ການເຄື່ອນໄຫວຢ້ຽມຢາມ ແລະ ມອບຂອງຂວັນ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ 2022

19:07 | 15/01/2022

ຍສໝ - ຫວ່າງແລ້ວນີ້, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ ແລະ ອວຍພອນກຳລັງປະກອບອາວຸດ ທະຫານເຂດ 9 ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ 2022.

ດ່າລາດ, ຫວຸງເຕົ່າ ແລະ ຮ້າລອງ ໄດ້ຮັບລາງວັນນະຄອນທ່ອງທ່ຽວສະອາດອາຊຽນ 2022 ດ່າລາດ, ຫວຸງເຕົ່າ ແລະ ຮ້າລອງ ໄດ້ຮັບລາງວັນນະຄອນທ່ອງທ່ຽວສະອາດອາຊຽນ 2022
ມອບຂອງຂວັນ 600 ພູດ ໃຫ້ແກ່ຄົນທຸກຍາກຢູ່ເມືອງມູ່ກັງຈ໊າຍ ມອບຂອງຂວັນ 600 ພູດ ໃຫ້ແກ່ຄົນທຸກຍາກຢູ່ເມືອງມູ່ກັງຈ໊າຍ
ການເຄື່ອນໄຫວຢ້ຽມຢາມ ແລະ ມອບຂອງຂວັນ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ 2022
ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ ແລະ ອວຍພອນກຳລັງປະກອບອາວຸດ ທະຫານເຂດ 9 ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ 2022.

ທ່ານຮອງປະທານສະພາແຫ່ງຊາດ ຕີລາຄາສູງກຳລັງປະກອບອາວຸດທະຫານເຂດ 9 ໃນຕະຫຼອດໄລຍະຜ່ານມາ, ສຸມໃສ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ພິເສດແມ່ນແຕ່ງຕັ້ງພະນັກງານ, ນັກຮົບເຂົ້າຮ່ວມການໜູນຊ່ວຍທ້ອງຖິ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດ, ເກັບກ່ຽວຜົນລະປູກ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ກຳລັງປະກອບອາວຸດທະຫານເຂດ 9 ຈົ່ງສືບຕໍ່ສົມທົບກັບທ້ອງຖິ່ນຕ່າງໆຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອປະຕິບັດໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ມີປະສິດທິຜົນ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19; ຈັດຕັ້ງການຕ້ອນຮັບບຸນປີໃໝ່ໃຫ້ແກ່ທະຫານ ແລະ ປະຊາຊົນໃຫ້ເປັນຢ່າງດີ.

ໂດຍສືບຕໍ່ການຢ້ຽມຢາມ ແລະ ມອບຂອງຂວັນເນື່ອງໃນໂອກາດບຸນປີໃໝ່ຢູ່ເກາະແຫ່ງຕ່າງໆຢູ່ເຂດທະເລທາງທິດຕາເວັນຕົກສ່ຽງໃຕ້, ວັນທີ 12 ພະຈິກ, ຄະນະປະຕິບັດງານຂອງກອງບັນຊາການທະຫານເຂດ 5 ທະຫານເຮືອ, ບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງ ຫວຽດນາມ, ແຂວງ ບິ່ງດິ້ງ, ດົງນາຍ ແລະ ບັນດານັກຂ່າວ ກໍໄດ້ໄປຢ້ຽມຢາມ, ມອບຂອງຂວັນອວຍພອນບັນດາກົມກອງຢູ່ເກາະ ໂທ່ຈູ ແຂວງ ກຽນຢາງຂອງ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່. ຄະນະຍັງໄດ້ພົບປະ, ມອບຂອງຂວັນໃຫ້ແກ່ພະນັກງານ, ນັກຮົບ ສະຖານີ ຣາດາ 610, ຄ້າຍທະຫານປ້ອງກັນຊາຍແດນ, ສະຖານີໄຟເຍືອງທາງທະເລ, ກອງພັນໃຫຍ່ 152 - ທະຫານເຂດ 9 ແລະ ຕາແສງໂທ່ຈູ.

ໃນຕອນບ່າຍຂອງ ວັນທີ 12 ມັງກອນ, ຄະນະຈັດຕັ້ງລາຍການ “ລະດູບານໃໝ່ ເຈື່ອງຊາ” ປີ 2022 ໄດ້ມອບງົບປະມານກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ ຈຳນວນ 80 ລ້ານດົ່ງຕໍ່ຫຼັງ ໃຫ້ແກ່ 2 ຄອບຄົວນັກຮົບ ທີ່ໄດ້ ແລະ ກຳລັງຮັບໃຊ້ກຳລັງທະຫານເຮືອ ເຊິ່ງແມ່ນຄອບຄົວ ທ່ານ ຮວ່າງວັນຕຽນ ແລະ ທ່ານ ຟ້າມບາກູຍ ຢູ່ ຕາແສງ ນາມເວີນ ແລະ ມອບຂອງຂວັນ ຈຳນວນ 50 ພູດໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ຄອບຄົວທຸກຍາກ, ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ຕາແສງ ນາມເວິນ, ນະຄອນ ນາມດິ້ງ, ແຂວງນາມດິ້ງ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.