​ກູ້​ໄພ​ເຮືອຫາປາ​ຂອງ​ຊາວ​ປະມົງ​ທີ່ປະສົບອຸປະຕິເຫດ​ໝູ່​ເກາະ​ເຈື່ອງ​ຊາຢ່າງສຳເລັດຜົນ

06:07 | 03/01/2022

ຍສໝ - ຫວ່າງແລ້ວນີ້, ກໍາປັ່ນກວດກາການປະມົງ KN 418 ຂຶ້ນກັບ ໜ່ວຍກວດກາການປະມົງທີ 4 ຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ປະຕິບັດບັນດາມາດຕະການຊ່ວຍກູ້ເຮືອຫາປາ QNg 90658TS ຂອງຊາວ ປະມົງ ຢູ່ແຂວງກວາງຫງາຍ ທີ່ຕິດຄ້າງຢູ່ບ່ອນນ້ຳຕື້ນ, ຈາກນັ້ນໄດ້ດຶງໄປທີ່ໜອງດ່າລາດ, ເມືອງເຈື່ອງຊາ, ແຂວງແຄ໋ງຮວ່າ ເພື່ອສ້ອມແປງຄວາມເສຍຫາຍ.

ຝຣັ່ງ ​ເພີ່ມ​ທະວີ​ການ​ຊື້​ແກ່ນໝາກ​ມ່ວງ​ຫິມະພານ​ຂອງ​ຫວຽດນາມ, ຫຼຸດຜ່ອນ​ການ​ນຳ​ເຂົ້າແກ່ນ​ໝາກມ່ວງ​ຫິມະພານ​ຂອງ​ອິນ​ເດຍ ຝຣັ່ງ ​ເພີ່ມ​ທະວີ​ການ​ຊື້​ແກ່ນໝາກ​ມ່ວງ​ຫິມະພານ​ຂອງ​ຫວຽດນາມ, ຫຼຸດຜ່ອນ​ການ​ນຳ​ເຂົ້າແກ່ນ​ໝາກມ່ວງ​ຫິມະພານ​ຂອງ​ອິນ​ເດຍ
ການ​ສົ່ງ​ອອກໝາກ​ກ້ວຍ​ຂອງ​ຫວຽດນາມ ​ໄປ​ຍັງ​ຍີ່ປຸ່ນ​ ເພີ່ມ​ຂຶ້ນ​ຢ່າງ​ແຮງ ການ​ສົ່ງ​ອອກໝາກ​ກ້ວຍ​ຂອງ​ຫວຽດນາມ ​ໄປ​ຍັງ​ຍີ່ປຸ່ນ​ ເພີ່ມ​ຂຶ້ນ​ຢ່າງ​ແຮງ

​ໃນ​ຕອນ​ຄ່ຳ​ວັນ​ທີ 28 ທັນວາ, ເຮືອຫາປາ QNg 90658TS ​ໄດ້​ຈອດ​ຢູ່​ຫ່າງ​ຈາກ​ເກາະ​ດ່າ​ລາດ​ປະມານ 2 ​ໄມ​ທະ​ເລ ​ເມື່ອ​ສາຍ​ສະ​ໝໍຖືກຂາດ, ສະ​ນັ້ນ ໄດ້​ໄຫຼໄປ ​ແລະ ​ຕິດຄ້າງຢູ່ບ່ອນນ້ຳຕື້ນ ແລະ ​ມີປະ​ກາ​ລັງ. ຍ້ອນສະພາບອາກາດມີຄື້ນຟອງໃຫຍ່ ແລະ ລົມພັດແຮງ, ເຮືອລຳດັ່ງກ່າວໄດ້ຕຳກັບປະກາລັງ ແລະ ດ້ານເຮືອຖືກເຈາະເປັນຮູ 4 ຮູ.

​ກູ້​ໄພ​ເຮືອຫາປາ​ຂອງ​ຊາວ​ປະມົງ​ທີ່ປະສົບອຸປະຕິເຫດ​ໝູ່​ເກາະ​ເຈື່ອງ​ຊາຢ່າງສຳເລັດຜົນ
ກູ້​ໄພ​ເຮືອຫາປາ​ຂອງ​ຊາວ​ປະມົງ​ທີ່ປະສົບອຸປະຕິເຫດ​ໝູ່​ເກາະ​ເຈື່ອງ​ຊາຢ່າງສຳເລັດຜົນ. ພາບ: TTXVN

​ເວລາ​ນັ້ນ, ກຳ​ປັ່ນ​ກວດກາການ​ປະມົງ KN 418 ພວມ​ປະຕິບັດໜ້າທີ່ລາດຕະ​ເວນ ​ແລະ ຄວບຄຸມ​​ຢູ່​ເຂດ​ເກາະດ່າ​ລາດ, ​ເມື່ອ​ໄດ້​ຮັບ​ຄຳ​ສັ່ງ​ແລ້ວໄດ້ອອກເດີທາງໄປ​ກູ້​ໄພ​ເຮືອ​ຫາ​ປາ QNg 90658TS ​ໂດຍ​ໄວ.

ຮອດຕອນແລງວັນ​ທີ 29 ທັນວາ, ກຳ​ປັ່ນ KN 418 ​ໄດ້​ເຂົ້າ​ໃກ້​ບ່ອນ​ເກີດ​ເຫດ, ​ໄດ້​ເຮັດ​ເຊືອກ ​ແລະ ​ໃຊ້​ມາດ​ຕະການ​ເພື່ອ​ດຶງ​ເຮືອຫາປາ QNg 90658TS ​ອອກ​ຈາກ​ບ່ອນ​ຄິດຄ້າງ.

ບູນມີ

ເຫດການ
302 Found

Found

The document has moved here.