ບົດບາດຂອງກຸ່ມເພື່ອນມິດຂອງ UNCLOS ໃນບັນດາການເຄື່ອນໄຫວຢູ່ທະເລ ແລະ ມະຫາສະໝຸດ

14:39 | 06/07/2021

ຍສໝ - ກຸ່ມເພື່ອນມິດຂອງ UNCLOS ຈະປະກອບສ່ວນເຂົ້າໃນການສົ່ງເສີມການປະຕິບັດຕາມ UNCLOS, ສ້າງກົນໄກເພື່ອຮ່ວມກັນແກ້ໄຂສິ່ງທ້າທາຍຕໍ່ UNCLOS ແລະ ສິ່ງທ້າທາຍໃນທະເລ ແລະ ມະຫາສະໝຸດ…

ຫວຽດນາມ ສະແດງຄວາມເດັດດ່ຽວຄັດຄ້ານການກະທຳລະເມີດອະທິປະໄຕ ຕໍ່ໝູ່ເກາະເຈື່ອງຊາ ຫວຽດນາມ ສະແດງຄວາມເດັດດ່ຽວຄັດຄ້ານການກະທຳລະເມີດອະທິປະໄຕ ຕໍ່ໝູ່ເກາະເຈື່ອງຊາ
ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງເຄົາລົບອະທິປະໄຕ, ສິດອະທິປະໄຕ,  ສິດອຳນາດສານຂອງຫວຽດນາມຢູ່ທະເລຕາເວັນອອກ ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງເຄົາລົບອະທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງຫວຽດນາມຢູ່ທະເລຕາເວັນອອກ

ນີ້ແມ່ນຂໍ້ລິເລີ່ມທີ່ໄດ້ສະເໜີໂດຍ ຫວຽດນາມ ແລະ ເຢຍລະມັນ. ພິທີເປີດຕົວ ກຸ່ມເພື່ອນມິດຂອງ ສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ໂດຍການເຂົ້າຮ່ວມຂອງ ທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ ຮັບຜິດຊອບດ້ານກົດໝາຍ ທັງເປັນທີ່ປຶກສາດ້ານກົດໝາຍຂອງສະຫະປະຊາຊາດ Miguel de Serpa Soares ແລະ ຜູ້ຕາງໜ້າຂອງ 96 ປະເທດສະມາຊິກຂອງອົງການສະຫະປະຊາຊາດ ເຊິ່ງໄດ້ຈັດຂຶ້ນໃນວັນທີ 30 ມິຖຸນາ ທີ່ນິວຢອກ.

ບົດບາດຂອງກຸ່ມເພື່ອນມິດຂອງ UNCLOS ໃນບັນດາການເຄື່ອນໄຫວຢູ່ທະເລ ແລະ ມະຫາສະໝຸດ
ທ່ານເອກອັກຄະລັດຖະທູດ ດັ້ງດີງກູຍ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ. (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານ Soares - ຮອງເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ຢືນຢັນວ່າ UNCLOS ແມ່ນເອກະສານທີ່ຮອບດ້ານ, ດັດປັບທຸກການເຄື່ອນໄຫວຢູ່ທະເລ ແລະ ມະຫາສະໝຸດ, ແມ່ນກອບເພື່ອການຮ່ວມມືສາກົນ, ພາກພື້ນ ແລະ ປະເທດໃນບັນດາເຂດທະເລ, ປະກອບສ່ວນເຂົ້າໃນການປົກຄອງມະຫາສະໝຸດ, ນຳໃຊ້ທະເລ ແລະ ມະຫາສະໝຸດແບບຍືນຍົງ, ຮັກສາຄວາມເປັນລະບຽບຮຽບຮ້ອຍທາງທະເລ, ແລະ ແກ້ໄຂການຂັດແຍ້ງໂດຍສັນຕິວິທີ.

ທ່ານເອກອັກຄະລັດຖະທູດ ດັ້ງດີງກູຍ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ສະແດງຄວາມຂອບໃຈ ບັນດາປະເທດທີ່ໃຫ້ການສະໜັບສະໜູນ ແລະ ຕອບສະໜອງຕໍ່ຂໍ້ລິເລີ່ມດັ່ງກ່າວ, ຢືນຢັນວ່າ ຫວຽດນາມຮູ້ສຶກເປັນກຽດທີ່ເປັນໜຶ່ງໃນ 12 ປະເທດສ້າງຕັ້ງກຸ່ມເພື່ອນມິດ, ຜ່ານນັ້ນ ກໍ່ຢືນຢັນຄຳໝັ້ນສັນຍາຂອງຫວຽດນາມ ໃນການປະຕິບັດ ແລະ ເຄົາລົບກົດໝາຍ UNCLOS, ກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ.

ກຸ່ມເພື່ອນມິດແມ່ນອົງການທີ່ບໍ່ເປັນທາງການ, ເປີດກວ້າງ ເຊິ່ງເຕົ້າໂຮມບັນດາປະເທດທີ່ມີຄວາມສົນໃຈທີ່ຄ້າຍຄືກັນໃນບັນຫາໃດໜຶ່ງ. ອີງຕາມສະຖິຕິທີ່ບໍ່ເປັນທາງການ, ປະຈຸບັນມີປະມານ 90 ກຸ່ມເພື່ອນມິດກ່ຽວກັບຂົງເຂດທີ່ແຕກຕ່າງກັນຢູ່ສະຫະປະຊາຊາດ. ຫວຽດນາມ ໄດ້ເຂົ້າຮ່ວມກຸ່ມຈຳນວນໜຶ່ງ.

ກຸ່ມເພື່ອນມິດຂອງ UNCLOS ແມ່ນກຸ່ມທຳອິດທີ່ຫວຽດນາມ ໄດ້ລິເລີ່ມ ແລະ ເປັນປະທານການປຸກລະດົມ ເພື່ອສ້າງຕັ້ງ ແລະ ເຂົ້າຮ່ວມກຸ່ມຫຼັກແຫຼ່ງທີ່ຮັບຜິດຊອບການຈັດທຳກິດຈະກຳຕ່າງໆ ໃນໄລຍະຈະມາເຖິງ.

ສະມາຊິກຂອງກຸ່ມເພື່ອນມິດ UNCLOS ໄດ້ຕາງໜ້າໃຫ້ບັນດາເຂດທີ່ຕັ້ງພູມສາດ, ລວມທັງ 5 ປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ຫຼາຍປະເທດໃນພາກພື້ນອາຊີປາຊີຟິກ ເຊັ່ນ: ອິນໂດເນເຊຍ, ຟີລິບປິນ, ບຣູໄນ, ໄທ, ຍີ່ປຸ່ນ, ເກົາຫຼີ, ອິນເດຍ, ບັງກະລາເທດ, ສີລັງກາ, ອົດສະຕາລີ, ນິວຊີແລນ ແລະ ຂົງເຂດອື່ນໆ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.