ທະຫານເຈື່ອງຊາ ສົ່ງຊາວປະມົງ ສືບຕໍ່ອອກນອກຝັ່ງໄປສູ່ທະເລ

14:16 | 28/12/2021

ຍສໝ - ຫວ່າງແລ້ວນີ້, ພະນັກງານ, ນັກຮົບຢູ່ເກາະ ໂຊງຕຶໃຕ (ເມືອງ​ເຈື່ອງ​ຊາ, ແຂວງແຄງຫ່ວາ) ໄດ້ມອບຂອງຂວັນໃຫ້ຊາວປະມົງ ທີ່ຍ້າຍໄປຫຼົບພະຍຸເລກ 9 ຢູ່ ເກາະ ໂຊງຕຶໃຕ.

ເປີດສະຫຼອງຮູບຈໍາລອງ ອະທິປະໄຕທະເລໝູ່ເກາະເຈື່ອງຊາ ເປີດສະຫຼອງຮູບຈໍາລອງ ອະທິປະໄຕທະເລໝູ່ເກາະເຈື່ອງຊາ
ຮຽກຮ້ອງໃຫ້ຈີນ ຢຸດເຊົາການກະທຳທີ່ລະເມີດໃນໝູ່ເກາະ ເຈື່ອງຊາ ຢ່າງທັນທີ ຮຽກຮ້ອງໃຫ້ຈີນ ຢຸດເຊົາການກະທຳທີ່ລະເມີດໃນໝູ່ເກາະ ເຈື່ອງຊາ ຢ່າງທັນທີ
ທະຫານເຈື່ອງຊາ ສົ່ງຊາວປະມົງ  ສືບຕໍ່ອອກນອກຝັ່ງໄປສູ່ທະເລ
ທະຫານເຈື່ອງຊາ ສົ່ງຊາວປະມົງ ສືບຕໍ່ອອກນອກຝັ່ງໄປສູ່ທະເລ. (ພາບ: VGP)

ການນຳ ແລະ ກອງບັນຊາການ ເກາະໂຊງຕຶໃຕ ໄດ້ພົບປະ, ລະດົມໃຈ ແລະ ມອບຂອງຂວັນໃຫ້ຊາວປະມົງຢູ່ກຳປັ່ນຫາປາ ທີ່ເຂົ້າທຽບທ່າ ແລະ ຫຼົບພາຍຸ ໝາຍເລກ 9. ເຮືອຫາປາແຕ່ລະລຳ ໄດ້ຮັບການໜູນຊ່ວຍຈາກຫົວໜ່ວຍ ເຊິ່ງປະກອບມີດ້ວຍ ໝີ່ 1 ແກັດ, ນ້ຳດື່ມ 1.500 ລິດ ແລະ ມອບທຸງຊາດ 2 ຜືນ.

ກ່ອນ​ໜ້າ​ນີ້, ຍ້ອນ​ໄດ້​ຮັບ​ຜົນ​ກະທົບ​ຈາກພາຍຸ ໝາຍເລກ 9, ​ໄດ້​ມີ​ເຮືອ​ປະມົງ 15 ລຳ ​ໂດຍ​ມີ​ຊາວ​ປະມົງ 84 ຄົນ ​ໄດ້​ເຂົ້າ​ທຽບທ່າ​ຢູ່​ເກາະ ໂຊງຕຶໃຕ ​ເພື່ອຫຼົບໄພ. ​ເນື່ອງ​ໃນ​ໂອກາດ​ນີ້, ພະນັກງານ, ນັກຮົບ​ຢູ່​ເກາະ ໂຊງຕຶໃຕ ​ໄດ້​ເອົາ​ໃຈ​ໃສ່​ ​ແລະ ຈັດ​ຕັ້ງ​ການ​ຮັບປະກັນ​ບ່ອນ​ຢູ່​ອາ​ໄສ, ພັກຜ່ອນ​ໃຫ້​ຊາວ​ປະມົງຢ່າງເປັນ​ປະຈຳ, ລະດົມໃຈໃຫ້ຊາວ​ປະມົງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສືບ​ຕໍ່​ຍຶດຕິດ​ເຂດ​ທະ​ເລ ​ແລະ ​ເຂດ​ຫາ​ປາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.