ສະເໜີໂຄງການ ການນໍາຂັ້ນສູງແມ່ນໍ້າຂອງ - ສະຫະລັດອາເມລິກາ

13:56 | 09/08/2021

ຍສໝ - ຫວ່າງແລ້ວນີ້, ໂດຍເຂົ້າຮ່ວມ ແລະ ກ່າວປາໄສຢູ່ກອງປະຊຸມລັດຖະມົນຕີພົວພັນຄູ່ຮ່ວມມື ແມ່ນໍ້າຂອງ - ສະຫະລັດອາເມລິກາ ຄັ້ງທີສອງ (MUSP) ໃນຮູບແບບອອນໄລ, ທ່ານລັດຖະມົນຕີການຕ່າງປະເທດ ບູຍແທັງເຊີນ ໄດ້ສະເໜີໂຄງການການນໍາຂັ້ນສູງ ແມ່ນໍ້າຂອງ - ສະຫະລັດອາເມລິກາ ເພື່ອແນໃສ່ເພີ່ມທະວີການໂອ້ລົມສົນທະນາ, ປຶກສາຫາລືກ່ຽວກັບນະໂຍບາຍ ຮັບໃຊ້ໃຫ້ແກ່ການພັດທະນາແບບຍືນຍົງໃນພາກພື້ນແມ່ນໍ້າຂອງ.

ສະຫະລັດອາເມລິກາ ໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມທະວີການຮ່ວມມືກັບອະນຸພາກພື້ນແມ່ນໍ້າຂອງ ສະຫະລັດອາເມລິກາ ໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມທະວີການຮ່ວມມືກັບອະນຸພາກພື້ນແມ່ນໍ້າຂອງ
ລາວ-ຈີນ ເພີ່ມຄວາມເຂັ້ມແຂງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມຊາຍແດນລໍາແມ່ນໍ້າຂອງຕອນເໜືອ ລາວ-ຈີນ ເພີ່ມຄວາມເຂັ້ມແຂງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມຊາຍແດນລໍາແມ່ນໍ້າຂອງຕອນເໜືອ

ທ່ານລັດຖະມົນຕີ ໄດ້ເນັ້ນໜັກວ່າ: ການແຜ່ລະບາດຂອງພະຍາດໂຄວິດ -19 ແລະ ການປ່ຽນແປງດິນຟ້າອາກາດເປັນບັນຫາຮີບດ່ວນ, ເຊິ່ງ​ໄດ້​ວາງ​ອອກສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ກັບການພັດທະນາແບບຍືນຍົງ ແລະ ກວມລວມຂອງອະນຸພາກພື້ນແມ່ນ້ຳຂອງ, ເຊິ່ງຮຽກ​ຮ້ອງຄວາມຕັດສິນໃຈ ແລະ ຄວາມພະຍາຍາມ ​ໃນ​ກ​ານ​ຮ່ວມ​ມືຂອງບັນດາປະເທດແມ່ນ້ຳຂອງ, ອາຊຽນ ແລະ ບັນດາຄູ່ຮ່ວມ​ມື.

ສະເໜີໂຄງການ ການນໍາຂັ້ນສູງແມ່ນໍ້າຂອງ - ສະຫະລັດອາເມລິກາ
ທ່ານລັດຖະມົນຕີການຕ່າງປະເທດ ບູຍແທັງເຊີນ.

ທ່ານລັດຖະມົນຕີການຕ່າງປະເທດ ບູຍແທັງເຊີນ ໄດ້ສະເໜີບັນດາກຸ່ມວິທີແກ້ໄຂ ເຊັ່ນ: ຜັນຂະຫຍາຍໂຄງການສັກຢາວັກຊີນກັນພະຍາດໂຄວິດ -19 ໂດຍໄວ; ​​ຍູ້ແຮງການຮ່ວມມືໃນການຖ່າຍທອດເຕັກໂນໂລຊີການຜະລິດ ແລະ ການແຈກຢາຍວັກຊີນມີຄຸນນະພາບສູງ, ເພີ່ມ​ທະ​ວີລະບົບສາທາລະນະສຸກ ເພື່ອປັບປຸງຄວາມສາມາດໃນການຮັບ​ມືກັບສິ່ງທ້າທາຍດ້ານສາທາລະນະສຸກ; ​ຍົກ​ສູງຄວາມສາມາດໃນການ​ຮັບ​ມື ແລະ ການປັບຕົວຂອງອ່າງແມ່ນ້ຳຂອງ ຕໍ່ກັບການປ່ຽນແປງຂອງດິນຟ້າອາກາດ; ​ເພີ​່ມ​ທະ​ວີ​ການຮ່ວມມືໃນການຄຸ້ມຄອງ ແລະ ການນໍາໃຊ້ຊັບພະຍາກອນນໍ້າຂ້າມຊາຍແດນແບບຍືນຍົງ; ສະເໜີໂຄງການການນໍາຂັ້ນສູງ ແມ່ນໍ້າຂອງ - ສະຫະລັດອາເມລິກາ ເພື່ອເພີ່ມ​ທະ​ວີການໂອ້​ລົມ​ສົນ​ທະ​ນາ, ປຶກສາຫາລືກ່ຽວ​ກັບດ້ານນະໂຍບາຍ ​ຮັບ​ໃຊ້​ໃຫ້​ແກ່ການພັດທະນາແບບຍືນຍົງໃນພາກພື້ນແມ່ນໍ້າຂອງ...

ບັນດາລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການໜູນຊ່ວຍຂອງສະຫະລັດອາເມລິກາ ຕໍ່ບັນດາປະເທດແມ່ນ້ຳຂອງ ໃນການຕໍ່ສູ້​ຕ້ານ COVID-19, ຮອງຮັບເອົາບັນ​ດາຜົນສຳເລັດທີ່ MUSP ບັນລຸໄດ້ໃນຂົງເຂດການຮ່ວມມື ເຊັ່ນ: ການຄຸ້ມຄອງແຫຼ່ງນ້ຳແບບຍືນຍົງ, ປົກປັກ​ຮັກ​ສາສິ່ງແວດລ້ອມ, ການຮັບ​ມື​ກັບໄພພິບັດ, ການປ່ຽນແປງດິນຟ້າອາກາດ, ​ສາ​ທາ​ລະ​ນະ​ສຸກ, ການສຶກສາ, ການພັດທະນາພື້ນຖານໂຄງລ່າງ ແລະ ການເຊື່ອມຕໍ່ພາກພື້ນ.

ບັນດາລັດຖະມົນຕີ ​ໄດ້ເຫັນດີເປັນເອກະພາບຮັບຮອງເອົາແຜນການເຄື່ອນໄຫວໄລຍະ 2021-2023, ໃນນັ້ນບຸລິມະສິດໃຫ້ແກ່ການ​ຜັນ​ຂ​ະ​ຫຍາຍບັນດາລາຍ​ການ, ໂຄງການໃນຫຼາຍຂົງເຂດ ຄື: ການເຊື່ອມຕໍ່ເສດຖະກິດ; ການຄຸ້ມຄອງແຫຼ່ງນ້ຳ, ຊັບພະຍາກອນທຳມະຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ; ຄວາມປອດໄພແບບໃໝ່ແມ່ນການຊຸກ​ຍູ້​ການຮ່ວມມືຕ້ານອາດຊະຍາກຳຂ້າມຊາດ; ຄວາມປອດໄພທາງການແພດ, ຄວາມປອດໄພ​ດ້ານເຄືອຂ່າຍອິນເຕີ​ເນັດ; ການຊ່ວຍເຫຼືອດ້ານມະນຸດສະທຳ;...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.