ປຸກລະດົມງານແຂ່ງຂັນການສະສົມ ແລະ ຊອກຮູ້ ສະແຕມໄປສະນີກ່ຽວກັບທະເລ ແລະ ໝູ່ເກາະຂອງຫວຽດນາມ

06:30 | 05/01/2022

ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະພາເຍົາວະຊົນສູນກາງ, ບໍລິສັດໃຫຍ່ ໄປສະນີຫວຽດນາມ ແລະ ສະມາຄົມສະແຕມຫວຽດນາມ ໄດ້ຈັດຕັ້ງງານ​ແຂ່ງຂັນການສະສົມ ​ແລະ ຊອກຮູ້​ກ່ຽວ​ກັບ​ສະ​ແຕມ​ໄປ​ສະ​ນີ 2022 ຢ່າງເປັນທາງການ ດ້ວຍຫົວຂໍ້ “ທະເລ, ໝູ່ເກາະ ຫວຽດນາມ ຜ່ານສະແຕມໄປສະນີຫວຽດນາມ”.

ໄປ​ດ້ຽນບຽນ​ ຊົມ​ທະເລ​ເມກ​ຂາວ​ທີ່ໄຫຼ​ລອຍ​ຢູ່​ລະຫວ່າງ​ສະຫວັນ ​ແລະ​ແຜ່ນດິນ​ ໄປ​ດ້ຽນບຽນ​ ຊົມ​ທະເລ​ເມກ​ຂາວ​ທີ່ໄຫຼ​ລອຍ​ຢູ່​ລະຫວ່າງ​ສະຫວັນ ​ແລະ​ແຜ່ນດິນ​
ຕຳຫຼວດ​ທະ​ເລ​ໂຄ​ສະ​ນາ​ຕ້ານ​ການ​ຂຸດ​ຄົ້ນ​ສິນ​ທະເລ​ແບບ​ຜິດ​ກົດ​ໝາຍ ໃຫ້​ແກ່​ຊາວ​ປະ​ມົງ ເກາະ​ແບກ​ລອງວີ ຕຳຫຼວດ​ທະ​ເລ​ໂຄ​ສະ​ນາ​ຕ້ານ​ການ​ຂຸດ​ຄົ້ນ​ສິນ​ທະເລ​ແບບ​ຜິດ​ກົດ​ໝາຍ ໃຫ້​ແກ່​ຊາວ​ປະ​ມົງ ເກາະ​ແບກ​ລອງວີ

ການແຂ່ງຂັນເລີ່ມແຕ່ວັນທີ 31 ທັນວາ 2021 ຫາວັນທີ 29 ເມສາ 2022. ນີ້ແມ່ນບ່ອນຫຼິ້ນທີ່ປອດໃສ ແລະ ມີປະໂຫຍດຕໍ່ສະມາຊິກເຍົາວະຊົນ ແລະ ອານຸຊົນ ອາຍຸແຕ່ 8 ຫາ 15 ປີ (ປ.3 ຫາ 9) ທີ່ດຳລົງຊີວິດ ແລະ ຮ່ຳຮຽນຢູ່ໂຮງຮຽນປະຖົມ, ມັດທະຍົມຕອນຕົ້ນ ແລະ ສະໂມສອນອານຸຊົົນ, ສູນກິດຈະກຳຊາວໜຸ່ມ, ເຍົາວະຊົນ ແລະ ອານຸຊົນທົ່ວປະເທດ .

ປຸກລະດົມງານແຂ່ງຂັນການສະສົມ ແລະ ຊອກຮູ້ ສະແຕມໄປສະນີກ່ຽວກັບທະເລ ແລະ ໝູ່ເກາະຂອງຫວຽດນາມ
ປຸກລະດົມງານແຂ່ງຂັນການສະສົມ ແລະ ຊອກຮູ້ ສະແຕມໄປສະນີກ່ຽວກັບທະເລ ແລະ ໝູ່ເກາະຂອງຫວຽດນາມ. (ພາບ: TTXVN)

ງານ​ແຂ່ງຂັນ​ ເພື່ອ​ແນ​ໃສ່​ສຶກສາໃຫ້ເຍົາວະຊົນ ແລະ ອານຸຊົນ ກ່ຽວ​ກັບ​ຄວາມ​ຮັກ​ແພງ​ບ້ານ​ເກີດ​ເມືອງ​ນອນ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ຮູ້​ບົດບາດ​ຂອງ​ທະ​ເລ, ໝູ່​ເກາະ ​ແລະ ສິດ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດຢ່າງຖືກຕ້ອງ. ຜ່ານ​ນັ້ນ, ​ກໍ​ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ຮັບຜິດຊອບ​ຂອງຮຸ່ນໜຸ່ມ, ເຍົາວະຊົນ, ອານຸຊົນ ຫວຽດນາມ ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ຮັກສາ​ອະທິປະ​ໄຕ​ອັນ​ສັກສິດ​ຂອງ​ປະ​ເທດຊາດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.