ຫຼົງໄຫຼເສັ້ນທາງລາດຕະເວນຊາຍແດນບິ່ງລຽວ

07:25 | 07/01/2022

ຍສໝ - ບິ່ງລຽວ ບໍ່ພຽງແຕ່ມີຊື່ສຽງໂດ່ງດັງທາງດ້ານສີສັນວັດທະນະທຳ ເຊັ່ນ: ບຸນດອກເສີ, ຕະຫຼາດຄວາມຮັກບິ່ງລຽວ, ສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈ ເຊັ່ນ: “ກະດູກສັນຫຼັງໄດໂນເສົາ” ຫຼື ພູ ກາມຊຽມ ສູງທີ່ສຸດຢູ່ ກວາງນິງ… ເທົ່ານັ້ນ ຫາກຍັງດຶງດູດນັກທ່ອງທ່ຽວດ້ວຍບັນດາເສັ້ນທາງລາດຕະເວນຊາຍແດນທີ່ສວຍງາມ...

ນະຄອນ ໂຮ່ຈີມິນ ແລະ ບິ່ງດິງ ໄດ້ຮັບອະນຸຍາດໃຫ້ທົດລອງຮັບນັກທ່ອງທ່ຽວສາກົນ ນະຄອນ ໂຮ່ຈີມິນ ແລະ ບິ່ງດິງ ໄດ້ຮັບອະນຸຍາດໃຫ້ທົດລອງຮັບນັກທ່ອງທ່ຽວສາກົນ
ນະຄອນໂຮ່ຈີນມິນໃຊ້ຈ່າຍເງິນ 700 ຕື້ດົ້ງ ເພື່ອດູແລເບິ່ງແຍ່ງຜູ້ອອກແຮງງານໃນຊ່ວງຕ້ອນຮັບບຸນປີໃໝ່ ນະຄອນໂຮ່ຈີນມິນໃຊ້ຈ່າຍເງິນ 700 ຕື້ດົ້ງ ເພື່ອດູແລເບິ່ງແຍ່ງຜູ້ອອກແຮງງານໃນຊ່ວງຕ້ອນຮັບບຸນປີໃໝ່

​ໂດຍ​ແມ່ນເມືອງ​ພູສູງຊາຍ​ແດນ​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ແຂວງ ກວາງ​ນິງ, ​ ບິ່ງ​ລຽວ ມີ​ຊາຍ​ແດນ​ຕິດ​ກັບ​ເມືອງ Ningming, ​ເມືອງ Chongzuo ​ແລະ ​ເຂດ​ Fangchengqu (ຈີນ) ທາງ​ທິດ​ເໜືອ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບິ່ງ​ລຽວ ​ໄດ້​ກາຍ​ເປັນ​ສະຖານທີ່ ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ໃກ້ ​ແລະໄກ ມາທ່ອງທ່ຽວ.

​ເສັ້ນທາງ​ລາດຕະ​ເວນ​ຊາຍ​ແດນ​ບິ່ງ​ລຽວ ​ແມ່ນສະຖານທີ່ຕັ້ງຢູ່​ລະຫວ່າງ​ສະຫວັນ​ແລະ​ແຜ່ນດິນ, ລະຫວ່າງ​ເມກ ​ແລະ​ພູ, ທົ່ງ​ນາ, ພູ, ປ່າໄມ້, ຫ້ວຍ​ນ້ຳ ​ແລະ ນ້ຳຕົກຕາດ ​ໄດ້​ສ້າງ​ເປັນພາບ​​ທີ່​ສວຍງາມ...

ເສັ້ນ​ທາງ​ລາດ​ຕະ​ເວນ​ຊາຍ​ແດນ ບິ່ງ​ລຽວ ມີ​ຄວາມ​ຍາວ​ເກືອບ 40 ກິ​ໂລ​ແມັດ​ລຽບ​ຕາມ​ຊາຍ​ແດນ. ອາກາດຢູ່ແຂວງບິ່ງລຽວ ໜາວເຢັນຕະຫຼອດປີ, ມີເມກປົກຄຸມ ຄື ຊາປາ ຂອງກວາງນິງ.

ຫຼົງໄຫຼເສັ້ນທາງລາດຕະເວນຊາຍແດນບິ່ງລຽວ
ຈອມ​ພູກາວຊຽມ ຂອງ​ພູ​ທີ່​ສູງ​ທີ່​ສຸດ​ໃນ​ແຂວງບິ່ງລຽວ. ພາບ: baophapluat.vn
ຫຼົງໄຫຼເສັ້ນທາງລາດຕະເວນຊາຍແດນບິ່ງລຽວ
ພາບ: baophapluat.vn
ຫຼົງໄຫຼເສັ້ນທາງລາດຕະເວນຊາຍແດນບິ່ງລຽວ
​ເສັ້ນທາງ​ລາດຕະ​ເວນ​ທີ່​ສວຍ​ສົດ​ງົດ​ງາມ ​ແລະ ​ໄດ້​ປຽບ​ເໝືອນດັ່ງ “​ກະດູກ​ສັນຫຼັງ​ໄດ​ໂນ​ເສົາ” ຢູ່ບິ່ງ​ລຽວ. ພາບ: baophapluat.vn
ຫຼົງໄຫຼເສັ້ນທາງລາດຕະເວນຊາຍແດນບິ່ງລຽວ
ກອງບັນຊາການທະຫານຊາຍແດນລາດຕະເວນຫຼັກໝາຍຊາຍແດນ 1317. ພາບ: baophapluat.vn
ຫຼົງໄຫຼເສັ້ນທາງລາດຕະເວນຊາຍແດນບິ່ງລຽວ
ພາບ: baophapluat.vn
ຫຼົງໄຫຼເສັ້ນທາງລາດຕະເວນຊາຍແດນບິ່ງລຽວ
ພາບ: baophapluat.vn
ຫຼົງໄຫຼເສັ້ນທາງລາດຕະເວນຊາຍແດນບິ່ງລຽວ
ພາບ: baophapluat.vn
ຫຼົງໄຫຼເສັ້ນທາງລາດຕະເວນຊາຍແດນບິ່ງລຽວ
ລະດູໃບໄມ້ຫຼົ່ນແມ່ນເວລາທີ່ດອກຫຍ້າເຕັມເຂດເນີນພູ. ພາບ: baophapluat.vn

ທຳມະຊາດຢູ່ທີ່ນີ້ບາງຄັ້ງກໍເຕັມໄປດ້ວຍເມກຂາວ, ບາງຄັ້ງກໍເຕັມໄປດ້ວຍ ສີສັນຂອງຕົ້ນໄມ້ໃບຫຍ້າ ແລະ ດອກໄມ້. ມາບິ່ງລຽວ ໃນລະດູໃດກໍ່ສວຍງາມທີ່ສຸດ. ຮັກ​ແພງ ​ແລະເອກອ້າງທະນົນ​ໃຈ​ກັບ​ຕໍ່ ບິ່ງ​ລຽວ ​ເຂດ​ຊາຍ​ແດນ​ຂອງ​ປະ​ເທດຊາດ.

ບູນມີ

ເຫດການ
302 Found

Found

The document has moved here.