ການສຳມະນາການສົ່ງ​ເສີມ​ການ​ຄ້າ​ ຫວຽດ​ນາມ - ສ​.ເກົາ​ຫຼີ ດຶງ​ດູດ​ວິ​ສາ​ຫະ​ກິດ​ເກືອບ 200 ແຫ່ງ​ເຂົ້າ​ຮ່ວມ

11:00 | 26/04/2024

ຍສໝ - ວັນທີ 19 ເມສາ, ສະຫະພັນສະຫະກອນແຂວງ ໄທງວຽນ ສົມທົບກັບ ສະມາຄົມເສດຖະກິດ - ວັດທະນະທໍາ ສ.ເກົາຫຼີ - ຫວຽດນາມ (KOVECA) ແລະ ບໍລິສັດ ຫວຽດນາມ - ສ.ເກົາຫຼີ Showroom ຈຳກັດ ໄດ້ຈັດການສຳມະນາ “ແລກປ່ຽນເສດຖະກິດ ເພື່ອສົ່ງ​ເສີມການຄ້າ ຫວຽດນາມ ແລະ ສ.ເກົາຫຼີ”.

ໜູນຊ່ວຍວິ​ສາ​ຫະ​ກິດ​ໂດຍແມ່​ຍິງເປັນເຈົ້າຂອງ ​ເຂົ້າ​ຮ່ວມບັນດາລະບົບສະໜອງ ໜູນຊ່ວຍວິ​ສາ​ຫະ​ກິດ​ໂດຍແມ່​ຍິງເປັນເຈົ້າຂອງ ​ເຂົ້າ​ຮ່ວມບັນດາລະບົບສະໜອງ
ເປີດ​ຫ້ອງ​ການ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່ Jeonbuk (ສ.​ເກົາ​ຫຼີ) ເປີດ​ຫ້ອງ​ການ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່ Jeonbuk (ສ.​ເກົາ​ຫຼີ)

ໂດຍ​ເຂົ້າ​ຮ່ວມ​ມີ​ຜູ້​ແທນ​ເກືອບ 200 ຄົນ​ ທີ່​ເປັນ​ສະມາຊິກ​ຂອງ​ສະຫະກອນ, ສະມາຄົມວິສາຫະກິດ​ແຂວງ, ວິສາຫະກິດ​ແຂກຮັບເຊີນຂອງ ສ.​ເກົາຫຼີ ແລະ ບັນດາ​ນັກ​ສຶກສາ​​ລົງເລິກຂະແໜງ​ພາສາ​ເກົາຫຼີ ໃນບໍລິເວນ​ແຂວງ ​ໄທງວຽນ.

ການສຳມະນາການສົ່ງ​ເສີມ​ການ​ຄ້າ​ ຫວຽດ​ນາມ - ສ​.ເກົາ​ຫຼີ ດຶງ​ດູດ​ວິ​ສາ​ຫະ​ກິດ​ເກືອບ 200 ແຫ່ງ​ເຂົ້າ​ຮ່ວມ

ບັນດາ​ຜູ້​ແທນ, ນັກ​ສຶກສາ ​ໄດ້​ໄປ​ຢ້ຽມຢາມ​ຮ້ານ​ວາງສະ​ແດງ​ຜະລິດ​ຕະພັນ​ຂອງ​ວິ​ສາ​ຫະກິດ ສ.​ເກົາຫຼີ ທີ່ການສຳມະນາ. (ພາບ: ສະຫະພັນສະຫະ​ກອນແຂວງ ໄທງວຽນ)

ກ່າວ​ຄຳປາໄສ​ທີ່​ການສຳມະນາ, ທ່ານ​ນາງ ຫວູທິທູ​ຮັ່ງ - ຮອງ​ປະທານສະຫະພັນສະຫະ​ກອນແຂວງ ​ໄທ​ງວຽນ ​ໃຫ້​ຮູ້​ວ່າ ​ແຂວງ ​ໄທ​ງວຽນ ມີ​ເງື່ອນ​ໄຂ​ສະດວກ​ຫຼາຍ​ຢ່າງ​ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ, ນັກ​ລົງທຶນ​ຕ່າງປະ​ເທດ. ປະຈຸ​ບັນ, ​ແຂວງ​ມີ 763 ສະຫະກອນ ທີ່​ມີ​ຫຼາຍ​ຂະ​ແໜງ​ການ​ຄື: ກະສິກຳ, ການ​ບໍລິການ, ການ​ຂົນ​ສົ່ງ, ການທ່ອງທ່ຽວ... ຫວັງ​ວ່າ​ ຈະໄດ້ມີການ​ຮ່ວມ​ມື, ​ເຊື່ອມຕໍ່ບັນດາວິສາຫະກິດຂອງປະເທດເພື່ອນມິດ.

ປະຈຸ​ບັນ ​ໄທງວຽນ​ ​ມີ 240 ຜະລິດ​ຕະພັນ OCOP (ຜະລິດ​ຕະພັນ​ທ່າແຮງຂອງ​ທ້ອງ​ຖິ່ນ), ​ໃນ​ນັ້ນ​ມີ 2 ຜະລິດ​ຕະພັນ​ລະດັບ 5 ດາວ​ລະດັບ​ຊາດ ​ແລະ ຜະລິດ​ຕະພັນກະສິກຳທີ່ພົ້ນເດັ່ນຫຼາຍ​ຢ່າງ​ຄື ຊາ.

ຄຽງ​ຂ້າງ​ນັ້ນ, ຜູ້ຕາງໜ້າ​ບັນດາ​ສະຫະກອນ, ວິ​ສາ​ຫະກິດທີ່ພົ້ນເດັ່ນຂອງ​ແຂວງ ​ແລະ ແຂກຮັບເຊີນທີ່ມາຈາກສ.​ເກົາຫຼີ ​ກໍໄດ້​ແນະນຳ​ບັນດາ​ເຄື່ອງໝາຍການຄ້າ, ຂະແໜງອາຊີບ; ແບ່ງປັນວິທີການສ້າງສັນ ແລະ ປະສິດທິຜົນ; ພ້ອມ​ກັນ​ນັ້ນ, ກໍ່ສະ​ເໜີບັນດາ​ກາລະ​ໂອກາດ​ລົງທຶນ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ສ.​ເກົາຫຼີ.

​ໃນ​ຂອບ​ເຂດ​ການສຳມະນາ, ບັນດາ​ຜູ້​ແທນ​ ​ຍັງ​ໄດ້​ແບ່ງປັນ​ກ່ຽວ​ກັບ​ບັນດາ​ນະ​ໂຍບາຍ​ການ​ຄ້າ​ສາກົນ, ​ໂຄງການ​ລົງ​ນາມ​ໃນ​ການ​ຮ່ວມ​ມື​ພັດທະນາ​ໃນ​ຫຼາຍ​ຂົງ​ເຂດ​ຄື ​ເສດຖະກິດ - ວັດທະນະທຳ - ການ​ສຶກສາ ລະຫວ່າງ ​ໄທງວຽນ ​ແລະ ບາງ​ແຂວງ​ຂອງ ສ.​ເກົາຫຼີ ໃນໄລຍະທີ່ຜ່ານມາ.

ການສຳມະນາຄັ້ງ​ນີ້​ ນອນໃນບັນດາລະບົບການ​ເຄື່ອນ​ໄຫວ​ຂອງວັນບຸນວັດ​ທະ​ນະ​ທຳ ຫວຽດ​ນາມ - ສ​.ເກົາ​ຫຼີ ຄັ້ງ​ທີ I ເຊິ່ງໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 19 – 22 ເມສາ ຢູ່​ນະ​ຄອນ ໄທງວຽນ. ໂຄງການ​ແມ່ນ​ເພື່ອ​ເສີມຂະຫຍາຍສາຍ​ພົວພັນ​ດ້ານ​ການ​ຄ້າ, ມິດຕະພາບ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ; ພ້ອມ​ກັນ​ນັ້ນ, ກໍ່​ສ້າງ​ໂອກາດ​ໃຫ້​ນັກ​ສຶກສາ​​ລົງເລິກຂະແໜງພາສາ​ເກົາຫຼີ ​ໄດ້​ປະຕິບັດຕົວຈິງ ​ແລະ ພົບປະແລກປ່ຽນໂດຍກົງ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.