ທະ​ເລ​ຕາ​ເວັນ​ອອກ: ການ​ເຈ​ລະ​ຈາ ແລະ ບັນ​ດາ​ການ​ກະ​ທຳ​​ຂູ່ເຂັນແບບ​ໃໝ່

13:38 | 03/07/2021

ຍ​ສ​ໝ - ​ສະ​ຖາ​ບັນ ອາ​ຊີ - ອາບ​ຟ​ຼິກ​ກາ ຂອງມະ​ຫາວ​ິ​ທະ​ຍາ​ໄລ Hamburg (ປະ​ເທດເຢຍ​ລະ​ມັນ) ຈະ​ຈັດ​ກອງ​ປ​ະ​ຊຸມ​ສາ​ກົນ​ທາງ​ອອນ​ລາຍກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ໃນ​ວັນ​ທີ 9 ກໍ​ລະ​ກົດ ດ້ວຍ​ຫົວ​ຂໍ້ “5 ປີ​ພາຍຫຼັງ​ຄຳ​ຕັດ​ສິນ​ຂອງ​ສານ​ກຳ​ມະ​ການ​ປະ​ຈຳ PCA ກ່ຽວ​ກັບ​ທະ​ເລ​ຕ​າ​ເວັນ​ອອກ​ ​ວັນ​ທີ 12 ກໍ​ລະ​ກົດ 2016: ການ​ເຈ​ລະ​ຈາ ແລະ ບັນ​ດາ​ການ​ກະ​ທຳ​​ຂູ່​ເຂັນແບບໃໝ່”.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດອິນ​ໂດ​ເນ​ເຊຍ: ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ການ​ທົດສອບ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງອາ​ຊຽນ - ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດອິນ​ໂດ​ເນ​ເຊຍ: ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ການ​ທົດສອບ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງອາ​ຊຽນ - ຈີນ
ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ຮູບ​ແບບ​ການ​ຈຳ​ໜ່າຍ​ໂຄ​ສະ​ນາ​ກ່ຽວ​ກັບ​ທະ​ເລ​ໝູ່​ເກາະ ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ຮູບ​ແບບ​ການ​ຈຳ​ໜ່າຍ​ໂຄ​ສະ​ນາ​ກ່ຽວ​ກັບ​ທະ​ເລ​ໝູ່​ເກາະ
ທະ​ເລ​ຕາ​ເວັນ​ອອກ: ການ​ເຈ​ລະ​ຈາ ແລະ ບັນ​ດາ​ການ​ກະ​ທຳ​​ຂູ່ເຂັນແບບ​ໃໝ່
ພາບ​ປະ​ກອບ: VCG

​ກອງ​ປະ​ຊຸມ​ ຈະ​ໄຈ້​ແຍກ​ສະ​ພາບ​ການ​ຢູ່ທະ​ເລ​ຕ​າ​ເວັນ​ອອກ​ໃນ​ໄລ​ຍະ 5 ປີ​ທີ່​ຜ່ານ​ມາ, ບັນ​ດາ​ການ​ຜັນ​ແປຢ່າງ​ສັບ​ສົນ​ບົນ​ພື້ນທີ່​ຕົວ​ຈິງ, ການ​ປະ​ກົດ​ຂຶ້ນ​ຂອງ ສ​ະ​ຫະ​ພາບ​ຕ້ານການໃຊ້ສິດອຳ​ນາດຄອບງຳ ສາ​ກົນ ແລະ ບັນ​ດາ​ການ​ກະ​ທຳ​, ນະ​ໂຍ​ບາຍ​ພົວ​ພັນ​ຕ່າງ​ປະ​ເທດ ຂອງ​ຈີນ ທີ່​ກ່ຽວ​ຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ.

ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ບັນ​ດາ​ນັກ​ຊ່ຽວ​ຊານ, ນັກ​ຄົ້ນ​ຄ້​ວາ​ຂອງ​ເຢຍ​ລະ​ມັນ ແລະ ສາ​ກົນ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຄື ​ທ່ານ​ສາດ​ສະ​ດາ​ຈານ Thomas Engelbert ສັງກັດ​ມະ​ຫາ​ວິ​ທະ​ຍາ​ໄລ Hamburg , ທ່ານ​ສາດ​ສະ​ດາ​ຈານ Suzette Suarez ສັງກັດ​ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ນຳ​ໃຊ້ Bremen, ທ່ານ​ປ.ອ Takashi Hosoda ສັງກັດ​ມະ​ຫາ​ວິ​ທະ​ຍາ​ໄລ Charles, ທ່ານ​ ປ.ອ Rodion Ebbighausen ນັກ​ຂ່າວໂທ​ລະ​ພາບ Deutsche Welle, ທ່ານ ປ.ອ Gerhard Will ອະ​ດີດ​ນັກ​ຊ່ຽວ​ຊານ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ຂອງກອງ​ທຶນ​ວິ​ທະ​ຍາ​ສາດ ແລະ ການ​ເມືອງ ເຢຍ​ລະ​ມັນ (SWP), ບັນ​ດາ​ນັກ​ຊ່ຽວ​ຊານ, ນັກ​ຄົ້ນ​ຄ້​ວາ ແລະ ນັກ​ຮ​ຽນ​ຮູ້​ທີ່​ມີ​ຄວາມ​ສົນ​ໃຈ​ຕໍ່​ບັນ​ຫານີ້.

ນີ້ແມ່ນ​ຄັ້​ງ​ທີ 4 ທີ່ສະ​ຖາ​ບັນ ອາ​ຊີ - ອາບ​ຟ​ຼິກ​ກາ, ມະ​ຫາ​ວິ​ທະ​ຍາ​ໄລ Hamburg ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນກ​ອອກ. ບັນ​ດາ​ກອງ​ປະ​ຊຸ​ມ​ສຳ​ມ​ະ​ນາ​ຄັ້ງ​ກ​່ອນ ໄດ້​ຮັບ​ການ​ຈັດ​ຂຶ້ນ​ໃນ​ປີ 2017 ແລະ 2020, ໂດຍ​ດຶງ​ດູດ​ໄດ້​ຄວາມ​ສົນ​ໃຈ​ອັນ​ໃຫຍ່ຫຼວງ​ຂອງ​ວົງ​ການ​ນັກ​ຄົ້ນ​ຄ​້​ວາ ແລະ ຫາງ​ສຽງ​ສາ​ກົນ. ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ໄດ້​ຈ​ັດ​ຕາມ​ຮູບ​ການ​ທາງ​ອອນ​ລາຍ, ບັນ​ດາ​ຜູ້​ມີ​ຄວາມ​ສົນ​ໃຈ​ສາ​ມາດ​ຕິດ​ຕາມກອງ​ປະ​ຊຸມ​ດັ່ງ​ກ່າວ​ໃນ​ເວັບ​ໄຊ​ຂອງ ມະ​ຫາ​ວິ​ທະ​ຍາ​ໄລ Hamburg.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.