DrAid ໜູນຊ່ວຍທ່ານໝໍປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ບັນລຸໄດ້ລາງວັນຄຳ ASEAN ICT Awards

07:48 | 02/01/2022

ຍ​ສ​ໝ - ລາງວັນ​ອາ​ຊຽນ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ແລະ ການ​ສື່​ສານ (ASEAN ICT Awards – AICTA) ປີີ 2021 ໄດ້​ເຊີດ​ຊູ​ຜະ​ລິດ​ຕະ​ພັນ AI “ໜູນ​ຊ່ວ​ຍທ່ານ​ໝໍ” DrAid ສຳລັບ​ໂຄວິດ - 19 ຂອງ​ບໍ​ລິ​ສັດ VinBrain (ກຸ່ມ​ບໍ​ລິ​ສັດ Vingroup)

ຫວຽດ​ນາມ ​ປະ​ກອບ​ສ່ວ​ນ​ຫຼາຍຢ່າງ​​ຢູ່​​ເວ​ທີປາ​ໄສທະ​ເລ ASEAN ຄັ້ງ​ທີ 11 ແລະ ເວ​ທີ​ປາ​ໄສທະ​ເລ ASEAN ເປີດກວ້າງ ຄັ້ງ​ທີ່ 9 ຫວຽດ​ນາມ ​ປະ​ກອບ​ສ່ວ​ນ​ຫຼາຍຢ່າງ​​ຢູ່​​ເວ​ທີປາ​ໄສທະ​ເລ ASEAN ຄັ້ງ​ທີ 11 ແລະ ເວ​ທີ​ປາ​ໄສທະ​ເລ ASEAN ເປີດກວ້າງ ຄັ້ງ​ທີ່ 9
ສົນ​ທິ​ສັນ​ຍາ  RCEP ຈະ​ມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັນ​ທີ 1 ມັງ​ກອນ 2022 ສົນ​ທິ​ສັນ​ຍາ RCEP ຈະ​ມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັນ​ທີ 1 ມັງ​ກອນ 2022
DrAid ໜູນຊ່ວຍທ່ານໝໍປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ບັນລຸໄດ້ລາງວັນຄຳ ASEAN ICT Awards
ພາບ​ປະ​ກອບ: laodong.vn

ໂດຍກ້າວ​ຜ່ານ​ບັນ​ດາ​ຄູ່​ຮ່ວມ​ມື​ທີ່​ເກັ່ງ​ໃນ​ພາກ​ພື້ນ, ຜ​ະ​ລິດ​ຕະ​ພັນ​ນີ້ ບັນ​ລຸ​ໄດ້​ລາງວັນ​ຄຳ​ຢ່າງ​ເປັນ​ທາງ​ການ​ໃນ​ລາຍ​ການ “ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ​ຂອງວິ​ສາ​ຫະ​ກິດ”

ລາງວັນ ອາ​ຊຽນ ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ ແລະ ການ​ສື່​ສານແມ່ນ​ຂໍ້​ລິ​ເລີ່ມ​ຂອງ​ບັນ​ດາ​ລັດ​ຖະ​ມົນ​ຕີ ອາ​ຊຽນ ຜ່ານກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ (TELMIN) ໃນ​ປີ 2011.

ລາງວັນ​ລວມ​ມີ 6 ລາຍ​ການ ລ​ວມ​ມີ: ພາກ​ລັດ(Public Sector), ພາກ​ເອ​ກະ​ຊົນ (Private Sector), ຄວາມ​ຮັບ​ຜິດ​ຊອບ​ທາງ​ສັງ​ຄົມ​ຂອງ​ວິ​ສາ​ຫະ​ກິດ(CSR); ເນື້ອ​ໃນ​ດີ​ຈີ​ຕອນ (Digital Content), ວິ​ສາ​ຫະ​ກິດ Startup ແລະ ການຄົ້ນ​ຄ້​ວາ ແລະ ພັດ​ທະ​ນາ(R&D).

ຜະ​ລິດ​ຕະ​ພັນ AI ໜູນ​ຊ່ວຍ​ທ່ານ​ໝໍ ດ້ວຍ​ຄວາມ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ໂຄວິດ - 19 ຈາກ​ການ​ໜູນ​ຊ່ວຍ​ບົ່ງ​ມະ​ຕິ​ພະ​ຍາດ ໃນ​ການ​ປິ່ນ​ປົວ​ໂດຍ​ອີງ​ໃສ່​ພາບ​ຖ່າຍ ເອັກຊະເລ ໜ້າ​ເອີກ, ໂດຍ​ໄດ້​ກຳ​ເນີດ​ບົນ​ໝາກ​ຜົນ​ຂອງ​ຫົວ​ຂໍ້​ຄົ້ນ​ຄ້​ວາ​ຂອງ ກົມ​ຄຸ້ມ​ຄອງ​ການ​ປິ່ນ​ປົວ​ພະ​ຍາດ​ຂອງ​ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກ ແລະ ບໍ​ລິ​ສັດ VinBrain ຮ່ວມ​ເປັນ​ເຈົ້າ​ຂອງ​ຫົວ​ຂໍ້.

DrAid ໄດ້​ສ້າງ​ຂຶ້ນ​ໂດຍ​ອີງ​ໃສ່​ຂໍ້​ມູນ​ທີ່​ໃຫຍ່ຫຼວງແຖວໜ້າ​ໃນ​ໂລກ, ລວມ​ມີ​ພາບ​ຖ່າຍເອັກຊະເລ ໜ້າ​ເອີກ ​ຂອງ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ແລະ ພາບ​ຖ່າຍ ເອັກຊະເລ ໜ້າ​ເອີກ ​ທີ່​ບັນ​ລຸ​ມາດ​ຖານ 118.018 ໂດຍ​ບັນ​ລຸ​ໄດ້​ຄວາມ​ຖືກ​ຕ້ອງຊັດເຈນ ແມ່ນ​ສູງ​ກ່​ວາ 90%.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.