຄຸ​້ມ​ຄອງ, ປົກ​ປ້ອງ​ເຂດ​ຊາຍ​ແດນ, 33 ອົງ​ການ​ປະ​ຕິ​ບັດ​ງານ​ເຄື່ອນ​ທີ່​ທາງ​ບົກ ແລະ ທາງນ້ຳ​, ​ຈັດ​ຕັ້ງ​ການ​ລາດ​ຕະ​ເວນເປັນ​ປະ​ຈຳ, ຄວບ​ຄຸມ​ຢ່າງເຄັ່ງ​ຄັດເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ບັນ​ດາ​ການ​ກະ​ທຳ​ຄ້າ​ເຖື່ອນ ແລະ ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19…

ຮູບ​ແບບ “ເຮືອນຄົວແຫ່ງ​ຄວາມ​ອົບ​ອຸ່ນ” ຮ່ວມ​ເດີນ​ທາງ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ເກິນ​ເທີ ຮູບ​ແບບ “ເຮືອນຄົວແຫ່ງ​ຄວາມ​ອົບ​ອຸ່ນ” ຮ່ວມ​ເດີນ​ທາງ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ເກິນ​ເທີ
ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​​ເຂດຊາຍ​ແດນ​ແຫ່ງ​ຊາດ ໄປ​ພ້ອມ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​​ເຂດຊາຍ​ແດນ​ແຫ່ງ​ຊາດ ໄປ​ພ້ອມ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ ແຂວງ​ດົ່ງ​ທາບ: ຕັ້ງ​ໜ້າ​ສະ​ກັດ​ກັ້ນ​ການ​ຄ້າ​ເຖື່ອນ, ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.
ວັດ​ຖຸ​ຂອງ​ກາງ​​ທີ່​ຍຶດ​ມາໄດ້

ຫວ່າງ​ມໍ່ໆ​ມານີ້, ບັນ​ດາ​ເປົ້​າ​ໝາຍ​ຄ້າ​ເຖື່ອນ​ມັກ​​ສວຍ​ໂອ​ກາ​ດໃນຍາມຝົນ​ຕົກ​ລົມ​ແຮງ ເພື່ອ​ຂົນ​ສົ່ງ​ສິນ​ຄ້າ​ເຖື​່ອນຜ່ານ​ຊາຍ​ແດນ​ເຂົ້າ​ບໍ​ລິ​ເວນ​ແຂວງ​ດົ່ງ​ທາບ. ໄລ່​ສະ​ເພາະ​ເດືອນ​ມິ​ຖຸ​ນາ ​ປີ 2021, ບັນ​ດາ​ກຸ່ມ​ລາດ​ຕະ​ເວນ​ຂອງ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ ດ່ານ​ຊາຍ​ແດນ​ສາ​ກົນ ເທື່ອງ​ເຟືອກ​ ກັກການ​ຂົນ​ສົ່ງຢາ​ສູບ​ຕ່າງ​ປະ​ເທດ​ແບບ​ຜິດ​ກົດ​ໝາຍ 29 ຄັ້ງ. ກົມ​ກອງ​ກໍ່​ໄດ້​ສົມ​ທົບ​ກັບ​ກຸ່ມ​ປະ​ຕິ​ບັດ​ໜ້າ​ທີ່​ພິ​ເສດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ ແລະ ອາດ​ຊະ​ຍາ​ກຳ (ທະ​ຫານ​ປ້ອງ​ກັນ​ຊາ​ຍ​ແດນ​ແຂວງ​ດົ່ງ​ທາບ) ແລະ ຕຳຫຼວດ​ຕາ​ແສງ​ເທື່ອ​ງ​ເຟືອກ 1 ກັກ​ໄດ້ 2 ຄັ້ງ, ເກັບ​ເອົາ​ຢາ​ສູບ​ຕ່າງ​ປະ​ເທດ​ຊະ​ນິດ​ຕ່າງໆ​ກ່​ວາ 4.500 ຊອງ.

ທ່ານພັນ​ຕີ ເຈິ່ນ​ຢຸຍ​ເອ, ຜູ້​ຮັບ​ຜິດ​ຊອບ​ດ້ານ​ການ​ເມືອງ ປ້ອມ​ປ້ອງ​ກັນ​ຊາຍ​ແດນ ດ່ານ​ຊາຍ​ແດນ​ສາ​ກົນ ເທື່ອງ​ເຟືອງ​ ແບ່ງ​ປັນ​ວ່າ: “ກົມ​ກອງ​ໄດ້​ລາດ​ຕະ​ເວນ, ຄວບ​ຄຸມກວດ​ກາ​ ​ແຕ່​ລະ​ພາກ​ພື້ນຢ່າງ​ເຄັ່ງ​ຄັດ, ກວດ​ພົບ ແລະ ສະ​ກ​ັດ​ກັນ​ບັນ​ດາ​ການ​ກະ​ທຳ​ລະ​ເມີດ​ກົດ​ໝາຍ​ຢ່າງ​ທັນ​ການ. ບັນ​ດາ​ກຸ່ມ​ປະ​ຕິ​ບັດ​ງານ​ຂອງ​ກົມ​ກອງ ຍາມ​ໃດ​ກໍ່​ຍູ້​ແຮງ​ການ​ໂຄ​ສະ​ນາ​ເຜີຍ​ແຜ່ເພື່ອ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ການ​ຂົນ​ສົ່ງ​ສິນ​ຄ້າ​ຂ້າມ​ຊາຍ​ແດນ​ຢ່​າງ​ຜິດ​ກົດ​ໝາຍ ອາ​ດ​ຈະ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19. ຂົນ​ຂວາຍ​ປະ​ຊາ​ຊົນ​ຕັ້ງ​ໜ້າ​ສະ​ໜອງ​ຂໍ້​ມູນ​ໃຫ້​ແກ່​ກົມ​ກອງ, ກ່າວ​ໂທດ​ບັນ​ດາ​ການ​ກະ​ທຳ​ຂ້າມ​ຊາຍ​ແດນ​ທີ່​ຜິດ​ກົດ​ໝາຍ ແລະ ການ​ເຄື່ອນ​ໄຫວ​ຄ້າ​ເຖື່ອນ​ຂ້າມ​ຊາຍ​ແດນ”.

ຕາມ​ທ່ານ​ພັນ​ໂທ ຫວໍ​ວັນ​ຫວູ, ຮອງ​ຫົວ​ໜ້າ​ຫ້ອງ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ ແລະ ອາດ​ຊະ​ຍາ​ກຳ (ທະ​ຫານ​ປ້ອງ​ກັນ​ຊາຍ​ແດນແຂວງ​ດົ່ງ​ທາບ) ແລ້ວ, ນັບ​ແຕ່​ຕົ້ນ​ປີ 2021 ມາ​ຮອດ​ປັດ​ຈຸ​ບັນ ບັນ​ດາ​ກົມ​ກອງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ກັກ​ການຂົນ​ສົ່ງ​ສິນ​ຄ້າ​ຂ້າມ​ຊາຍ​ແດນ​ແບບ​ຜິດ​ກົດ​ໝາຍ​ໄດ​້ 135 ຄັ້ງ ແລະ 11 ເປົ້າ​ໝາຍ. ​ວັດ​ຖຸ​ຂອງ​ກາງ​​ທີ່​ຍຶດ​ມາໄດ້​ລວ​ມ​ມີ ຢາ​ສູບ​ຕ່າງ​ປະ​ເທດ​ຊະ​ນິດ​ຕ່າງໆ​ກ່​ວາ 120.000 ຊອງ, ນ້ຳ​ຕານ 6.050 ກີ​ໂລກຼາມ, ຄຳ​ເກືອບ 3 ກີ​ໂລກຼາມ… ຄາດ​ວ່າ​ຍອດ​​ມູນ​ຄ່າ​ສິນ​ຄ້າ​ປະ​ມານ 5,3 ຕື້​ດົ່ງ. ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ໄດ້​ສົມ​ທົບ​ກັບ​ກຳ​ລັງ​ພາ​ສີ​ອາ​ກອນ, ຕຳຫຼວດ​ຍຶດ​​ຢາ​ສູບ​ຕ່າງ​ປະ​ເທດ​ຊະ​ນິດ​ຕ່າງໆໄດ້ເກືອບ 10.000 ຊອງ, ນ້ຳ​ຕານ 550 ກີ​ໂລກຼາມ, ຢາ​ສະ​ໝູນ​ໄພ 81 ກ່ອງ.

ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຍ້ອນ​ການ​ຄວບ​ຄຸມ​ກວດກ​າ​ບັນ​ດາດ່ານ​ທ້ອງ​ຖິ່ນ ເພື່ອ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ເຄັ່ງ​ຄັດ ໄດ້​ເຮັດ​ໃຫ້​ລາ​ຄາ​ຂອງສິນ​ຄ້າ​ບາງ​ຊະ​ນິດ​ຢູ່​ບາງ​ເຂດ​ຊາຍ​ແດນ​ເພີ່ມ​ຂຶ້ນ. ເພື່ອ​ຜົນ​ປະ​ໂຫຍດ, ບັນ​ດາ​ເປົ້າ​ໝາຍ​​ບໍ່​ຫົວ​ຊາ​ຕໍ່​ຄວາມ​ສ່ຽງ​ແຜ່​ລະ​ບາດ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ, ນຳ​ໃຊ້​ທຸກວິ​ທີ​ການ ເພື່ອ​ຂົນ​ສ່​ົງ​ສິນ​ຄ້າ​ເຖື່ອນ​ຜ່ານ​ຊາຍ​ແດນ, ເຮັດ​ໃຫ້​ສະ​ພາບ​ການ​ຄ້າ​ເຖື​່ອນ​ໃນ​ບໍ​ລິ​ເວນ​ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.