ອັດຕາການປົກຄຸມວັກຊີນຂອງຫວຽດນາມ ໄດ້ລື່ນກາຍເປົ້າໝາຍທີ່ WHO ວາງອອກ

21:07 | 30/12/2021

ຍສໝ - ຫວຽດ​ນາມ ໄດ້ສັກຢາ​ວັກ​ຊີ​ນ​ຫຼາຍກວ່າ 144 ລ້ານ​ໂດສ ໃນ​ຈຳ​ນວນ​ຢາ​ວັກ​ຊີ​ນ​ທັງ​ໝົດ 166 ລ້ານ​ໂດສ ​ທີ່ໄດ້​ແຈກ​ຢາຍ. ອັດຕາ​ການ​ປົກຄຸມການສັກ​​ຢາ​ວັກ​ຊີ​ນ​ຢ່າງ​ໜ້ອຍ 1 ​ໂດ​ສ​ແມ່ນ 79% ​ແລະ ອັດຕາ​ການ​​ປົກຄຸມການສັກວັກຊີນຄົບຕາມຂັ້ນ​ພື້ນຖານ ​ແມ່ນ 66% ຂອງ​ຈຳນວນ​ປະຊາກອນ​ທັງ​ໝົດ​ຂອງ​ຫວຽດນາມ.

ແຂວງ ແຄ໋ງຮ່ວາ ຕ້ອນຮັບນັກທ່ອງທ່ຽວລັດເຊຍ 8.000 ຄົນດ້ວຍ “ໜັງສືຜ່ານແດນວັກຊີນ” ແຂວງ ແຄ໋ງຮ່ວາ ຕ້ອນຮັບນັກທ່ອງທ່ຽວລັດເຊຍ 8.000 ຄົນດ້ວຍ “ໜັງສືຜ່ານແດນວັກຊີນ”
ກະຊວງສາທາລະນະສຸກ ແນະນຳວິວັດການອອກ 'ໜັງສືຜ່ານແດນວັກຊີນ' ກະຊວງສາທາລະນະສຸກ ແນະນຳວິວັດການອອກ 'ໜັງສືຜ່ານແດນວັກຊີນ'

ອັດຕາ​ດັ່ງກ່າວ​ໄດ້​ລື່ນ​ກາຍ​ເປົ້າ​ໝາຍທີ່​ອົງການ​ WHO ​ໄດ້​ວາງ​ອອກ​ໃນ​ທ້າຍ​ປີ 2021: 40% ຂອງ​ປະຊາກອນ​ຂອງ​ແຕ່ລະ​ປະ​ເທດ​ໄດ້​ຮັບ​ການ​ສັກ​ວັກຊີນ​ຕ້ານ​ໂຄ​ວິດ-19.

ອັດຕາການປົກຄຸມວັກຊີນຂອງຫວຽດນາມ ໄດ້ລື່ນກາຍເປົ້າໝາຍທີ່ WHO ວາງອອກ
ອັດຕາການປົກຄຸມວັກຊີນຂອງຫວຽດນາມ ໄດ້ລື່ນກາຍເປົ້າໝາຍທີ່ WHO ວາງອອກ. (ພາບ: baocongly)

ສໍາລັບຄົນອາຍຸ 18 ປີຂຶ້ນໄປ, ການ​ປົກຄຸມຢ່າງໜ້ອຍ 1 ໂດ​ສ​ຂອງວັກຊີນແມ່ນ 98% ແລະ ການປົກຄຸມຂອງວັກຊິນຂັ້ນພື້ນຖານແມ່ນ 86%. ນັບແຕ່ເດືອນພະຈິກ 2021 ເປັນຕົ້ນມາ, ບັນດາແຂວງ, ນະຄອນ ໄດ້ເລີ່ມສັກຢາວັກຊີນກັນພະຍາດ ໃຫ້ເດັກນ້ອຍ ອາຍຸ 12 ປີ ຫາ ຕ່ຳກວ່າ 18 ປີ. ດ້ວຍລະດັບຄວາມຄືບໜ້າຂອງການສັກຢາກັນພະຍາດໃນປັດຈຸບັນ, ໃນທ້າຍເດືອນທັນວາ 2021, ທົ່ວປະເທດ ຈະຮັບປະກັນການ​ປົກຄຸມການສັກຢາໂດສທໍາອິດ ສໍາລັບປະຊາກອນທີ່ມີອາຍຸ 18 ປີຂຶ້ນໄປ ແລະ ໂດຍພື້ນຖານ ​ປົກຄຸມ​ການສັກວັກ​ຊີ​ນໂດສ​ທີສອງ (ປະມານ 90%), ພ້ອມກັນນັ້ນ ກໍຈະ​ປົກຄຸມການສັກຢາ​ວັກ​ຊີ​ນໂດສ​ທີສອງ ສໍາລັບເດັກອາຍຸ 12 ປີຂຶ້ນໄປຕາມການຊີ້ນໍາຂອງລັດຖະບານ.

ອາດ​ເວົ້າໄດ້​ວ່າ ຍ້ອນ​ການ​ເຂົ້າ​ຮ່ວມ​ຂອງທັງ​ລະບົບ​ການ​ເມືອງ​, ວຽກງານການ​ທູດ​ດ້ານ​ວັກ​ຊີ​ນ ​ບັນລຸ​ໄດ້​ບັນດາ​ໝາກຜົນ​ສຳຄັນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການປະຕິບັດເປົ້າ​ໝາຍ​ທັງ​​ຮັກສາ​ສຸຂະພາບ ​ແລະ ຊີວິດ​ຂອງ​ປະຊາຊົນ​ຢ່າງ​ສູງ​ສຸດ, ​ທັງ​ຟື້ນ​ຟູ ​ແລະ ພັດທະນາດ້ານ​ເສດຖະກິດ ​- ສັງຄົມ, ຮັບປະກັນ​ຄວາມ​ປອດ​ໄພ, ຫັນ​ຍຸດ​ທະ​ສາດ​ປ້ອງ​ກັນ​ ແລະ​ ຄວບ​ຄຸມ​ການ​ແຜ່​ລະບາດ​ ໄປ​ສູ່ “ການຮັບມື​ຢ່າງ​ປອດ​ໄພ, ມີໄຫວພິບ ​ແລະ ມີ​ປະສິດທິ​ຜົນ ​ໃນ​ການ​ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຄືດັ່ງ​ມະຕິ​ເລກທີ 128 ລົງ​ວັນ​ທີ 11 ຕຸລາ 2021 ຂອງ​ລັດຖະບານ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.