ບັນດານັກຊ່ຽວຊານເຊັກໂກ ຕີລາຄາສູງຄຳປາໄສຂອງນາຍົກລັດຖະມົນຕີຫວຽດນາມ

11:55 | 16/08/2021

ຍສໝ - ບັນດານັກຊ່ຽວຊານເຊັກໂກ ໄດ້ຕີລາຄາສູງຄຳປາໄສ ຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ທີ່ການສ​ຳ​ມະ​ນາເປີດຂັ້ນສູງທາງອອນໄລ​ທີ່​ຜ່ານ​ມາ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ດ້ວຍຫົວຂໍ້ “ເພີ່ມທະວີຄວາມໝັ້ນຄົງທາງທະເລ”.

ນາຍົກລັດຖະມົນຕີຝ້າມມິງຈີ້ງ ປຸກລະດົມ ຂະບວນການແຂ່ງຂັນພິເສດ “ທົ່ວປະເທດສາມັກຄີ ຮ່ວມແຮງ ຮ່ວມໃຈແຂ່ງຂັນປ້ອງກັນ, ສະກັດກັ້ນ ແລະ ເອົາຊະນະຕໍ່ໂຄວິດ-19” ນາຍົກລັດຖະມົນຕີຝ້າມມິງຈີ້ງ ປຸກລະດົມ ຂະບວນການແຂ່ງຂັນພິເສດ “ທົ່ວປະເທດສາມັກຄີ ຮ່ວມແຮງ ຮ່ວມໃຈແຂ່ງຂັນປ້ອງກັນ, ສະກັດກັ້ນ ແລະ ເອົາຊະນະຕໍ່ໂຄວິດ-19”
ທ່ານນາຍົກລັດຖະມົນຕີຟ້າມມິນຈິງກວດກາວຽກງານປິ່ນປົວໂລກລະບາດໂຄວິດ-19 ຢູ່ບັນດາແຂວງທາງພາກໃຕ້ ທ່ານນາຍົກລັດຖະມົນຕີຟ້າມມິນຈິງກວດກາວຽກງານປິ່ນປົວໂລກລະບາດໂຄວິດ-19 ຢູ່ບັນດາແຂວງທາງພາກໃຕ້

ຕາມ​ບັນ​ດາ​ນັກຊ່ຽວຊານເຊັກ​ໂກແລ້ວ, ຄວາມປອດໄພໃນການເດີນທະເລ ແມ່ນບັນຫາທົ່ວໂລກ ທີ່​ໄດ້ດຶງດູດຄວາມສົນໃຈນັບມື້ນັບຫຼາຍຂຶ້ນ ຈາກປະຊາຄົມສາກົນ. ຄຳປາໄສ ຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງບົດບາດ ແລະ ​​ຍົກ​ທີ່ຕັ້ງຂອງຫວຽດນາມ ​ບົນເວທີສາກົນ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ເພີ່ມທະວີຄວາໝັ້ນຄົງທາງທະເລ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ບັນດານັກຊ່ຽວຊານເຊັກໂກ ຕີລາຄາສູງຄຳປາໄສຂອງນາຍົກລັດຖະມົນຕີຫວຽດນາມ
ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ.

ທ່ານ ປ​ອ. Jan Hornat, ຜູ້ຊ່ຽວຊານກ່ຽວກັບມະ​ຫາ​ສະ​ໝຸດອິນເດຍ - ປາຊີຟິກທີ່ມະຫາວິທະຍາໄລ​ສັງ​ລວ​ມ Charles ກ່າວວ່າຄໍາປາໄສຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມມີຄວາມເປັນເຈົ້າການ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າໃນການຮັບປະກັນຄວາມປອດໄພທາງທະເລ - ຫົວຂໍ້ທີ່ດຶງດູດຄວາມສົນໃຈຂອງປະຊາຄົມໂລກໃນປະຈຸບັນນີ້. ສິ່ງດັ່ງກ່າວ ໄດ້ຊ່ວຍຍົກສູງທີ່ຕັ້ງຂອງຫວຽດນາມ ບົນເວທີສາກົນ, ພິເສດແມ່ນຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດທະເລສາກົນ ບົນພື້ນຖານສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍທະເລປີ 1982 (UNCLOS).

ນັກຂ່າວ Alex Svamberg, ຜູ້ຊ່ຽວຊານ​ວິ​ເຄາະກ່ຽວກັບບັນຫາຄວາມໝັ້ນຄົງໃນອາຊີ-ປາຊີຟິກ ຂອງໜັງສືພິມ Czech News ກ່າວວ່າ ຄໍາປາໄສຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ທີ່ການສ​ຳ​ມະ​ນາຂອງສະພາຄວານໝັ້ນຄົງສະຫະປະຊາຊາດ ​ໄດ້ສະແດງໃຫ້ເຫັນຫວຽດນາມ ມີຄວາມປາດຖະໜາຢາກຮັບປະກັນສະພາບແວດລ້ອມພາກພື້ນ ທີ່​ມີ​ສະ​ຖ​ຽນ​ລະ​ພາບ ແລະ ຢຸດຕິການກະທໍາລະເມີດ​ກົດໝ​າຍສາກົນ​ລຳ​ພັງຝ່າຍດຽວຢູ່ທະເລຕາເວັນອອກ, ເຊິ່ງນີ້ບໍ່ພຽງແຕ່ເປັນບັນຫາທີ່ໜ້າເປັນຫ່ວງ ສໍາລັບຫວຽດນາມເທົ່ານັ້ນ, ແຕ່​ຍັງ​ແມ່ນສໍາລັບທົ່ວໂລກອີກດ້ວຍ.

ຕາມນັກຂ່າວ Alex Svamberg ແລ້ວ, EU ນັບມື້ນັບມີຄວາມສົນໃຈ ໃນການປະກອບສ່ວນຮັບປະກັນຄວາມເສລີໃນການເດີນທະເລ ຢູ່ທະເລຕາເວັນອອກ ເພາະວ່ານີ້ແມ່ນເສັ້ນທາງການຄ້າສາກົນທາງທະເລທີ່ສໍາຄັນ. ບັນດາຂໍ້ສະເໜີຢູ່ໃນຄຳປາໄສ ຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ໄດ້ສະແດງໃຫ້ເຫັນວ່າ ແຜນນະໂຍບາຍຂອງຫວຽດນາມ ແມ່ນແກ້ໄຂບັນຫາທະເລຕາເວັນອອກ ໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ເປັນ​ຕົ້ນແມ່ນ UNCLOS-1982, ແລະ ຮັບຮອງເອົາວິທີການແກ້ໄຂຫຼາຍຝ່າຍ ເພື່ອຮັບປະກັນຄວາມເສລີໃນການເດີນທະເລ ແລະ ການເດີນອາກາດຢູ່ທະເລຕາເວັນອອກ ເພື່ອ​ຄວາມ ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ. ນີ້ແມ່ນວິທີການ​ສ​ສຳ​ຜັດ​ທີ່ໄດ້ຮັບ​ການສະໜັບສະໜູນຈາກປະຊາຄົມສາກົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.