ຫວຽດ​ນາມ​ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ທະ​ເລ ແລະ ມະ​ຫາ​ສະ​ໝຸດ​ແບບ​ຍືນ​ຍົງ

16:06 | 26/07/2021

ຍ​ສ​ໝ - ວັນ​ທີ 21 ກໍ​ລະ​ກົດ, ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ ເປັນ​ປະ​ທານກອງ​ປະ​ຊຸ​ມ​ທາງ​ອອນ​ລາຍ​ກຸ່ມ​ເພື່ອນ​ມິດ​ຂອງ ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982 (UNCLOS) ດ້ວຍ​ຫົວ​ຂໍ້ “ຄວາມ​ສຳ​ຄັນ​ຂອງ UNCLOS ໃນ​ການ​ປະ​ຕິ​ບັດ, ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ເລກ​ທີ 14 ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ນຳ​ໃຊ້​ທະ​ເລ ແລະ ມະ​ຫາ​ສະ​ໝຸດ​ແບບ​ຍືນ​ຍົງ (SDG 14)”.

ຍູ້ແຮງການເຜີຍແຜ່ກົດໝາຍວ່າດ້ວຍຕຳຫຼວດທະເລຫວຽດນາມ ຍູ້ແຮງການເຜີຍແຜ່ກົດໝາຍວ່າດ້ວຍຕຳຫຼວດທະເລຫວຽດນາມ
ທະ​ເລ​ຕາ​ເວັນ​ອອກ: ການ​ເຈ​ລະ​ຈາ ແລະ ບັນ​ດາ​ການ​ກະ​ທຳ​​ຂູ່ເຂັນແບບ​ໃໝ່ ທະ​ເລ​ຕາ​ເວັນ​ອອກ: ການ​ເຈ​ລະ​ຈາ ແລະ ບັນ​ດາ​ການ​ກະ​ທຳ​​ຂູ່ເຂັນແບບ​ໃໝ່
ຫວຽດ​ນາມ​ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ທະ​ເລ ແລະ ມະ​ຫາ​ສະ​ໝຸດ​ແບບ​ຍືນ​ຍົງ
ກອງ​ປະ​ຊຸ​ມ​ທາງ​ອອນ​ລາຍ​ກຸ່ມ​ເພື່ອນ​ມິດ​ຂອງ ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982 (UNCLOS) (ພາບ: TTXVN)

ທ່ານ​ສາ​ສະ​ດາ​ຈານ​ກົດ​ໝາຍ​ສາ​ກົນ ຊາວ ອັງ​ກິດ Malcolm Evans ແມ່ນນັກ​ບັນ​ຍາຍ​ຫຼັກ​​ທີ່ໄດ້​ຮັບ​​ເຊີນ​ມາ​ແລກ​ປ່ຽນ​​ຕໍ່​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ແລະ ຜູ້​ແທນ​ຂອງ​ກ່​ວາ 120 ປະ​ເທດ​ສະ​ມາ​ຊິກ ສ​ປ​ຊ.

ຕາມ​ສາດ​ສະ​ຈາ​ການ Evans ແລ້ວ, UNCLOS “ກົດ​ບັດ​ຂອງ​ມະ​ຫາ​ສະ​ໝຸດ”​ແມ່ນກອບ​ປັບ​ປຸງ​ທຸກ​ການ​ເຄື່ອນ​ໄຫວ​ໃນ​ທະ​ເລ ແລະ ມະ​ຫາ​ສະໝຸດ, ຮັບ​ປະ​ກັນ​ຄວາມ​ດຸ່ນ​ດ່ຽງ​ລະ​ຫວ່າງ​ຄວາມ​ຕ້ອງ​ການ​ຂຸດ​ຄົ້ນ​ແຫຼ່ງ​ຜົນ​ປະ​ໂຫຍດ​ຈາກ​ທະ​ເລ ແລະ ສິດ​ເສ​ລີ​ທາງ​ທະ​ເລ, ​ຄຸ້ມ​ຄອງບໍ​ລິ​ຫານ​ທະ​ເລ ຮັບ​ໃຊ້​ໃຫ້​ແກ່​ຜົນ​ປະ​ໂຫຍດ​ລວມ. ກົນ​ໄກ​ແກ້​ໄຂ​​ການ​ຂັດ​ແຍ້ງ​ກັນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຕາມ UNCLOS ຊ່ວຍ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັ​ນ​ຕິ​ວິ​ທີ ລະ​ຫວ່າງ​ບັນ​ດາ​ປະ​ເທດ, ຊຸ​ກ​ຍູ້​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ UNCLOS ໂດຍ​ບັນ​ດາ​ສານ ແລະ ສານ​ກຳ​ມະ​ການ​ຍົກ​ອອກ​ມາ ​ຈະ​ມີ​ຄວາມ​ໝາຍ​ສຳ​ຄັນ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ແລະ ບໍ່​ແມ່ນ​ສະ​ມາ​ຊິກ UNCLOS.

UNCLOS ອາດ​ຈະ​ອັບ​ເດດ​ເປັນ​ປະ​ຈຳ, ຕອບ​ສະ​ໜອງສິ່ງ​ທ້າ​ທາຍ​ໃນ​ປັດ​ຈຸ​ບັນ ແລະ ອະ​ນາ​ຄົດ​ໃນ​ຂົງ​ເຂດ​ທະ​ເລ ແລະ ມະ​ຫາ​ສະ​ໝຸດ ​ຄື​ຄວາມ​ປອດ​ໄພ, ຄວາມ​ໝັ້ນ​ຄົງ​ທາງ​ທະ​ເລ, ມົນ​ລະ​ພິດ​ສິ່ງ​ແວ​ດ​ລ້ອມ​ທະ​ເລ, ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ຢູ່​ໃຕ້​ທະ​ເລ ແລະ ຊີ​ວະ​ນາ​ນາ​ພັນ.

ໂດຍກ່ຽວ​ຂ້ອງ​ເຖິງ​ການ​ປະ​ຕິ​ບັດ SDG 14, ທ່ານ​ສາ​ດ​ສະ​ດາ​ຈານ Evans ຖື​ວ່າ ບັນ​ດາ​ເປົ້າ​ໝາຍ SDG 14 ສ່ວນຫຼາຍ​ສຸມ​ໃສ່​ເຂົ້າ​ບັນ​ດາ​ບັນ​ຫາ “ຊີ​ວິດ​ໃຕ້​ນ້ຳ”, ຜົນ​ປະ​ໂຫຍດ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ ແລະ ດ້ອຍ​ພັດ​ທະ​ນາ​ຈາກ​ການ​ເຄື່ອນ​ໄຫວ​ຫາ​ປາ, ແຕ່​ຄວນ​ໄດ້​ຮັບ​ການ​ເປີດ​ກ້​ວາງ, ຕອບ​ສະ​ໜອງ​ບັນ​ດາ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​​ໃໝ່​ຄື​ຂຸດ​ຄົ້ນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ໃຕ້​ທະ​ເລ, ຮັບ​ມື​ກັບ​ສິ່ງ​ທ້າ​ທາຍຍ້ອນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ນ້ຳ​ທະ​ເລ​ຍື່ງ​ຂຶ້ນ​.

ບັນ​ດາ​ຄຳ​ເຫັນ​ໄດ້​ຕີ​ລາ​ຄາ​ວ່າ ຫົວ​ຂໍ້​ປຶກ​ສາ​ຫາ​ລື​ເໝາະ​ສົມ​ກັບ​ຄວາມ​ສົນ​ໃຈ​ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ປະ​ຕິ​ບັດ UNCLOS ຢ່າງ​ຄົບ​ຖ້ວນ ໃນ​ການ​ປະ​ຕິ​ບັດ SDG 14.

ບັນ​ດາ​ປະ​ເທດ​ຢັ້ງ​ຢືນ​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ UNCLOS, ຫຼັກ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ, ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ກົ​ນໄກ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຕາມ UNCLOS ໃນ​ການ​ຊຸກ​ຍູູ້​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້​ອຍ​ດ້ານນິ​ຕິ​ກຳ​ບົນ​ທະ​ເລ​ໂດຍ​ອີງ​ໃສ່​​ຂໍ້​ກຳ​ນົດກົດ​ໝາຍ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ບາງ​ຄຳ​ເຫັນ​ໄດ້​ສະ​ແດງ​ຄວາມ​ຫວັງ​ຢາກ​ຟື້ນ​ຟູ​ວິ​ວັດ​ການ​ເຈ​ລະ​ຈາ​ເອ​ກະ​ສານ​ກ່ຽວ​ກັບ​ຄວາມຫຼາກຫຼາຍ​ທາງ​ຊີ​ວະ​ພາບ​ຢູ່ນອກ​ເຂດ​ສິດ​ອຳ​ນາດ​ສານ​ໂດຍ​ໄວ, ສົນ​ໃຈ​ເຖິງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ, ວິ​ທະ​ນາ​ສາດ​​ໃນ​ການ​ຄົ້ນ​ຄ້​ວາ, ຂຸດ​ຄົ້ນ ແລະ ອະ​ນຸ​ລັກ​ຮັກ​ສາ​ທະ​ເລ ແລະ ມະ​ຫາ​ສະ​ໝຸດ.

ບັນ​ດາ​ປະ​ເທດ​ກໍ່​ແບ່ງ​ປັນ​ສິ່ງ​ທ້າຍ​ທາຍ​ຄື​ມົນ​ລະ​ພິດ​ທາງ​ທະ​ເລ, ບັນ​ດາ​ການ​ກະ​ທຳທີ່​ນຳ​ໃຊ້​ທະ​ເລ ແລະ ມະ​ຫາ​ສະ​ໝຸ​ດ​ຢ່າງ​ຂາດ​ຄວາມ​ໝັ້ນ​ຄົງ, ສິ່ງ​ທ້າ​ທາຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ນ້ຳ​ທະ​ເລ​ຍື່ງ​ຂຶ້ນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິ່ງ​ກຸ້ຍ ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ໄດ້​ສະ​ແດງ​ຄວາມ​​ຂອບ​ອົບ​ຂອບ​ໃຈ​ຕໍ່​ບັນ​ດາ​ປະ​ເທດ ​ທີ່ໄດ້​ໃຫ້​ການສະ​ໜັບ​ສະ​ໜູນ ແລະ ເຂົ້າ​ຮ່ວມກອ​ງ​ປະ​ຊຸມຂອງ​ກຸ່ມ​ເພື່ອນ​ມິດ, ທ່ານ​ໃຫ້​ຮູ້​ວ່າ ກຸ່ມ​ເພື່​ອນ​ມິດ​ຈະ​ຮັກ​ສາ​ການ​ເຄື່ອນ​ໄຫວ​ຢ່າງ​ເປັນ​ປະ​ຈຳ, ຜ່ານ​ນັ້ນ​ ກໍ່​ຈະຊ່ວຍ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ UNCLOS, ແບ່ງ​ປັນ​ພຶດ​ຕິ​ກຳ​ທີ່​ດີ, ຕອບ​ສະ​ໜອງ​ຄວາມ​ສົນ​ໃຈ​ລວມ​ຂອງ​ປະ​ຊາ​ຄົມ​ສາ​ກົນ.

ກຸ່ມ​ເພື່ອນ​ມິດຂອງ UNCLOS ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ວັນ​ທີ 30 ມິ​ຖຸ​ນາ 2021 ຕ​າມ​ການ​ສະ​ເໜີ​ຂອງ 12 ປະ​ເທດ​ສ້າງ​ຕັ້ງ, ລວມ​ມີ ຫວຽດ​ນາມ, ເຢ​ຍ​ລະ​ມັນ ແລະ ບັນ​ດາ​ປະ​ເທດ​ຕາງ​ໜ້າ​ໃຫ້​ທຸກ​ພາກ​ພື້ນ​ພູ​ມີ​ປະ​ເທດ. ມາ​ຮອດ​ປັດ​ຈຸ​ບັນ, ມີ 107 ປະ​ເທດ​ສະ​ມາ​ຊິກ ແມ່ນ​ສະ​ມາ​ຊິກ​ຂອງ​ກຸ່ມ​ເພື່ອນ​ມິດ, ໃນ​ນັ້ນ​ມີ 5 ປະ​ເທດ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປຊ ແລະ ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.