ລ້າງເຊີນ ທົດລອງດ່ານຊາຍແດນດີຈີຕອນສ້າງບາດກ້າວບຸກທະລຸເພື່ອສ້າງແຜນທີ່ການສົ່ງອອກ-ນຳເຂົ້າທົ່ວປະເທດໃຫ້ສົມບູນແບບ

06:16 | 02/08/2021

ໃນວິວັດການປະຕິບັດ, ທຸກອົງການທີ່ກ່ຽວຂ້ອງຄື: ຕຳຫຼວດຈະລາຈອນ, ພາສີ, ທະຫານປ້ອງກັນຊາຍແດນ… ຕະຫຼອດຮອດບັນດາວິສາຫະກິດ ລ້ວນແຕ່ປາດຖະໜາວ່າ ມີພື້ນຖານດ່ານຊາຍແດນດີຈີຕອນ ເພື່ອປ່ຽນແປງວິທີເຄື່ອນໄຫວ, ບໍລິຫານທີ່ພວມຄົງຕົວ.

ລ້າງເຊີນ: ການຄວບຄຸມຊາຍແດນຢ່າງເຂັ້ມງວດ, ສະກັດກັ້ນການເຂົ້າເມືອງຜິດກົດໝາຍ ລ້າງເຊີນ: ການຄວບຄຸມຊາຍແດນຢ່າງເຂັ້ມງວດ, ສະກັດກັ້ນການເຂົ້າເມືອງຜິດກົດໝາຍ
ສ.ເກົາຫຼີ ໄດ້ສະໜັບສະໜູນເງິນເກືອບ 20 ຕື້ດົງເພື່ອປະຕິບັດໂຄງການ “ໂຮງຮຽນຄວາມຫວັງ  Samsung” ຢູ່ ລ້າງເຊີນ ສ.ເກົາຫຼີ ໄດ້ສະໜັບສະໜູນເງິນເກືອບ 20 ຕື້ດົງເພື່ອປະຕິບັດໂຄງການ “ໂຮງຮຽນຄວາມຫວັງ Samsung” ຢູ່ ລ້າງເຊີນ
(ລ້າງເຊີນ ພ້ວມຜັນຂະຫຍາຍການທົດລອງສ້າງ 2 ດ່ານຊາຍແດນ ຮຶວງີ້, ເຕີນແທັງ ດີຈີຕອນສັງລວມ ແລະ ຮອບດ້ານ)
(ລ້າງເຊີນ ພ້ວມຜັນຂະຫຍາຍການທົດລອງສ້າງ 2 ດ່ານຊາຍແດນ ຮຶວງີ້, ເຕີນແທັງ ດີຈີຕອນສັງລວມ ແລະ ຮອບດ້ານ)

ພະແນກຖະແຫຼງຂ່າວ ແລະ ສື່ສານແຂວງ ລ້າງເຊີນ ພ້ວມເປັນເຈົ້າການສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຜັນຂະຫຍາຍການທົດລອງສ້າງ 2 ດ່ານຊາຍແດນ ຮຶວງີ້, ເຕີນແທັງ ດີຈີຕອນສັງລວມ ແລະ ຮອບດ້ານ ເພື່ອຫັນຂັ້ນຕອນເປັນອັດຕະໂນມັດ, ຫຼຸດຜ່ອນເວລາຜ່ານດ່ານສຳລັບວິສາຫະກິດທີ່ມີພາຫະນະເຂົ້າອອກເມືອງ ແລະ ສິນຄ້າສົ່ງອອກ-ນຳເຂົ້າລະຫວ່າງ ຫວຽດນາມ ແລະ ຈີນ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວບຸກທະລຸຍຸດທະສາດ, ກ້າວໄປເຖິງການສ້າງແຜນການສົ່ງອອກ-ນຳເຂົ້າຂອງທົ່ວປະເທດໃຫ້ສົມບູນແບບ.

ແຕ່ລະປີ, ເມື່ອກ້າວເຂົ້າສູ່ຈຸດສຸມຂອງລະດູການເກັບກ່ຽວຜະລິດຕະພັນກະເສດຄືແຕ່ເດືອນ ພຶດສະພາ ຫາເດືອນ ກັນຍາ, ສະພາບລົດສົ່ງອອກຜະລິດຕະພັນກະເສດອັ່ງອໍລໍຖ້າເກີດຂຶ້ນເປັນປະຈຳຢູ່ໃນບໍລິເວນແຂວງ ລ້າງເຊີນ. ທ່ານ ຫງວຽນຄັກລິກ, ຮອງຫົວໜ້າພະແນກຖະແຫຼງຂ່າວ ແລະ ສື່ສານແຂວງ ລ້າງເຊີນ, ໃຫ້ຮູ້ວ່າ:

“ໃນວິວັດການປະຕິບັດ, ທຸກອົງການທີ່ກ່ຽວຂ້ອງຄື: ຕຳຫຼວດຈະລາຈອນ, ພາສີ, ທະຫານປ້ອງກັນຊາຍແດນ… ຕະຫຼອດຮອດບັນດາວິສາຫະກິດ ລ້ວນແຕ່ປາດຖະໜາວ່າ ມີພື້ນຖານດ່ານຊາຍແດນດີຈີຕອນ ເພື່ອປ່ຽນແປງວິທີເຄື່ອນໄຫວ, ບໍລິຫານທີ່ພວມຄົງຕົວ. ລ້າງເຊີນ ແມ່ນແຂວງທຳອິດທີ່ວາງອອກເປົ້າໝາຍ ແລະ ແຜນການເພື່ອສ້າງ ແລະ ປະຕິບັດການຫັນແນວຄວາມຄິດກ່ຽວກັບການຫັນປ່ຽນເປັນດີຈີຕອນຕາມໂຄງການຫັນເປັນດີຈີຕອນແຫ່ງຊາດໃຫ້ປະກົດຜົນເປັນຈິງ. ນີ້ແມ່ນພື້ນຖານ 2 ສົ້ນ, ກໍ່ແມ່ນພື້ນຖານເປັນແບບຢ່າງໃນພາຍພາກໜ້າໃຫ້ແກ່ບັນດາດ່ານຊາຍແດນໃນທົ່ວປະເທດ ເພື່ອຮັບໃຊ້ຄວາມໂປ່ງໃສດ້ານສິນຄ້າ, ແກ້ໄຂເວລາໃນການອະນຸຍາດຜ່ານແດນຢ່າງໄວກວ່າ, ເພີ່ມປະສິດທິຜົນທາງດ້ານເສດຖະກິດໃຫ້ແກ່ແຂວງ ລ້າງເຊີນ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ”.

ແຜນການຜັນຂະຫຍາຍທົດລອງການສ້າງດ່ານຊາຍແດນ ຮຶວງີ້, ເຕີນແທັງ ດີຈີຕອນສັງລວມ ແລະ ຮອບດ້ານແມ່ນເພື່ອແນໃສ່ເພີ່ມທະວີວຽກງານຄຸ້ມຄອງ, ຕິດຕາມກວດກາຂອງບັນດາອົງການແຫ່ງລັດ; ສ້າງຊ່ອງຂໍ້ມູນຂ່າວ, ເຊື່ອມຕໍ່ຫຼາຍຝ່າຍລະຫວ່າງອົງການແຫ່ງລັດກັບວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດທີ່ເຂົ້າຮ່ວມການສົ່ງອອກ-ນຳເຂົ້າ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດທີ່ເຂົ້າຮ່ວມການສົ່ງອອກ-ນຳເຂົ້າໃຫ້ດີກວ່າເກົ່າ.

ຄາດວ່າ, ແຂວງ ລ້າງເຊີນ ຈະຜັນຂະຫຍາຍການສ້າງບັນດາພື້ນຖານດ່ານຊາຍແດນດີຈີຕອນໃນເດືອນ ສິງຫາ 2021 ແລະ ພາຍຫຼັງສຳເລັດການທົດລອງ, ຮູບແບບພື້ນຖານດ່ານຊາຍແດນດີຈີຕອນ ຈະສາມາດນຳໃຊ້ຢູ່ດ່ານຊາຍແດນຢູ່ບັນດາທ້ອງຖິ່ນອື່ນໆໃນທົ່ວປະເທດ. ທ່ານ ຟານຮຸຍຫວູ, ຫົວໜ້າສູນເຕັກໂນໂລຊີຂໍ້ມູນຂ່າວສານ, ບໍລິສັດ VNPT ລ້າງເຊີນ, ກຸ່ມບໍລິສັດໄປສະນີໂທລະຄົມຫວຽດນາມ ໃຫ້ຮູ້ວ່າ:

“ລະບົບດ່ານຊາຍແດນດີຈີຕອນຈະໄດ້ຜັນຂະຫຍາຍບົນພື້ນຖານໂຄງລ່າງ Datacenter ຂອງຄະນະກຳມະການແຂວງ ລ້າງເຊີນ. ຜ່ານການສຳຫຼວດ ແມ່ນສາມາດຕອບສະໜອງໃຫ້ແກ່ຜູ້ນຳໃຊ້ 5.000 ເທື່ອຄົນເຂົ້າແຈ້ງໃນຈຸດເວລາດຽວກັນ. ດ້ວຍການຊີ້ນຳຢ່າງໃກ້ຊິດຂອງຄະນະກຳມະການປະຊາຊົນແຂວງ ລ້າງເຊີນ, ພວກຂ້າພະເຈົ້າຕັດສິນໃຈຈະນຳຊອບແວດັ່ງກ່າວຜັນຂະຫຍາຍໃນຊຸມອາທິດທຳອິດຂອງເດືອນ ສິງຫາ ຈະມາເຖິງ”.

ເມື່ອບັນດາດ່ານຊາຍແດນຢູ່ທ້ອງຖິ່ນອື່ນໆພ້ອມກັນນຳໃຊ້ພື້ນຖານເຫັນເປັນດີຈີຕອນຄືຢູ່ ລ້າງເຊີນ ແລ້ວ ກໍຈະສ້າງເປັນແຜນທີ່ລະອຽດກ່ຽວກັບສະພາບການສົ່ງອອກ-ນຳເຂົ້າ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາອົງການທີ່ມີໜ້າທີ່ ແລະ ບັນດານັກຄຸ້ມຄອງ, ນັກວາງແຜນນະໂຍບາຍໃນການຄຸ້ມຄອງ, ຕິດຕາມກວດກາ, ດັດສົມສະພາບສົ່ງອອກ-ນຳເຂົ້າໃນທົ່ວປະເທດ. ທ່ານ ຫງວຽນວັນຢຸງ, ຜູ້ອຳນວຍການບໍລິສັດສົ່ງອອກ-ນຳເຂົ້າ ຄາຍເລີມ ຈຳກັດ, ຖືວ່າ:

“ຖ້າຫາກວ່າໂຄງການດັ່ງກ່າວບັນລຸໄດ້ສະພາບຕົວຈິງຄືແນວນັ້ນ ແມ່ນຈະດີສຳລັບບັນດາວິສາຫະກິດ ຍ້ອນວ່າໃນເມື່ອກ່ອນນີ້ ວິສາຫະກິດຕ້ອງເຮັດວຽກໂດຍກົງ, ທຸກລະບຽບການລ້ວນແຕ່ປະຕິບັດຕາມແຕ່ລະຂັ້ນຕອນ. ຖ້າຫາກວ່າໂຄງການດ່ານຊາຍແດນດີຈີຕອນໄດ້ນຳໃຊ້ແລ້ວ ກໍພຽງແຕ່ຈົດທະບຽນ, ແຈ້ງບັນຊີຢ່າງຄົບຖ້ວນຢູ່ໃນລະບົບເທົ່ານັ້ນ, ກໍຈະຊ່ວຍຫຼຸດເວລາ ແລະ ມີລະດັບຄວາມຄືບໜ້າໃນການສົ່ງອອກຂອງວິສາຫະກິດ.”

ໜຶ່ງໃນຈຳນວນ 6 ເນື້ອໃນສຳຄັນເຊິ່ງກອງປະຊຸມໃຫຍ່ຄະນະພັກແຂວງ ລ້າງເຊີນ ຄັ້ງທີ 17 ໄດ້ວາງອອກນັ້ນແມ່ນ ພັດທະນາເສດຖະກິດດ່ານຊາຍແດນ, ຊຸກຍູ້ການເຕີບໂຕເສດຖະກິດ. ຕາມນັ້ນແລ້ວ, ແຂວງ ລ້າງເຊີນ ຈະສູ້ຊົນກາຍເປັນບັນດາສູນກາງ, ສູນຕິດຕໍ່ການເຄື່ອນໄຫວສົ່ງອອກ -ນຳເຂົ້າ, ການຄ້າ, ການບໍລິການ, ການທ່ອງທ່ຽວ ແລະ ເສດຖະກິດດ່ານຊາຍແດນຈຸດສຸມຂອງເຂດຕາເວັນອອກສ່ຽງເໜືອໂດຍໄວ, ພ້ອມທັງແມ່ນປະຕູສຳຄັນໃນການຈາລະຈອນສິນຄ້າຂອງບັນດາປະເທດ ອາຊຽນ ກັບຕະຫຼາດ ຈີນ ແລະ ບັນດາປະເທດອື່ນໆ.

vovworld.vn

ເຫດການ
302 Found

Found

The document has moved here.