ນໍາບຸນເຕັດທີ່ອົບອຸ່ນມາໃຫ້ແກ່ເດັກນ້ອຍທີ່ດ້ອຍໂອກາດ 300 ກວ່າຄົນຢູ່ ດ້ຽນບຽນ

16:30 | 10/01/2022

ຍສໝ - ຫວ່າງແລ້ວນີ້, ສະມາຄົມ​ປົກ​ປ້ອງສິດ​ທິເດັກ​ຫວຽດນາມ ສົມທົບ​ກັບ​ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ແຂວງ ດ້ຽນບຽນ ​ໄດ້​ຈັດ​ຕັ້ງ​ລາຍການ “​ບຸນເຕັດທີ່​ອົບ​ອຸ່ນ​ໃຫ້​ນ້ອງນ້ອຍ” ປີ 2022. ​ ລາຍການໄດ້​ຈັດ​ຕັ້ງ​ດ້ວຍ​ຄວາມ​ຫວັງ​ໃຫ້​ເດັກນ້ອຍ​ທຸກ​ຄົນລ້ວນແຕ່ໄດ້​​ຕ້ອນຮັບ​ບຸນ​ເຕັດ​ຢ່າງ​ເຕັມທີ່, ມ່ວນ​ຊື່ນ.

ດ້ຽນບຽນ ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ດ້ຽນບຽນ ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ
ດ້ຽນບຽນ: ສະໜັບສະໜູນກຳລັງຊາຍແດນ ປະເທດລາວ ໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ດ້ຽນບຽນ: ສະໜັບສະໜູນກຳລັງຊາຍແດນ ປະເທດລາວ ໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19
ພາບປະກອບ:
ພາບປະກອບ: nhandan.vn

ທຶນການ​ສຶກສາ 305 ​ທຶນ ​ແລະ ຂອງຂວັນ​ບຸນເຕັດ ດ້ວຍ​ຍອດ​ມູນ​ຄ່າ​ກວ່າ 330 ລ້ານ​ດົ່ງ ​ໄດ້​ມອບ​ໃຫ້​ເດັກນ້ອຍ 300 ກວ່າ​ຄົນ​ຢູ່ ດ້ຽນບຽນ. ​ໃນ​ນັ້ນ, ທຶນ​ການສຶກສາ 150 ທຶນ​ແມ່ນ​ໃຫ້​ນັກຮຽນທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ເມືອງ ດ້ຽນບຽນ. ທຶນການສຶກສາ 100 ທຶນ (ແຕ່ລະທຶນມີມູນ​ຄ່າ 700.000 ດົ່ງ) ແລະ ຂອງຂວັນມີມູນ​ຄ່າ 300.000 ດົ່ງ ມອບໃຫ້ແກ່ນັກຮຽນທຸກຍາກ ຢູ່ນະຄອນ ດ້ຽນບຽນຝູ.

ນອກຈາກນັ້ນ, ນັກຮຽນ 50 ຄົນທີ່ເປັນລູກຫຼານຂອງພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງ ດ້ຽນບຽນ ຍັງໄດ້ຮັບທຶນການສຶກສາ (ແຕ່ລະທຶນ ມີ ມູນຄ່າ 1 ລ້ານດົ່ງ) ແລະ ຂອງຂວັນມີມູນຄ່າ 300.000 ດົ່ງ; ທຶນການສຶກສາ 5 ທຶນ (ແຕ່ລະທຶນ ມີ ມູນຄ່າ 3 ລ້ານດົ່ງ) ແລະ ຂອງຂວັນມີມູນຄ່າ 300.000 ດົ່ງ ໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກພິເສດ, ຜູ້ທີ່ມັກຮຽນຂອງ ເມືອງ ດ້ຽນບຽນ ແລະ ນະຄອນ ດ້ຽນບຽນຝູ.

ນີ້​ແມ່ນ​ປີ​ທີ 3 ຕິດ​ຕໍ່​ກັນ​ທີ່​ສະມາຄົມ​ປົກ​ປ້ອງ​ສິດທິ​ເດັກ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ລາຍການ “​ບຸນເຕັດ​ອົບ​ອຸ່ນ​ໃຫ້​ເດັກນ້ອຍ” ​ແລະ ​ກໍ​ເປັນ​ຄັ້ງ​ທີ 3 ​ທີ່ໄດ້​ຈັດ​ຂຶ້ນ​ຢູ່​ແຂວງ ດ້ຽນບຽນ. ຜ່ານ​ໂຄງການ ແມ່ນ​ເພື່ອ​ໜູນ​ຊ່ວຍບັນດານ້ອງ​ນັກຮຽນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ ແຕ່ມັກຮຽນ ເພື່ອໃຫ້ມີ​ເງື່ອນ​ໄຂ​ໄປ​ໂຮງຮຽນ, ຫຼໍ່ລ້ຽງຄວາມ​ຝັນ​​ອະນາຄົດ.

ນັ້ນກໍ່ເປັນການໜູນຊ່ວຍ, ໃຫ້ກໍາລັງໃຈຄອບຄົວຂອງບັນດານ້ອງນ້ອຍເພື່ອໃຫ້ມີເງື່ອນໄຂກະກຽມໃຫ້ແກ່ການຕ້ອນຮັບປີໃໝ່ທີ່ອົບອຸ່ນ, ເບີກບານມ່ວນຊື່ນ, ມີຄວາມຜາສຸກ.

ໄຊພອນ

ເຫດການ
302 Found

Found

The document has moved here.