ນຳ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ​ໃຫ້​ມີ​ປະສິດທິ​ຜົນ ແລະ ມີຄຸນ​ນະພາ​ບກ່ວາ​ອີກ

00:00 | 26/04/2024

ຍສໝ - ວັນ​ທີ 17 ເມສາ, ຢູ່​ແຂວງ ດົ່ງ​ນາຍ ໄດ້ດຳເນີນກອງ​ປະ​ຊຸມ​ໃຫຍ່​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ຝຣັ່ງ ​ແຂວງ ດົ່ງ​ນາຍ ​ຄັ້ງ​ທີ 2. ຢູ່ທີ່​ນີ້, ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ອາຍຸການ 2024 – 2029 ທ່ານ ກ່າວວັນກວາງ ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ສະມາຊິກ​ ຈະ​ສາມັກຄີ, ເປັນເຈົ້າການ, ສ້າງສັນ​ໃນ​ການນຳການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ​ເຄື່ອນ​ໄຫວຢ່າງ​ມີ​ປະສິດທິ​ຜົນ, ມີ​ຄຸນ​ນະພາ​ບ, ​​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່​ມິດຕະພາບ​ລະຫວ່າງ​ປະຊາຊົນ​ແຂວງ ດົ່ງ​ນາຍ ກັບ​ປະຊາຊົນ ຝຣັ່ງ; ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດລວມ​ຂອງ​ແຂວງ.

ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ໃນການໜູນຊ່ວຍດ້ານຍຸຕິທຳກ່ຽວກັບຄະດີແພ່ງລະຫວ່າງ​ ຫວຽດນາມ ​ແລະ ລາວ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ໃນການໜູນຊ່ວຍດ້ານຍຸຕິທຳກ່ຽວກັບຄະດີແພ່ງລະຫວ່າງ​ ຫວຽດນາມ ​ແລະ ລາວ
​ເຊື່ອມ​ຕໍ່​ຊາວ​ຕ່າງປະ​ເທດ​ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ດົ່ງ​ນາຍ ​ເຊື່ອມ​ຕໍ່​ຊາວ​ຕ່າງປະ​ເທດ​ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ດົ່ງ​ນາຍ

ໂດຍເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ມີ​ຜູ້​ແທນ​ທາງການ 100 ທ່ານ ຕາງໜ້າ​ໃຫ້​ສະມາຊິກ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຝຣັ່ງ ​ແຂວງ ດົ່ງ​ນາຍ 141 ແຫ່ງ (ສະມາຄົມ). ບັນດາ​ຜູ້​ແທນ ກໍ​ໄດ້​ສຸມ​ໃສ່​ຕີ​ລາຄາ​ໝາກຜົນ​ຂອງ​ສະມາຄົມ​ໃນ​ໄລຍະ​ຜ່ານ​ມາ; ວິເຄາະຢ່າງເລິກເຊິ່ງກ່ຽວກັບບັນດາໝາກຜົນທີ່ບັນລຸໄດ້, ຮັບຮູ້ຢ່າງກົງໄປກົງມາເຖິງຂໍ້ຈຳກັດໃນບັນດາຂົງເຂດການເຄື່ອນໄຫວຂອງສະມາຄົມ ແລະ ໄດ້ຍົກອອກທິດທາງ, ໜ້າທີ່, ວິທີການແກ້ໄຂໃຫຍ່ໃຫ້ແກ່ບັນດາການເຄື່ອນໄຫວຂອງໄລຍະທີ 2.

ນຳ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ​ໃຫ້​ມີ​ປະສິດທິ​ຜົນ ແລະ ມີຄຸນ​ນະພາ​ບກ່ວາ​ອີກ

ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ດົ່ງ​ນາຍ ຫງວຽນ​ເຊີນ​ຮຸ່ງ ກ່າວ​ຄຳປາໄສ​ທີ່​ກອງ​ປະຊຸມໃຫຍ່.

ກ່າວ​ຄຳ​ປາໄສ​ທີ່​ກອງ​ປະຊຸມໃຫຍ່, ທ່ານ ຟ່ານ​ແທງ​ບິ່ງ, ຮອງ​ປະທານ​ສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ຝຣັ່ງ ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ​ໃນ​ການຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ດົ່ງ​ນາຍ ກັບບັນດາທ້ອງຖິ່ນ ແລະ ປະຊາຊົນ ຝຣັ່ງ.

​ໃນ​ໄລຍະ​ຈະ​ມາ​ເຖິງ, ຕາມທ່ານ ​ບິ່ງ ແລ້ວ, ສະມາຄົມ​ມິດຕະພາບ​ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ຕ້ອງ​ສຸມ​ໃສ່ຫັນການ​ເຄື່ອນ​ໄຫວ​ພົບປະແລກປ່ຽນ​ປະຊາຊົນເປັນຫຼາຍຮູບຫຼາຍແບບ. ການລະດົມໄປຄຽງຄູ່ກັບການໜູນຊ່ວຍບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ຝຣັ່ງ ທີ່​ເຄື່ອນ​ໄຫວ​ຢູ່​ແຂວງ ​ເພື່ອ​ນຳ​ໃຊ້​ແຫຼ່ງກຳລັງ​ເພື່ອ​ປະຕິບັດການເຄື່ອນໄຫວຮັບປະກັນຊີວິດສັງຄົມ, ພ້ອມ​ທັງ​ແນະນຳບັນດາ​ອົງການ​ນີ້​ດຳ​ເນີນ​ທຸລະ​ກິດ​ຕາມ​ລະບຽບ​ການ​ຂອງ ​ຫວຽດນາມ.

ກ່າວ​ຄຳ​ປາໄສ​ທີ່​ກອງ​ປະຊຸມໃຫຍ່, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ດົ່ງ​ນາຍ ຫງວຽນເຊີນຮຸ່ງ ໃຫ້​ຮູ້​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ຕ້ອງ​ຕິດຕາມ​ບັນດາ​ເຫດການ​ທີ່​ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ, ວັດທະນະທຳ, ບັນດາ​ເຫດການ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ຝຣັ່ງ ເຊັ່ນ: ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ, ວັນ​ຊາດ​ ຝຣັ່ງ, ສະ​ເຫຼີມ​ສະ​ຫຼອງ​ວັນ​ພາສາ ຝຣັ່ງ ສາກົນ. ພ້ອມ​ກັນ​ນັ້ນ, ​ໂດຍ​ອີງ​ໃສ່​ເງື່ອນ​ໄຂ​ສະ​ເພາະ ແຕ່ລະ​ປີ​ກໍ່ສ້າງ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ກັບ​ບັນດາ​ອົງການຈັດຕັ້ງ​ຂອງ​ປະຊາຊົນ, ພິ​ເສດ​ແມ່ນ​ບັນດາ​ອົງການທີ່ບໍ່​ຂຶ້ນ​ກັບ​ລັດຖະບານຕ່າງປະ​ເທດ​ ຝຣັ່ງ, ຊາວ​ ຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນຢູ່ ຝຣັ່ງ ແລະ ຈັດ​ຕັ້ງ​ບັນດາ​ການແຂ່ງຂັັນ ເພື່ອ​ຊຸກຍູ້​ຂະບວນການພາສາ ຝຣັ່ງ ຢູ່ແຂວງ.

ເພີ່ມ​ທະວີ​ການ​ພົວພັນສົມທົບກັບ​ບັນດາ​ອົງການ, ຫົວໜ່ວຍ​ໃນ​ບໍລິເວນແຂວງ ​ເພື່ອ​ຜັນຂະຫຍາຍການປະຕິບັດ​ບັນດາໜ້າທີ່ຕ່າງປະເທດປະຊາຊົນ​ເປັນ​ຢ່າງ​ດີ; ລະດົມມະຫາຊົນ ​ປະຊາຊົນເປັນຈຳຫຼວງຫຼາຍ ​ເຂົ້າ​ຮ່ວມ ​ແລະ ປະກອບສ່ວນ​ເຂົ້າ​ໃນບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມຢ່າງມີປະສິດທິຜົນ​.

ຄຽງຄູ່ນັ້ນ, ກໍ່ຍູ້ແຮງວຽກງານຂໍ້ມູນຂ່າວສານ, ເຜີຍ​ແຜ່ການຕ່າງປະເທດກ່ຽວກັບຄວາມສາມັກຄີມິດຕະພາບລະຫວ່າງປະຊາຊົນສອງປະເທດ, ຕິດພັນກັບບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ເພື່ອສຶກສາໃຫ້ແກ່ລຸ້ນໜຸ່ມຂອງສອງປະເທດມີຄວາມເຂົ້າໃຈ ເສີມຂະຫຍາຍສາຍພົວພັນສາມັກຄີມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ ກັບ ຝຣັ່ງ. ສືບ​ຕໍ່​ພັດທະນາ​ສະມາຊິກ ​ແລະ ສ້າງ​ຕັ້ງ​ບັນດາສາຂາສະມາຄົມມິດຕະພາບ​ຢູ່​ອົງການ, ​ບັນດາໂຮງຮຽນ​ໃນບໍລິເວນ​ແຂວງ.

ກອງ​ປະ​ຊຸມໃຫຍ່ ກໍ່ມີການລແກປ່ຽນເຈລະຈາ ເພື່ອ​ເລືອກ​ຕັ້ງ​ຄະ​ນະ​ບໍ​ລິ​ຫານ​ງານ​ ໂດຍ​ມີ 19 ກຳມະການ ແລະ ບັນດາຕຳແໜ່ງການນຳສະມາຄົມ​ໃນ​ອາຍຸການ​ໃໝ່, ໃນ​ນັ້ນ​ ປະ​ທານ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດ​ນາມ ແຂວງ ທ່ານ ​ກ່າວ​ວັນ​ກວາງ ກໍໄດ້​ຮັບ​ການເລືອກ​ຕັ້ງໃຫ້ຮັກສາຕຳແໜ່ງເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ຝຣັ່ງ ແຂວງ ດົ່ງ​ນາຍ, ອາຍຸການ 2024-2029.

ທ່ານ ​ກ່າວ​ວັນ​ກວາງ, ປະທານ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ໃຫ້​ຮູ້​ວ່າ ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ສະມາຊິກ ຈະ​ສາມັກຄີ, ເປັນເຈົ້າການ, ສ້າງສັນ​ໃນ​ການນຳການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ​ເຄື່ອນ​ໄຫວຢ່າງ​ມີ​ປະສິດທິ​ຜົນ, ມີ​ຄຸນ​ນະພາ​ບ, ​​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່​ມິດຕະພາບ​ລະຫວ່າງ​ປະຊາຊົນ​ແຂວງ ດົ່ງ​ນາຍ ກັບ​ປະຊາຊົນ ຝຣັ່ງ; ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດລວມ​ຂອງ​ແຂວງ.

​ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ຝຣັ່ງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ດົ່ງ​ນາຍ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ດົ່ງ​ນາຍ ​ກໍໄດ້​ຍ້ອງຍໍ 33 ບຸກຄົນ, ກົມກອງລວມໝູ່ ຍ້ອນມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງສະມາຄົມມິດຕະພາບຫວຽດນາມ - ຝຣັ່ງ ຢູ່ແຂວງ ດົ່ງນາຍ.

​ໃນ​ຂອບ​ເຂດ​ໂຄງການ, ອົງການ Les Enfants Du Dragon (ຝຣັ່ງ) ​ໄດ້​ມອບເງິນຈຳນວນ 700 ລ້ານ​ດົ່ງ ​ເພື່ອ​ໜູນ​ຊ່ວຍ​ກໍ່ສ້າງ​ເຮືອນ​ມິດຕະພາບ 10 ​ຫຼັງ​ໃຫ້​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ໃນບໍລິເວນແຂວງ ​ດົ່ງ​ນາຍ.

ມິງດຶກ

ເຫດການ
302 Found

Found

The document has moved here.