ເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ ລົງນາມໃນການຮ່ວມມືກັບສະມາຄົມນັກທຸລະກິດຍິງນະຄອນ ຮ່າໂນ້ຍ

09:29 | 26/04/2024

ຍສໝ - ວັນ​ທີ 18 ເມສາ, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ເວທີ​ປາ​ໄສ​ແມ່ຍິງ​ ​ຫວຽດນາມ ຢູ່ ​ເອີ​ລົບ ກັບສະມາຄົມນັກທຸລະກິດຍິງນະຄອນ ຮ່າໂນ້ຍ

EuroCham: ວິສາຫະກິດ ເອີລົບ ຫາກໍ EuroCham: ວິສາຫະກິດ ເອີລົບ ຫາກໍ "ລົງທຶນ" ຕື່ມອີກ 100 ລ້ານ USD ຢູ່ ຫວຽດນາມ
ປະທານ EuroCham: ຫວຽດນາມ ນຳມາເຊິ່ງກາລະໂອກາດລົງທຶນອັນໃຫຍ່ຫຼວງໃຫ້ແກ່ບັນດາວິສາຫະກິດ ເອີລົບ ປະທານ EuroCham: ຫວຽດນາມ ນຳມາເຊິ່ງກາລະໂອກາດລົງທຶນອັນໃຫຍ່ຫຼວງໃຫ້ແກ່ບັນດາວິສາຫະກິດ ເອີລົບ

ຕາມ​ນັ້ນ​ແລ້ວ, 2 ຝ່າຍ​ຮ່ວມ​ມື ແມ່ນເພື່ອຍົກ​ສູງ​ບົດບາດ, ທີ່​ຕັ້ງ ​ແລະ ການ​ປະກອບສ່ວນ​ຂອງ​ແມ່ຍິງ ຫວຽດນາມ ​ໃນ​ບັນດາຂົງ​ເຂດ​ເສດຖະກິດ ແລະ ສັງຄົມ. ລະອຽດ: ​ແລກປ່ຽນ​ຂໍ້​ມູນ ​ແລະ ປະສົບ​ການ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ແມ່ຍິງ​ຢູ່ ​ເອີ​ລົບ ​ແລະ ຫວຽດນາມ. ໜູນຊ່ວຍ ແລະ ໃຫ້ຄຳປຶກສາໃຫ້ບັນດາອົງການແມ່ຍິງ ໃນການກໍ່ສ້າງຍຸດທະສາດການພັດທະນາ ແລະ ການປະຕິບັດບັນດາໂຄງການທີ່ກ່ຽວຂ້ອງກັບການພັດທະນາແມ່ຍິງ.

ເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ ລົງນາມໃນການຮ່ວມມືກັບສະມາຄົມນັກທຸລະກິດຍິງນະຄອນ ຮ່າໂນ້ຍ

ທ່ານ ປອ ນາງ ຟ່ານ​ບິກ​ທ້ຽນ, ປະທານ​ເວທີ​ປາ​ໄສ​ແມ່ຍິງ ຫວຽດນາມ ຢູ່ ​ເອີ​ລົບ ກ່າວ​ຄຳປາໄສທີ່​ພິທີ​ລົງ​ນາມ.

​ແລກປ່ຽນ​ປະສົບ​ການ ​ແລະ ການຮ່ວມ​ມື​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ແມ່ຍິງ ຫວຽດນາມ, ເພື່ອຮັກສາ​ຄຸນຄ່າ ​ຫວຽດນາມ ພ້ອມທັງສະມາຄົມ​ທີ່​ດີ​ຢູ່​ຕ່າງປະ​ເທດ.

ຈັດຕັ້ງ, ປະສານສົມທົບກັນເພື່ອເຂົ້າຮ່ວມບັນດາກອງປະຊຸມສຳມະນາ, ການໂອ້ລົມເຈລະຈາ, ເວທີປາໄສກ່ຽວກັບວິທີການແກ້ໄຂ ແລະ ປະສົບການ ໃນການຍົກສູງບົດບາດຂອງແມ່ຍິງໃນບັນດາຂົງເຂດເສດຖະກິດ ແລະ ສັງຄົມ.

ຈັດຕັ້ງບັນດາໂຄງການບຳລຸງສ້າງ, ເຝິກອົບຮົມກ່ຽວກັບທັກສະການນຳພາ ແລະ ຄຸ້ມຄອງໃຫ້ແກ່ແມ່ຍິງ ເພື່ອຊ່ວຍໃຫ້ແມ່ຍິງໄດ້ມີໂອກາດພັດທະນາຕົນເອງ ແລະ ສະແດງອອກເຖິງບົດບາດຂອງແມ່ຍິງໃນສັງຄົມ, ອັບເດດໃຫ້ທັນກັບການພັດທະນາຂອງວິທະຍາສາດເຕັກໂນໂລຢີ.

2 ຝ່າຍ​ກໍສ້າງ, ​ເຫັນ​ດີ​ເປັນ​ເອກະ​ພາບ ​ແລະ ສົມທົບ​ກັນ ເພື່ອຜັນຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສະ​ເພາະ​ເພື່ອ​ປະຕິບັດ​ຄຳ​ໝັ້ນ​ສັນຍາຂອງຕົນ.

ກ່າວ​ຄຳປາໄສທີ່​ພິທີ​ລົງ​ນາມ, ທ່ານ ປອ ນາງ ຟ່ານ​ບິກ​ທ້ຽນ, ປະທານ​ເວທີ​ປາ​ໄສ​ແມ່ຍິງ ຫວຽດນາມ ຢູ່ ​ເອີ​ລົບ ​ໃຫ້​ຮູ້​ວ່າ ເວທີ​ປາ​ໄສ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ປີ 2023. ​ເຖິງ​ວ່າ​ ຈະ​ສ້າງ​ຕັ້ງ​ຂຶ້ນ​ພຽງແຕ່ 1 ປີ​ເທົ່າ​ນັ້ນ, ແຕ່​ເວທີ​ປາ​ໄສ​ກໍ່​ມີ​ຫຼາຍ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນໃນການຮ່ວມກັນ, ການຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ແມ່​ຍິງ​ຢູ່​ປະ​ເທດ​ຕ່າງໆ, ບັນດາການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ຢູ່​ບ້ານ​ເກີດ​ເມືອງ​ນອນ ​ເນື່ອງໃນ​ໂອກາດວັນ​ບຸນໄຫວ້ພະຈັນ ​ແລະ ບຸນເຕັດ.

ທ່ານ ປອ ນາງ ຟ່ານ​ບິກ​ທ້ຽນ ​ໃຫ້​ຮູ້​ວ່າ ບໍ່​ພຽງ​ແຕ່​ມີ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ປະຊາ​ຄົມ​ເທົ່າ​ນັ້ນ, ​ເວທີ​ປາ​ໄສ​ຍັງ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ໃນການສົ່ງເສີມ​ການ​ຄ້າ ​ແລະ ການ​ລົງທຶນ​ກັບ​ບ້ານ​ເກີດ​ເມືອງ​ນອນ. ບາງສະມາຊິກຂອງເວທີປາໄສ ແມ່ນບັນດາວິສາຫະກິດໃຫຍ່ທີ່ມີອິດທິພົນຢູ່ ເອີລົບ, ວິສາຫະກິດຫຼາຍແຫ່ງທີ່ຊ່ຽວຊານໃນການນໍາເຂົ້າຜະລິດຕະພັນກະເສດຂອງ ຫວຽດນາມ, ມີວິສາຫະກິດເຮັດວຽກກ່ຽວກັບຄວາມງາມນຳອີກ. ສະ​ນັ້ນ, ການ​ລົງ​ນາມ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ນັກ​ທຸ​ລະ​ກິດ​ຢູ່​ຮ່າ​ໂນ້ຍ ແລະ ເອີ​ລົບ ຈະ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ລະອຽດໃຫ້​ແກ່​ບັນ​ດາ​ສະ​ມາ​ຊິກ​ຂອງ​ສອງ​ຝ່າຍ ກໍ່ຄືການເປີດ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ໃໝ່.

ທ່ານ​ນາງ ບຸ່ຍ​ທິອ໋ຽນ, ປະທານ​ສະມາຄົມ​ນັກທຸລະກິດ​ຍິງ​ນະຄອນ​ ຮ່າ​ໂນ້ຍ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ຈັດ​ຕັ້ງ​ບັນດາ​ລາຍການ​ພົບ​ປະ, ​ແລກປ່ຽນ ​ແລະ ເຊື່ອມຕໍ່​ດ້ານ​ການ​ຄ້າ​ໃຫ້​ບັນດາ​ສະມາຊິກ​ຂອງ​ສອງຝ່າຍ ໂດຍ​ຜ່ານ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ ແລະ ​ເວທີ​ປາ​ໄສ. ພິເສດ, ສ້າງຊ່ອງຂໍ້ມູນລະຫວ່າງສອງຝ່າຍ ເພື່ອແບ່ງປັນກາລະໂອກາດທາງທຸລະກິດ, ເພື່ອໃຫ້ສະມາຊິກສະມາຄົມສາມາດເຂົ້າເຖິງທ້ອງຕະຫຼາດ ເອີຣົບ.

ມິງດຶກ

ເຫດການ
302 Found

Found

The document has moved here.