ເພີ່ມທະວີຄວາມສາມັກຄີ ແລະ ຄວາມຕິດພັນກັນ ລະຫວ່າງກຳລັງຕຳຫຼວດທະເລ ແລະ ປະຊາຊົນທ້ອງຖິ່ນ

12:08 | 23/07/2021

ຍສໝ - ໃນແຕ່ລະປີ, ບັນດາທ້ອງຖິ່ນແຄມຝັ່ງທະເລແຂວງເຫງະອ່ານ ແລະ ທະເລກຳລັງຕຳຫຼວດທະເລຫວຽດນາມ ຍາມໃດກໍ່ມີບັນດາການເຄື່ອນໄຫວທີ່່ແທດຈິງ, ມີຄວາມໝາຍ, ປະກອບສ່ວນເພີ່ມທະວີການພົວພັນສາມັກຄີລະຫວ່າງປະຊາຊົນ, ພ້ອມກັນມຸ່ງໄປເຖິງເປົ້າໝາຍພັດທະນາເສດຖະກິດສັງຄົມ…

ໃກ້ຈະຜັນຂະຫຍາຍໂຄງການຟາມໄຟຟ້າໃຊ້ພະລັງງານແຮງແຮງລົມຂະໜາດໃຫຍ່ຢູ່ທະເລຂອງຫວຽດນາມ ໃກ້ຈະຜັນຂະຫຍາຍໂຄງການຟາມໄຟຟ້າໃຊ້ພະລັງງານແຮງແຮງລົມຂະໜາດໃຫຍ່ຢູ່ທະເລຂອງຫວຽດນາມ
ຍູ້ແຮງການເຜີຍແຜ່ກົດໝາຍວ່າດ້ວຍຕຳຫຼວດທະເລຫວຽດນາມ ຍູ້ແຮງການເຜີຍແຜ່ກົດໝາຍວ່າດ້ວຍຕຳຫຼວດທະເລຫວຽດນາມ

ຫວ່າງມໍ່ໆນີ້, ໃນວັນທີ 21 ມີນາ 2021 ຢູ່ເມືອງເກືອລໍ່, ຄະນະຜູ້ແທນຂັ້ນຮາກຖານຂອງກອງປະຕິບັດງານພິເສດ ສະກັດກັ້ນອາຊະຍາກຳຢາເສບຕິດ, ກອງບັນຊາການຕຳຫຼວດທະເລຫວຽດນາມ ໄດ້ເປັນປະທານການຈັດຕັ້ງຍຸດທະບັ້ນຮົບ “ເກັບຂີ້ເຫຍື້ອເພື່ອທຳຄວາມສະອາດທະເລໝູ່ເກາະ”.

ກ່ອນໜ້ານີ້, ໃນວັນທີ 4 ແລະ 5 ທັນວາ ປີ 2020, ຢູ່ເມືອງ ງີລົກ, ແຂວງເຫງະອ່ານ, ກອງບັນຊາການຕຳຫຼວດທະເລຫວຽດນາມ ໄດ້ຈັດຕັ້ງການໂຄສະນາເຜີຍແຜ່ ແລະ ມອບຂອງຂວັນໃຫ້ປະຊາຊົນທ້ອງຖິ່ນ; ເພື່ອສ້າງສາຍພົວພັນ ແລະ ຄວາມສາມັກຄີຢ່າງສະໜິດແໜ້ນ ລະຫວ່າງປະຊາຊົນທ້ອງຖິ່ນ ແລະ ພະນັກງານ, ທະຫານຂອງກຳລັງຕຳຫຼວດທະເລ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ.

ເພີ່ມທະວີຄວາມສາມັກຄີ ແລະ ຄວາມຕິດພັນກັນ ລະຫວ່າງກຳລັງຕຳຫຼວດທະເລ ແລະ ປະຊາຊົນທ້ອງຖິ່ນ
ເພີ່ມທະວີຄວາມສາມັກຄີ ແລະ ຄວາມຕິດພັນກັນ ລະຫວ່າງກຳລັງຕຳຫຼວດທະເລ ແລະ ປະຊາຊົນທ້ອງຖິ່ນ. (ພາບປະກອບ: baohoabinh.com.vn)

ກຳລັງຕຳຫຼວດທະເລ ຍັງໄດ້ຊ່ວຍເຫຼືອໂດຍກົງ ໃຫ້ແກ່ຊາວປະມົງໃນການແກ້ໄຂບັນຫາ, ເຫດການຕ່າງໆຢູ່ທະເລ, ແນະນຳໃຫ້ຊາວປະມົງປະຕິບັດຕາມກົດໝາຍໃນການຫາປາຢູ່ທະເລ...

ແຂວງເຫງະອ່ານ ມີຊາຍຝັ່ງທະເລຍາວ 82 ກມ, ໃນທົ່ວແຂວງມີ 3.449 ພາຫະນະທີ່ຫາປາ. ປະລິມານການຜະລິດຂຸດຄົ້ນເຄື່ອງທະເລທຸກປະເພດ ຢູ່ແຂວງເຫງະອານ ໃນຊຸມປີມໍ່ໆມານີ້ ໄດ້ເພີ່ມຂື້ນຢ່າງຕໍ່ເນື່ອງ, ອັດຕາການເຕີບໂຕສະເລ່ຍ 7-8% ຕໍ່ປີ. ສະເພາະໃນປີ 2020, ປະລິມານການຂຸດຄົ້ນຂອງທົ່ວແຂວງ ໄດ້ບັນລຸ 184.080 ໂຕນ, ເພີ່ມຂຶ້ນ 12,46% ເມື່ອທຽບໃສ່ກັບປີ 2019.

ພ້ອມດ້ວຍຄວາມພະຍາຍາມຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະ ແຫຼ່ງຜົນດີຈາກທະເລ, ພິເສດແມ່ນການຂຸດຄົ້ນສິນທະເລໃນທະເລ, ບັນດາທ້ອງຖິ່ນແຄມທະເລຂອງແຂວງເຫງະອານ ຍັງສຸມໃສ່ປະສານສົມທົບກັບບັນດາຫົວໜ່ວຍອື່ນໆ, ໃນນັ້ນມີຕຳຫຼວດທະເລ ເພືື່ອຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອຍົກສູງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບກົດໝາຍສຳລັບປະຊາຊົນ; ຊ່ວຍເຫຼືອຊາວປະມົງເມື່ອປະສົບກັບຄວາມຫຍຸ້ງຍາກຢູ່ທະເລ; ມອບຂອງຂວັນໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.