ແຂວງແທັງຮວ່າ: ແກ້ໄຂ “ບັດເຫຼືອງ” IUU ເພືືອຊ່ວຍເຫຼືອໃຫ້ຊາວປະມົງໃນການຂຸດຄົ້ນທະເລ

11:01 | 22/07/2021

ຍສໝ - ແຂວງແທັງຮວ່າ ພວມມານະພະຍາຍາມປະກອບສ່ວນພ້ອມກັບທົ່ວປະເທດ ເພື່ອແກ້ໄຂ “ບັດເຫຼືອງ” ຂອງສະຫະພາບເອີລົບ (EC) ກ່ຽວກັບເລື່ອງຕ້ານການຫາປາແບບຜິດກົດໝາຍ. ບັນດາອົງການທີ່ມີໜ້າທີ່ໄດ້ສຸມໃສ່ໂຄສະນາເຜີຍແຜ່, ແນະນຳຊາວປະມົງ, ແລະ ຕິດຕາມກວດກາ ເພື່ອຮັບປະກັນໃຫ້ບັນດາການເຄື່ອນໄຫວຂຸດຄົ້ນທະເລຖືກຕ້ອງຕາມຂໍ້ກຳນົດ…

ຍູ້ແຮງການເຜີຍແຜ່ກົດໝາຍວ່າດ້ວຍຕຳຫຼວດທະເລຫວຽດນາມ ຍູ້ແຮງການເຜີຍແຜ່ກົດໝາຍວ່າດ້ວຍຕຳຫຼວດທະເລຫວຽດນາມ
ແກ້​ໄຂ​ບັດ​ເຫຼືອງ IUU ເພື່ອ​ພັດ​ທະ​ນາ​ອາ​ຊີບ​ຫາ​ປາ​ແບບ​ຍືນ​ຍົງ ແກ້​ໄຂ​ບັດ​ເຫຼືອງ IUU ເພື່ອ​ພັດ​ທະ​ນາ​ອາ​ຊີບ​ຫາ​ປາ​ແບບ​ຍືນ​ຍົງ

ຢູ່ປ້ອມກວດກາຊາຍແດນທະເລ ແລກເຈື່ອງ, ກຳປັ່ນຫາປາຢູ່ນອກຝັ່ງນັບຮ້ອຍລຳ ກຳລັງເຂົ້າທຽບທ່າພາຍຫຼັງເກືອບເຄິ່ງເດືອນທີ່ອອກໄປຫາປາຢູ່ທະເລ. ເຄື່ອງທະເລທີ່ນຳຂຶ້ນຝັ່ງ ແມ່ນໄດ້ກວດກາໂດຍກຳລັງທີ່ມີໜ້າທີ່ບັນທຶກການຫາປາ, ປະລິມານ ແລະ ເຂດທີ່ຫາປາ. ພະນັກງານ ແລະ ທະຫານປ້ອງກັນຊາຍແດນ ໄດ້ປະຕິບັດການ “ຕິດແທດກັບທ່າເຮືອ, ຕິດແທດກັບກ່ຳປັ່ນ, ຕິດແທດກັບເຈົ້າຂອງພາຫະນະ” ຢ່າງຕັ້ງໜ້າ ໂດຍລົງແຕ່ລະເຮືອຫາປາ ເພື່ອໂຄສະນາເຜີຍແຜ່ລະບຽບກົດໝາຍ ກ່ຽວກັບການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ປະຕິບັດການແຈ້ງ ແລະ ບໍ່ຖືກຕາມຂໍ້ກຳນົດ (IUU) ແລະ ບັນດາຂໍ້ກຳນົດທີ່ກ່ຽວຂ້ອງ.

ແຂວງແທັງຮວ່າ: ແກ້ໄຂ “ບັດເຫຼືອງ” IUU ເພືືອຊ່ວຍເຫຼືອໃຫ້ຊາວປະມົງໃນການຂຸດຄົ້ນທະເລ
ແຂວງແທັງຮວ່າ: ແກ້ໄຂ “ບັດເຫຼືອງ” IUU ເພືືອຊ່ວຍເຫຼືອໃຫ້ຊາວປະມົງໃນການຂຸດຄົ້ນທະເລ. (ພາບ: TTXVN)

ຕາມພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງແທັງຮວ່າ ແລ້ວ, ເພື່ອແກ້ໄຂ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ (EC), ບັນດາເຈົ້າໜ້າທີ່ຢູ່ແຂວງແທັງຮວາ ໄດ້ດຳເນີນການຄຸ້ມຄອງຢ່າງເຂັ້ມງວດໃນການບັນທຶກ ແລະ ສົ່ງບັນທຶກປະຈຳວັນການຂຸດຄົ້ນ ເພື່ອຊອກຫາຕົ້ນກຳເນີດຂອງເຄື່ອງທະເລ. ໃນທົ່ວແຂວງມີ 47,2% ຈຳນວນເຮືອທັງໝົດທີ່ມີຄວາມຍາວເປັນ 15 ແມັດຂຶ້ນໄປ ທີ່ໄດ້ຕິດຕັ້ງອຸປະກອນຕິດຕາມກວດກາການເດີນທາງ, ມີເຮືອປະມົງຫຼາຍລຳໄດ້ຮັບໃບຢັ້ງຢືນມີເງື່ອນໄຂຄົບຖ້ວນດ້ານຄວາມປອດໄພອາຫານ ສຳລັບເຮືອປະມົງທີ່ມີຄວາມຍາວເປັນ 15 ແມັດຂຶ້ນໄປ.

ປ້ອມກວດກາຢູ່ຝັ່ງທະເລ ທີ່ຕັ້ງຢູ່ພະແນກສິນໃນນ້ຳແຂວງແທັງຮວ່າ ຈະຢັ້ງຢືນການເຄື່ອນໄຫວຂຸດຄົ້ນຫາປາຂອງກຳປັ່ນຢູ່ເຂດທະເລທີ່ໄກ ດ້ວຍລະບົບຕິດຕາມທາງດາວທຽມ. ຖ້າຄົ້ົ້ນພົບວ່າຊາວປະມົງ ປິດອຸປະກອນຕິດຕາມກວດກາການເດີນທາງ, ປ້ອມກວດກາ ຈະແຈ້ງໃຫ້ທ້ອງຖິ່ນ ເພື່ອໃຫ້ທ້ອງຖິ່ນຕ່າງໆ ກ່າວເຕືອນເຈົ້າຂອງກຳປັ່ນ ແລະ ກັບຕັນເຮືອໃຫ້ເປີດນຳໃຊ້ອຸປະກອນຕິດຕາມຂອງພວກເຂົາ, ຖ້າລ່ວງລະເມີດຢ່າງເຈດຕະນາ, ຈະຖືກລົງໂທດຕາມຂໍ້ກຳນົດຂອງກົດໝາຍ.

ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ຊາວປະມົງອອກໄປເຂດທະເລ, ພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງແທັງຮ່ວາ ໄດ້ສະເໜີໃຫ້ຄະນະກຳມະການປະຊາຊົນແຂວງ ປະກາດໃຊ້ນະໂຍບາຍໜູນ ຊ່ວຍຊາວປະມົງ, ໃນນັ້ນໜູນຊ່ວຍ 50% ຄ່າໃຊ້ຈ່າຍໃນການຕິດຕັ້ງອຸປະກອນຕິດຕາມການເດີນທາງ, ໜູນຊ່ວຍ 300.000 VND ໃນການບຳລຸງຮັກສາອຸປະກອນຕິດຕາມການເດີນທາງ, ເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກໃຫ້ແກ່ຊາວປະມົງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.