ຍສໝ - ກົມບັນດາບັນຫາມະຫາສະໝຸດ, ສິ່ງແວດລ້ອມ ແລະວິທະຍາສາດສາກົນຂອງກະຊວງການຕ່າງປະເທດອາເມລິກາ ໄດ້ປະກາດເອກະສານຄົ້ນຄວ້າປະຕິເສດ "ຄຳຮຽກສິດທີ່ຜິດກົດໝາຍ" ຂອງຈີນ ຢູ່ ທະເລຕາເວັນອອກ.
ຫວຽດນາມ ຮັບຮູ້ເລື່ອງກະຊວງການຕ່າງປະເທດ ອາເມລິກາ ປະກາດບົດລາຍງານເລກທີ 150 ກ່ຽວກັບການກຳນົດເສັ້ນຊາຍແດນທາງທະເລ.
ຍສໝ - ຫວ່າງແລ້ວນີ້, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ ແລະ ອວຍພອນກຳລັງປະກອບອາວຸດ ທະຫານເຂດ 9 ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ 2022.
ຍສໝ - ດ່ານຊາຍແດນ ຮ່າເຂົາ (ຈີນ) ແລະ ກິມແທັງ (ລາວກາຍ) ອະນຸຍາດໃຫ້ສິນຄ້າປະເພດໝາກໄມ້ ຜ່ານແດນຄືນໃໝ່, ໃນນັ້ນມີໝາກມັງກອນແຕ່ວັນທີ 12 ມັງກອນ.
ຍສໝ - ໃນຍາມລະດູບານໃໝ່ທາງທິດຕາເວັນຕົກສ່ຽງເໜືອ, ພູຜາປ່າດົງຢູ່ທີ່ນີ້ຍາມໃດກໍ່ ຮຸ່ງເຮືອງເຫຼືອງເຫຼື້ອມດ້ວຍສີບົວຂອງດອກ ເຕີ໊ໄຢ (ແປເປັນພາສາຫວຽດນາມ ວ່າ ດອກຄາຍປ່າ).
ຍສໝ - ມະຫາວິທະຍາໄລທະນາຄານນະຄອນ ໂຮ່ຈີມິນ ຫາກໍ່ຈັດຕັ້ງພິທີມອບຮັບໂຄງການຊາວໜຸ່ມ ປີ 2020 – 2021 ດ້ວຍ ການມອບທຸງຊາດ 7000 ຜືນໃຫ້ແກ່ຊາວປະມົງຢູ່ເກາະ ໂຖຈູ” ໂດຍຊາວໜຸ່ມ, ນັກສຶກສາປະຕິບັດໃນການເດີນທາງໄປປະຕິບັດງານຢູ່ ເກາະໂຖຈູ.
ຍສໝ - ດ້ວຍເປົ້າໝາຍສັກຢາປ້ອງກັນທົ່ວປວງຊົນໃນທົ່ວເຂດ, ຫຼາຍເມືອງ, ເທສະບານ ຢູ່ນະຄອນ ຮ່າໂນ້ຍ ໄດ້ປະຕິບັດການສັກຢາໃນບ້ານ ໃຫ້ແກ່ຜູ້ເຖົ້າ, ຜູ້ທີ່ບໍ່ແຂງແຮງ, ຄົນພິການ, ເສຍສະຕິ ອື່ນໆ…
ຍສໝ - ຫວ່າງແລ້ວນີ້, ສະມາຄົມປົກປ້ອງສິດທິເດັກຫວຽດນາມ ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງແຂວງ ດ້ຽນບຽນ ໄດ້ຈັດຕັ້ງລາຍການ “ບຸນເຕັດທີ່ອົບອຸ່ນໃຫ້ນ້ອງນ້ອຍ” ປີ 2022. ລາຍການໄດ້ຈັດຕັ້ງດ້ວຍຄວາມຫວັງໃຫ້ເດັກນ້ອຍທຸກຄົນລ້ວນແຕ່ໄດ້ຕ້ອນຮັບບຸນເຕັດຢ່າງເຕັມທີ່, ມ່ວນຊື່ນ.
ຍສໝ - ຕົ້ນດອກຄາຍ, ຕົ້ນໝາກແປ້ນ ແລະ ສິນຄ້ານັບພັນໂຕນ, ຂອງຂັວນບຸນເຕັດ ໄດ້ນໍາໄປມອບໃຫ້ພະນັກງານ, ນັກຮົບທີ່ພວມປະຕິບັດງານ ຢູ່ ເຮືອນຮ້ານ DK1, ກໍາປັ່ນທີ່ປະຕິບັດໜ້າທີ່ ພ້ອມບັນດາອົງການປະຊາຊົນ - ອໍານາດການປົກຄອງ - ຄະນະພັກ ເມືອງໂກນດ່າວໃນໂອກາດບຸນເຕັດ ປີ 2022 ໂດຍ 2 ຄະນະປະຕິບັດງານຂອງເຂດ 2 ທະຫານເຮືອ.
ວັນທີ 9 ມັງກອນ ຢູ່ຮ່າໂນ້ຍ, ສະມາຄົມນັກປະພັນ ຫວຽດນາມ ໄດ້ຈັດຕັ້ງພິທີປຸກລະດົມການຂົນຂວາຍແຕ່ງບົດປະພັນວັນນະຄະດີກ່ຽວກັບຫົວຂໍ້ອະນຸຊົນ ແລະ ມອບລາງວັນນັກປະພັນໜຸ່ມ ຄັ້ງທໍາອິດ. ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ.
ວັນທີ 7 ມັງກອນ, ໜັງສືພິມກອງທັບປະຊາຊົນສົມທົບກັບກອງທຶນກຸສົນ (ກຸ່ມບໍລິສັດ Vingroup) ຈັດຕັ້ງພິທີມອບຂອງຂວັນ 600 ພູດ (ມີມູນຄ່າ 600.000ດົ່ງ/ພູດ) ໃຫ້ແກ່ບັນດາຄອບຄົວທຸກຍາກຢູ່ເມືອງມູ່ກັງຈ໊າຍ (ແຂວງອຽນບ໊າຍ).
ຍສໝ - ຕອນເຊົ້າວັນທີ 6 ມັງກອນ, ກ່ຳປັ່ນປ້ອງກັນ FGS Bayern ຂອງກອງທັບເຮືອ ເຢຍລະມັນ ໂດຍ ທ່ານພັນຕີ Tilo Kalski ເປັນກັບຕັນ ແລະ ລູກເຮືອ ກ່ວາ 200 ຄົນ ໄດ້ເຂົ້າທຽບທ່າກ່ຳປັ່ນຍ່າຣົງ (ນະຄອນໂຮ່ຈີມິນ), ເລີ່ມຕົ້ນການຢ້ຽມຢາມໄມຕິຈິດມິດຕະພາບ ຄັ້ງທຳອິດ ຫວຽດນາມ ໃນໄລຍະເວລາ 4 ວັນ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມໄດ້ລົງນາມປະກາດໃຊ້ຂໍ້ຕົກລົງເລກທີ 2234 ອະນຸມັດຜ່ານແຜນການປະຕິບັດສົນທິສັນຍາເລກທີ 105 ຂອງອົງການແຮງງານສາກົນ (ILO) ກ່ຽວກັບການລົບລ້າງການບັງຄັບແຮງງານ.
ຍສໝ - ບິ່ງລຽວ ບໍ່ພຽງແຕ່ມີຊື່ສຽງໂດ່ງດັງທາງດ້ານສີສັນວັດທະນະທຳ ເຊັ່ນ: ບຸນດອກເສີ, ຕະຫຼາດຄວາມຮັກບິ່ງລຽວ, ສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈ ເຊັ່ນ: “ກະດູກສັນຫຼັງໄດໂນເສົາ” ຫຼື ພູ ກາມຊຽມ ສູງທີ່ສຸດຢູ່ ກວາງນິງ… ເທົ່ານັ້ນ ຫາກຍັງດຶງດູດນັກທ່ອງທ່ຽວດ້ວຍບັນດາເສັ້ນທາງລາດຕະເວນຊາຍແດນທີ່ສວຍງາມ...
ຍສໝ - ໂຄງການພັດທະນາ ສປຊ ແລະ ສະພາກາແດງແຂວງ ກ໋ວາງຫງາຍ ຫາກໍ່ຈັດຕັ້ງພິທີມອບເຮືອນປອດໄພຕ້ານພາຍຸພ້ອມກັບລະບົບໄຟຟ້າແສງຕາເວັນ ໃຫ້ແກ່ບັນດາຄອບຄົວທຸກຍາກ ທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກພາຍຸຄັ້ງປະຫວັດສາດໃນປີ 2020.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະພາເຍົາວະຊົນສູນກາງ, ບໍລິສັດໃຫຍ່ ໄປສະນີຫວຽດນາມ ແລະ ສະມາຄົມສະແຕມຫວຽດນາມ ໄດ້ຈັດຕັ້ງງານແຂ່ງຂັນການສະສົມ ແລະ ຊອກຮູ້ກ່ຽວກັບສະແຕມໄປສະນີ 2022 ຢ່າງເປັນທາງການ ດ້ວຍຫົວຂໍ້ “ທະເລ, ໝູ່ເກາະ ຫວຽດນາມ ຜ່ານສະແຕມໄປສະນີຫວຽດນາມ”.
ກະກຽມຕ້ອນຮັບບຸນປີໃໝ່ປະຈໍາຊາດ ປີຂານ 2022, ທະຫານ ແລະປະຊາຊົນເມືອງເກາະເຈື່ອງຊາ (ແຄງຮວ່າ) ໄດ້ຮັບຂອງຂວັນຈາກດິນຕໍ່ແຜ່ນສົ່ງມາໃຫ້.
ດ້ວຍຄວາມຮັກແພງ, ຜູ້ມີຈິດໃຈສັດທາ, ເມດຕາປານີ ໃນຫນ່ວຍ “ລ້ຽງດູພວກນ້ອງນັກຮຽນຢູ່ ບັກກ້ານ” ແລະ ພ້ອມກັບຄວາມມານະພະຍາຍາມຂອງຄູອາຈານຢູ່ໂຮງຮຽນ, ມີພວກນ້ອງນັກຮຽນນັບຮ້ອຍໆຄົນພວມຮ່ຳຮຽນຢູ່ໂຮງຮຽນແຫ່ງຕ່າງໆຢູ່ເຂດທີ່ປະສົບກັບຄວາມຫຍຸ້ງຍາກຂອງແຂວງ ບັກກ້ານ ໄດ້ມີຄາບເຂົ້າຮ້ອນ ດ້ວຍອາຫານຫລາຍເຍື່ອງທີ່ປຸງແຕ່ງຈາກຊີ້ນ, ຜັກ ແລະ ເຂົ້າຈ້າວຂາວ. ຄາບເຂົ້າຮ້ອນນີ້ ບໍ່ພຽງແຕ່ຊ່ວຍຫລຸດຜ່ອນຄວາມຫນາວຈັດຢູ່ເຂດພູສູງ ບັກກ້ານເທົ່ານັ້ນ ຫາກຍັງແຜ່ຂະຫຍາຍຄວາມຮັກແພງ, ຊ່ວຍໃຫ້ພວກນ້ອງກໍ່ຄືປະຊາຊົນຢູ່ເຂດນີ້ມີຄວາມປາດຖະຫນາຕໍ່ອະນາຄົດອັນດີງາມອີກດ້ວຍ.
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຫາກໍ່ເຊັນປະກາດໃຊ້ຄຳສັ່ງ ຂອງ ນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີມາດຕະການປົກປ້ອງ, ເບິ່ງແຍງດູແລ ເດັກນ້ອຍຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19
ຍສໝ - ຫວ່າງແລ້ວນີ້, ກໍາປັ່ນກວດກາການປະມົງ KN 418 ຂຶ້ນກັບ ໜ່ວຍກວດກາການປະມົງທີ 4 ຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ປະຕິບັດບັນດາມາດຕະການຊ່ວຍກູ້ເຮືອຫາປາ QNg 90658TS ຂອງຊາວ ປະມົງ ຢູ່ແຂວງກວາງຫງາຍ ທີ່ຕິດຄ້າງຢູ່ບ່ອນນ້ຳຕື້ນ, ຈາກນັ້ນໄດ້ດຶງໄປທີ່ໜອງດ່າລາດ, ເມືອງເຈື່ອງຊາ, ແຂວງແຄ໋ງຮວ່າ ເພື່ອສ້ອມແປງຄວາມເສຍຫາຍ.
ຍສໝ - ລາງວັນອາຊຽນກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ (ASEAN ICT Awards – AICTA) ປີີ 2021 ໄດ້ເຊີດຊູຜະລິດຕະພັນ AI “ໜູນຊ່ວຍທ່ານໝໍ” DrAid ສຳລັບໂຄວິດ - 19 ຂອງບໍລິສັດ VinBrain (ກຸ່ມບໍລິສັດ Vingroup)
ຫວ່າງແລ້ວນີ້, ທ່ານພົນຈັດຕະວາ ຫງວຽນຢຸຍຕີ໊ ຜູ້ບັນຊາການທະຫານເຮືອເຂດ 5, ທະຫານເຮືອປະຊາຊົນຫວຽດນາມ ໄດ້ມີການສົນທະນາທາງໄກກັບຜູ້ບັນຊາການທະຫານເຮືອເຂດ 1 ແລະຜູ້ບັນຊາການທະຫານເຮືອເຂດ 2, ທະຫານເຮືອລາດຊະວົງໄທ.
ຍສໝ - ຫວ່າງແລ້ວນີ້, ຢູ່ຫຼັກໝາຍເລກທີ 130 ໃນເຂດຊາຍແດນທາງບົກຫວຽດນາມ - ລາວ, ຄະນະຊີ້ນຳວຽກງານຊາຍແດນແຂວງ ດ້ຽນບຽນ (ຫວຽດນາມ) ແລະ ຄະນະຜູ້ແທນຄະນະຊີ້ນຳວຽກງານຊາຍແດນແຂວງຫຼວງພະບາງ (ລາວ), ໄດ້ດຳເນີນການສຳຫຼວດສອງຝ່າຍ ແລະ ໄດ້ດຳເນີນການເຈລະຈາກ່ຽວກັບການກໍ່ສ້າງກັນເຈື່ອນ ເພື່ອປົກປັກຮັກສາຫຼັກໝາຍ 130.
ຍສໝ - ຫວຽດນາມ ໄດ້ສັກຢາວັກຊີນຫຼາຍກວ່າ 144 ລ້ານໂດສ ໃນຈຳນວນຢາວັກຊີນທັງໝົດ 166 ລ້ານໂດສ ທີ່ໄດ້ແຈກຢາຍ. ອັດຕາການປົກຄຸມການສັກຢາວັກຊີນຢ່າງໜ້ອຍ 1 ໂດສແມ່ນ 79% ແລະ ອັດຕາການປົກຄຸມການສັກວັກຊີນຄົບຕາມຂັ້ນພື້ນຖານ ແມ່ນ 66% ຂອງຈຳນວນປະຊາກອນທັງໝົດຂອງຫວຽດນາມ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ໄດ້ຈັດພິທີມອບລາງວັນສື່ມວນຊົນໃນຫົວຂໍ້ “ໄພພິບັດທາດພິດສີສົ້ມ ແລະພາລະກິດແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມທີ່ອາເມລິກາ ນຳໃຊ້ໃນປາງສົງຄາມຫວຽດນາມ”, ຄັ້ງທີ I, ປີ 2020-2021.
ຍສໝ - ການສອບເສັງ ໄດ້ຊ່ວຍໃຫ້ຄູອາຈານ ແລະ ນ້ອງນັກຮຽນເຂົ້າໃຈເລິກເຊິ່ງກວ່າກ່ຽວກັບຄວາມຮູ້ພື້ນຖານກ່ຽວກັບທະເລ, ໝູ່ເກາະຫວຽດນາມ.
ຍສໝ - ກົມໃຫຍ່ພາສີອາກອນ ຈີນ ໄດ້ອະນຸມັດລະຫັດຜະລິດຕະພັນ 31.988 ຊະນິດໃຫ້ແກ່ບັນດາວິສາຫະກິດຕ່າງປະເທດສົ່ງອອກໄປຍັງຈີນ, ໃນນັ້ນມີລະຫັດຜະລິດຕະພັນ 1.045 ຊະນິດໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈີ່ນແທັງເມືນ ໄດ້ມີການພົບປະກັບຜູ້ແທນ 55 ຄົນ ທີ່ເຂົ້າຮ່ວມກອງປະຊຸມໃຫຍ່ແບບຢ່າງດີເດັ່ນ ຄັ້ງທີ 4 “ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ໄລຍະ 2021-2026.
ຍສໝ - ບ້ານຮວານຈູງ, ຮ່ອມພູທີ່ສວຍສົດງົດງາມເໝືອນດັ່ງພາບແຕ້ມດ້ວຍບັນດາ ເຮືອນຮ້ານຕັ້ງຢູ່ກາງພູຫີນປູນທີ່ສະຫຼັບສັບຊ້ອນກັນ, ມີຫ້ວຍນ້ຳໝໍໝັ໊ມ ແລະ ຖ້ຳແກ້ງຕາວທີ່ເປັນເອກະລັກສະເພາະ ເປັນສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈຕໍ່ນັກທ່ອງທ່ຽວທີ່ນິຍົມການຄົ້ນຫາ, ພະຈົນໄພ.
ຍສໝ - ຫວ່າງແລ້ວນີ້, ພະນັກງານ, ນັກຮົບຢູ່ເກາະ ໂຊງຕຶໃຕ (ເມືອງເຈື່ອງຊາ, ແຂວງແຄງຫ່ວາ) ໄດ້ມອບຂອງຂວັນໃຫ້ຊາວປະມົງ ທີ່ຍ້າຍໄປຫຼົບພະຍຸເລກ 9 ຢູ່ ເກາະ ໂຊງຕຶໃຕ.