ຮຽກຮ້ອງບັນດາອົງການ, ສ່ວນບຸກຄົນ ແລະ ຊາວຫວຽດນາມຢູ່ຕ່າງປະເທດ ສືບຕໍ່ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.

00:00 | 30/12/2021

ຍສໝ - ຫວ່າງແລ້ວນີ້, ທ່ານ​ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ​ເຈີ່ນ​ແທັງເມືນ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ແທນ 55 ຄົນ ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ແບບຢ່າງດີເດັ່ນ ​ຄັ້ງ​ທີ 4 “​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ” ​ໄລຍະ 2021-2026.

ປຸກລະດົມຂໍ້ຄວາມສະໜັບສະໜູນ “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ປຸກລະດົມຂໍ້ຄວາມສະໜັບສະໜູນ “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ”
Collectif Vietnam Dioxine ຕໍ່ສູ້ເພື່ອສະໜັບສະໜູນບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ Collectif Vietnam Dioxine ຕໍ່ສູ້ເພື່ອສະໜັບສະໜູນບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​​ເຈີ່ນ​ແທັງເມືນ ຖື​ວ່າ: ການ​ຮັບ​ມື ​ແລະ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ທາດ​ພິດ​​ສົງຄາມ ​ແມ່ນ​ວຽກ​ງານ​ຮີບ​ດ່ວນ ​ແລະ ຍາວ​ນານ, ມີລັກສະນະມະນຸດສະທຳ​ຢ່າງ​ເລິກ​ເຊິ່ງ ​ແລະ ເປັນໜ້າທີ່​ຮັບຜິດຊອບ​ຂອງ​ທົ່ວ​ສັງຄົມ ​ເພື່ອແນໃສ່​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ຕໍ່​ນັກ​ເຄື່ອນ​ໄຫວ​ຕໍ່ຕ້ານ ​ທີ່​ຕິດແປດ​ທາດ​ເຄມີ ​ແລະ ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ.

ຮຽກຮ້ອງບັນດາອົງການ, ສ່ວນບຸກຄົນ ແລະ ຊາວຫວຽດນາມຢູ່ຕ່າງປະເທດ ສືບຕໍ່ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.
ຮຽກຮ້ອງບັນດາອົງການ, ສ່ວນບຸກຄົນ ແລະ ຊາວຫວຽດນາມຢູ່ຕ່າງປະເທດ ສືບຕໍ່ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. (ພາບ: vov)

ທ່ານ​ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ​ເຈີ່ນ​ແທັງເມືນ ຮຽກຮ້ອງ​ບັນດາ​ອົງການ, ບຸກຄົນ​ໃນ​ທົ່ວ​ປະ​ເທດ ​ແລະ ຊາວ​ຫວຽດນາມຢູ່​ຕ່າງປະ​ເທດ ສືບ​ຕໍ່​ມີການເຄື່ອນໄຫວທີ່ແທດຈິງ​ ເພື່ອ​ໜູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ; ອຳນາດການປົກຄອງ​ທຸກ​ຂັ້ນ ​ແລະ ລະບົບ​ການ​ເມືອງ ສືບ​ຕໍ່​ປະຕິບັດ​ບັນດາ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ​ສຳລັບ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມໃຫ້ເປັນຢ່າງດີ; ສ້າງ​ເງື່ອນ​ໄຂ​ໃຫ້​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ທຸກ​ຂັ້ນ ປະຕິບັດ​ໜ້າ​ທີ່​ທີ່​ພັກ ​ແລະ ລັດ​ມອບ​ໝາຍ​ໃຫ້​ໃນ​ສະພາບ​ການ​ໃໝ່.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.