ຊາວ​ປະ​ມົງ​ມາ​ນະ​ພະ​ຍາ​ຍາມຟື້ນ​ຟູ​ແກ​້​ໄຂບັດເຫຼືອງ ຂອງ EU

19:04 | 04/08/2021

ຍສໝ - ພາຍຫຼັງ​ຜັນ​ຂະ​ຫຍາຍ​ຂໍ້​ສະ​ເໜີ​ແນະ​ຂອງ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ ກ່ຽວ​ກັບ​ການ​ຕ້ານ​ການ​ຂຸດ​ຄົ້ນ​ສິນ​ທະ​ເລ​ແບບ​ຜິດ​ກົດ​ໝາຍ ໂດຍ​ບໍ່​ແຈ້ງ​ການຂຸດ​ຄົ້ນ, ບໍ່​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ (IUU) ມາ​ເປັນ​ເວ​ລາ​ເກືອບ 3 ປີ, ຊາວ​ປະ​ມົງ​ບັນ​ດາ​ເຂດ​ທະ​ເລ​ໄດ້​ມີ​ການ​ຜັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ປະ​ຕິ​ບັດການ​ຈົດ​-ສົ່ງ​ບົດ​ບັນ​ທຶກ​​ການຂຸດ​ຄົ້ນ, ແຈ້ງ​ໂມງ​​ທີ່ເຮືອ/ກ່ຳ​ປັ່ນ​ອອກ/ເຂົ້າ​ທຽບ​ທ່າ ແລະ ສະ​ຕິ​ຄວາມ​ຮັບ​ຮູ້​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ກົດ​ໝາຍ​ເມື່ອ​ທຳ​ມາ​ຫາ​ກິນ​ໃນ​ທະ​ເລ.

ຈັດການຢ່າງເຂັ້ມງວດ ຕໍ່ບຸກຄົນ ແລະ ການຈັດຕັ້ງທີ່ສົ່ງເຮືອຫາປາຫວຽດນາມ ໄປຫາປາຢູ່ຕ່າງປະເທດຢ່າງຜິດກົດໝາຍ ຈັດການຢ່າງເຂັ້ມງວດ ຕໍ່ບຸກຄົນ ແລະ ການຈັດຕັ້ງທີ່ສົ່ງເຮືອຫາປາຫວຽດນາມ ໄປຫາປາຢູ່ຕ່າງປະເທດຢ່າງຜິດກົດໝາຍ
ແຂວງແທັງຮວ່າ: ແກ້ໄຂ “ບັດເຫຼືອງ” IUU ເພືືອຊ່ວຍເຫຼືອໃຫ້ຊາວປະມົງໃນການຂຸດຄົ້ນທະເລ ແຂວງແທັງຮວ່າ: ແກ້ໄຂ “ບັດເຫຼືອງ” IUU ເພືືອຊ່ວຍເຫຼືອໃຫ້ຊາວປະມົງໃນການຂຸດຄົ້ນທະເລ
ຊາວ​ປະ​ມົງ​ມາ​ນະ​ພະ​ຍາ​ຍາມຟື້ນ​ຟູ​ແກ​້​ໄຂບັດເຫຼືອງ ຂອງ EU
ພາບ​ປະ​ກອບ

ເພື່ອ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຕ້ານ IUU ຢ່າງ​ເຂັ້ມ​ງວດ, ບັນ​ດາ​ທ້ອ​ງ​ຖິ່ນໄດ້​ຈັດ​ຕັ້ງ​ການ​ໂຄ​ສະ​ນາ​ກົດ​ໝາຍ​ວ່າ​ດ້ວຍ​ສິນ​ໃນ​ນ້ຳ, ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ລັດ ກ່ຽວ​ກັບ​ການ​ຫາ​ປາ​ໃນ​ທະ​ເລ ໃຫ້​ແກ່​ພໍ່​ແມ່​ຊາວ​ປະ​ມົງ. ກຳ​ລັງ​ຢູ່​ແຄມ​ຝັ່ງທະ​ເລ​ໄດ້​ປະ​ຕິ​ບັດ​ການ​ຄວບ​ຄຸມ​ເຮືອ/​ກ່ຳ​ປັນ​ຫາ​ປາ ກ່ອນ​ທີ່​ຈະ​ອອກ/ເຂົ້າ​ທຽບ​ທ່າ​ຢ່າງ​ເຂັ້ມ​ງວດ, ບໍ່​ໃຫ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫ​ວ​ຂຸດ​ຄົ້ນ​ສິນ​ທະ​ເລ​ຢ່າງ​ເດັດ​ຂາດ ຖ້າ​ບໍ່ມີ​ຄວາມ​ຮັບ​ປະ​ກັນ​​ດ້ານເອ​ກະ​ສານ​ໃບ​ໜັງ​ສື, ອຸ​ປະ​ກອນ​ຕາມ​ຂໍ້​ກຳ​ນົດ, ພິ​ເສດ​ແມ່ນ​ອຸ​ປະ​ກອນ​ຕິດ​ຕາມເສັ້ນ​ທາງ​ການ​​ໄປ​ຫາ​ປາ​ຂອງ​ເຮືອ/ກ່ຳ​ປັ່ນ​ຫາ​ປາ, ຄວບ​ຄຸມ​ແຮງ​ງານ​ເຮັດ​ວຽກ​ຢູ່​ກ່ຳ​ປັນ​ຢ່າງ​ເຄັ່ງ​ຄັດ...

ບັນ​ດາ​ມາດ​ຕະ​ການ​ດັ່ງ​ກ່າວ​ໄດ້​ຊ່ວຍ​ໃຫ້​ຊາວ​ປະ​ມົງ​ເຂດ​ທະ​ເລ​ໄດ້​ມີ​ການ​ຜັນປ່​ຽນ​ຢ່າງ​ຕັ້ງ​ໜ້າຫຼາຍ​ຢ່າງ​ໃນ​ການ​ປະ​ຕິ​ບັດ​ການ​ຈົດ​​-ສົ່ງ​ບົດ​ບັດ​ທຶກ​ການ​ຂຸດ​ຄົ້ນ, ແຈ້ງ​ໂມງ​ເຮືອ​/ກ່ຳ​ປັ່ນ​ອອກ/ເຂົ້າ​ທຽບ​ທ່າ ແລະ ສະ​ຕິ​ຄວາມ​ຮັບ​ຮູ້​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ກົດ​ໝາຍ​ເມື່ອ​ທຳ​ມາ​ຫາ​ກິນ​ໃນ​ທະ​ເລ.

ສະ​ຫາຍ ເລງອກ​ທັ໊ງ, ຫົວ​ໜ້າ​ໜ່ວຍກວດ​ກາ​​ການປະ​ມົງ ເລກ​ທີ ໃຫ້​ຮູ້​ວ່າ: “ເພື່ອສ້າ​ງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ຊາວ​ປະ​ມົງ​ທີ່​ໄປ​ຫາ​ປາ​ຢູ່​ທະ​ເລ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ສົມ​ທົບ​ກັບ​ບັນ​ດາ​ໜ່ວຍ​ງານ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ບໍ​ລິ​ເວນ​ຈັດ​ຕັ້ງ​ການກວດ​ກາ, ຄຸ້​ມ​ຄອງ​ບັນ​ດາ​ກ່ຳ​ປັນ​ຫາ​ປາ​ທີ່​ເຄື່ອນ​ໄຫວ​ຢູ່​ທະ​ເລ ແລະ ໜູນ​ຊ່ວຍ​ຊາວ​ປະ​ມົງ​ເມື່ອ​ມີ​ຄວາມຈຳ​ເປັນ. ໜ່ວຍ​ງານ​ກໍ່​ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ, ເຜີຍ​ແຜ່​ຄວາມ​ຮູ້​ທາງ​ກົດ​ໝາຍ, ຮັບ​ປະ​ກັນ​ຊາວ​ປະ​ມົງ​ກຳ​ແໜັ້ນ​ບັນ​ດາ​ມາດ​ຕະ​ການ​ກ່ຽວ​ກັບ​ການ​ຫາ​ປາ​ໃນ​ທະ​ເລ, ບໍ່​ລະ​ເມີດ​ອະ​ທິ​ປະ​ໄຕ​ຂອງ​ຕ່າງ​ປະ​ເທດ...”.

ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ບັນ​ດາ​ກຳ​ລັງ​ທະ​ຫານ​ເຮືອ, ກຳ​ລັງ​ກວດ​ກາ​ການ​ປະ​ມົງ, ຕຳຫຼາດ​ທະ​ເລ​ໄດ້​ຕັ້ງ​ໜ້າ​ຂົນ​ຂວາຍ​ພໍ່​ແມ່​ປະ​ຊາ​ຊົນຕິດ​ຕັ້ງບັນ​ດາ​ອຸ​ປະ​ກອນ​ຕິດ​ຕາມ​ກ່ຳ​ປັນ​ຫາ​ປາ, ໃຫ້​ຄຳ​ໝັ້ນ​ສັນ​ຍາ​ບໍ່​ນຳ​ໃຊ້​ເຄື່ອງ​ມື​ຫາ​ປາ​ແບບດັບ​ສູນ​ພັນ, ບໍ່​ລະ​ເມີດ​ກົດ​ໝາຍ... ບັນ​ດາ​ກ່ຳ​ປັນ​ຂອງ​ທະ​ຫານ​ເຮຶອ, ກຳ​ລັງ​ກວດ​ກາການ​ປະ​ມົ​ງ ໄດ້​ຮັກ​ສາ​ການ​ປະ​ຈຳ​ການ​ປ້ອງ​ກັນ​ຢູ່​ເຂດ​ຊາຍ​​ແດນທາງ​ທະ​ເລ​ຢ່າງເປັນ​ປະ​ຈຳ​ ເພື່ອ​ລາດ​ຕະ​ເວນ, ຕັກ​ເຕືອນພໍ່​ແມ່​ປະ​ຊາ​ຊົນ​ບໍ່​ໃຫ້​ລະ​ເມີດ​ເຂດ​ນ່ານ​ທະ​ເລ​ຕ່າງ​ປະ​ເທດ.

​ລຸງ ຫງວຽນ​ແທັງ​ຮຶງ, ຊາວ​ປະ​ມົງ​ແຂວງ​ບິ່ງ​ຖ້ວນ​ໃຫ້​ຮູ້​ວ່າ: ພ້ອ​ມ​ກັບ​ບັນ​ດາ​ອຸ​ປະ​ກອນ​ຕິດ​ຕາມນັ້​ນ ເລື່ອງ​ມີ​ໜ້າ​ຂອງ​ບັນ​ດາ​ກຳ​ລັງ​ຄວບ​ຄຸມກວດກ​າ​ການ​ປະ​ມົງ, ທະ​ຫານ​ເຮືອ, ຕຳຫຼວດ​ທະ​ເລ ໄດ້​ຊ່ວຍ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ອຸ່ນ​ອ່ຽງ​ໃຈ ເມື່ອ​ຫາ​ປາ​ຢູ່​ທະ​ເລ. ບັນ​ດາ​ກຸ່ມ​​ກ່ຳ​ປັ່ນ​ທີ່ລະ​ເມີດ​ເຂດ​ທະ​ເລ​ຕ່າງ​ປະ​ເທດ​ກໍ່​ໜ້ອ​ຍ​ລົງ, ຊາວ​ປະ​ມົງ​ກໍ່​ມີ​ສະ​ຕິ​ຄວາມ​ຮັບ​ຮູ້​​ໃນ​ການ​ປະ​ຕິ​ບັດ​ກົ​ດ​ໝາຍ​ວ່າ​ດ້ວຍ​ທະ​ເລກ​ວ່າ​ອີກ..

ການ​ມີ​ໜ້າ​ທີ່​ນັບ​ມື້​ນັບຫຼາຍ​ຂຶ້ນ​ຂອງ​ບັນ​ດາ​ກ່ຳ​ປັ່ນ​ຂະ​ໜາດ​ໃຫຍ່​ດ້ວຍ​ອຸ​ປະ​ກອນ​ທີ່​ທັນ​ສະ​ໄໝ​ຢູ່​ເຂດ​ເສດ​ຖະ​ກິດ​ພິ​ເສດ​ທາງ​ທະ​ເລ​ຂອງຫວຽດ​ນາມ ບໍ່​ພຽງ​ແຕ່​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ຫາ​ປາ ເຊິ່ງ​ຍັງ​ຊ່ວຍ​ເຫຼືອ​ບັນ​ດາ​ກຳ​ລັງ​ທີ່​ມີ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຄວບ​ຄຸມ, ຕິດ​ຕາມ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ສະ​ເໜີ​ແນະຂອງ EU ຢ່າງ​ມີ​ປະ​ສິດ​ທິ​ຜົນ, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ບັດ​ເຫຼືອງ​ສຳ​ລັບ​ຂະ​ແໜງ​ສິນ​ໃນ​ນ້ຳ​ຫວຽດ​ນາມ ໃນ​ໄລ​ຍະ​ໄວ​ທີ່​ສຸດ.

ມາ​ຮອດ​ປັດ​ຈຸ​ບັນ, ທົ່ວ​ປະ​ເທດ​ມີ​ກ່ຳ​ປັນ​ຫາ​ປາ​ທີ່ມີ​ລວງ​ຍາວ​ກ່​ວາ 15 ແມັດ​ຂຶ້ນ​​ໄປ 27.000 ລຳ ໄດ້​ຮັບ​ການ​ຕິດ​ຕັ້ງ​ອຸ​ປະ​ກອນ​ຕິດ​ຕາມ​ກ່ຳ​ປັນ​ຫາ​ປາ (87%). ຈຳ​ນວນ​ກ່ຳ​ປັນ​ຫາ​ປາທີ່​ໄດ້​ປະ​ຕິ​ບັດ​ຕີ​ໝາຍ​ຕາມ​ຂໍ້​ກຳ​ນົດ​ບັນ​ລຸ​ໄດ້ 90%. ນີ້​ແມ່ນ​ໜຶ່ງ​ໃນ 4 ຄຳ​ໝັ້​ນ​ສັນ​ຍາ​ຂອງ ຫວຽດ​ນາມ ທີ່​ຈະຜັນ​ຂະ​ຫຍາຍ​ບັນ​ດ​າ​ວິ​ທີ​ການ​ແກ້​ໄຂ​ການ​ຂຸດ​ຄົ້ນ IUU. ບັນ​ດາ​ຕົວ​ເລກ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ຮັບ​ຮອງ​ ແລະ ​ຕີ​ລາ​ຄ​າ​ສູງຈາກ EU​ ​ແຕ່ຍັງ​ສະ​ແດງ​ໃຫ້​ເຫັນ​​ສະ​ຕິ​ຂອງ​ຊາວ​ປະ​ມົງ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ, ກົດ​ໝາຍ​ຂອງ​ລັດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.