ຈີ​ນ​ນ້ຳ​ເຂົ້າ​ໝາກ​ໄມ້​ຜ່ານ​ດ່ານ​ຊາຍ​ແດນ ລາວ​ກາຍ ​ຄືນ​ໃໝ່​

11:30 | 14/01/2022

ຍ​ສ​ໝ - ດ່ານ​ຊາຍ​ແດນ ຮ່າ​ເຂົາ (ຈີນ) ແລະ ກິ​ມ​ແທັງ (ລາວ​ກາຍ) ອະ​ນຸ​ຍາດ​ໃຫ້​ສິນ​ຄ້າ​ປະ​ເພດ​ໝາກ​ໄມ້ ຜ່ານ​ແດນ​ຄືນ​ໃໝ່, ໃນ​ນັ້ນ​ມີໝາກ​ມັງ​ກອນ​ແຕ່​ວັນ​ທີ 12 ມັງ​ກອນ.

ນະວະນິຍາຍ “ວາດສະໜາດີ” ເປັນ​ຄັ້ງ​ທຳ​ອິດທີ່​ພິມ​ຈຳ​ໜ່າຍ​ຢູ່ ຈີ​ນ ນະວະນິຍາຍ “ວາດສະໜາດີ” ເປັນ​ຄັ້ງ​ທຳ​ອິດທີ່​ພິມ​ຈຳ​ໜ່າຍ​ຢູ່ ຈີ​ນ
ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 200.000 ໂດ​ສ ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີ​ນ ມອບ​ໃຫ້ ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 200.000 ໂດ​ສ ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີ​ນ ມອບ​ໃຫ້
ຈີ​ນ​ນ້ຳ​ເຂົ້າ​ໝາກ​ໄມ້​ຜ່ານ​ດ່ານ​ຊາຍ​ແດນ ລາວ​ກາຍ ​ຄືນ​ໃໝ່​
ພາບ​ປະ​ກອບ: baolaocai.vn

ຕາມ​ຂໍ້​ມູນ​ຈາ​ກ​ໜັງ​ສື​ພິມ​ລາວ​ກາຍ ໃຫ້​ຮູ້​ວ່າ ຕອນ​ເຊົ້າ​ວັນ​ທີ 12 ມັງ​ກອນ, ຢູ່​ດ່ານ​ຊາຍ​ແດນ​ສາ​ກົນ ທາງ​ບົກ​ເລກ II ກິມ​ແທັງ (ນະ​ຄອນ ລາວ​ກາຍ) ຟົດ​ຟື້ນ​ຫຼາຍ​ເມື່ອ​ທຽບ​ໃສ່​ກັບ​ວັນ​ກ​່ອນ. ຈຳ​ນວນ​ພາ​ຫະ​ນະ​ຂົນ​ສົ່ງ​ສິນ​ຄ້າ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ເຂດ​ດ່ານ​ຊາຍ​ແດນຫຼາຍ​ພ​ໍ​ສົມ​ຄວນ, ໃນ​ນັ້ນ​ສ່ວນຫຼາຍ​ແມ່ນ​ລົດ ຄອນ​ເທນ​ເນີ ແຊ່​ເຢັນ ຂົນ​ສົ່ງ​ໝາກ​ໄມ້​ສົດ.

ໄລ່​ຮອດ​ເວ​ລາ 10 ໂມງ​ເຊົ້າ​ຂອງວັນ​ທີ 12 ມັງ​ກອນ, ມີ​ລົດ​ຂົນ​ສົ່ງ​ມັງ​ກອນ, ໝາກ​ມ່ວງ, ໝາກ​ມີ້ ເກືອບ 50 ຄັນ ໄດ້​ຈົດ​ທະ​ບຽນເຮັດ​ລະ​ບຽບ​ການ​ຂົນ​ສົ່ງ​ໄປ​ຍັງ​ຈີນ.

ກ່ອນ​ໜ້າ​ນັ້ນ, ການ​ນຳ​ເຂົ້າ​ໝາກ​ໄມ້​ສົດ​ຈາກ​ຫວຽດ​ນາມ ຜ່ານ​ດ່ານ​ຊາຍ​ແດນ ລາວ​ກາຍ - ຮ່າ​ເຂົາ ຖືກ​ຢຸດ​ຕິ​ນັບ​ແຕ່​ກາງ​ເດືອນ​ກໍ​ລະ​ກົດ ພາຍຫຼັງ​ຝ່າຍ ຢູນ​ໜານ (ປະ​ເທດ​ຈີນ) ກວດ​ພົບ​ເຊື້ອ​ໄວ​ຣັດ Sars – Cov – 2 ທີ່ຕິດ​ຢູ່​ໃນ​ຫໍ່ ແລະ ລົດ​ຂົນ​ສົ່ງ​ໝາກມັງ​ກອນ​ສົ່ງ​ອອກ ຈ​າກ ຫວຽດ​ນາມ.

ເລື່ອງນີ້​ໄດ້​ເຮັດ​ໃຫ້​ໝາກ​ມັງກອນ ໂດຍ​ແມ່ນ​ຜະ​ລິດ​ຕະ​ພັນຫຼັກ​ແຫຼ່ງ​ທີ່​ຜ່ານ​ດ່ານ​ຊາຍ​ແດນ ສາ​ກົນ ທາງ​ບົກ ເລກ​ທີ II ກິມ​ແທັງ, ຫຼຸດ​ລົງ​ເຖິງ 40% ເມ​ື່ອ​ທຽບ​ໃສ່​ກັບ ປີ 2020.

ກ່ອນ​ໜ້າ​ນັ້ນ​ໃນ​ວັນ​ທີ 8 ມັງ​ກອນ, ທ່ານ ຮ່າ​ດຶກ​ຖ້ວນ, ຮອງ​ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ເຂດ​ເສດ​ຖະ​ກິດ ແຂວງ ລາວ​ກາຍ​ ໄດ້​ຢັ້ງ​ຢືນວ່າ ບາງ​ສື່​ເອ​ເລັກ​ໂຕ​ນິກ ແລະ ສື່​ສັງ​ຄົມ​ອອນ​ໄລ ໄດ້​ລົງ​ຂ່າວ​ໃນ​ວັນ​ທີ 6 ມັງ​ກອນ​ວ່າ ຝ່າຍ ຈີນ ໄດ້​ຢຸດ​ຕິ​ການ​ເຄື່ອນ​ໄຫວ​ຜ່ານ​ແດນສາ​ກົນ ລາວ​ກາຍ ເພື່ອ​ຮັບ​ໃຊ້​ວຽກ​ງານ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແມ່ນ ບໍ່​ຖືກ​ຕ້ອງ.

ຄະ​ນະ​ຄຸ້ມ​ຄອງ​ເຂດ​ເສດ​ຖະ​ກິດ​ແຂວງ ລາວ​ກາຍ ​ໄດ້​ແລກ​ປ່ຽນກັບ​ຄະ​ນະ​ຄຸ້ມ​ຄອງ​ດ່ານ​ຊາຍ​ແດນ ຮ່າ​ເຂົາ (ຈີນ) ຜ່ານ​ສາຍ​ໂທ​ລະ​ສັບສາຍ​ດ່ວນ​ຕິດ​ຕໍ່​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ.

ຝ່າຍ​ຮ່າ​ເຂົາ​ ໄດ້​ຢັ້ງ​ຢືນ​ວ່າ ກະ​ຊວງ​ການ​ຕ່າງ​ປະ​ເທດ ຈ​ີນ ໄດ້​ຊີ້​ນຳ​ບັນ​ດາ​ດ່ານ​ຊາຍ​ແດນ​ທາງ​ບົກ ລະ​ຫວ່າງ ຈີນ - ຫວຽດ​ນາມ (ໃນ​ນັ້ນ​ມີ​ດ່ານ​ຊາຍ​ແດນ ຮ່າ​ເຂົາ) ຕ້ອງ​ຮັບ​ປະ​ກັນການ​ຮັ​ກ​ສາ​ການ​ສິນ​ຄ້າຜ່ານ​ແດນຢູ່​ດ່ານ​ຊາຍ​ແດນ ຮ່າ​ເຂົາ, ແຂວງ ຢູນ​ໜານ (ຈີນ) ແລະ ລາວ​ກາຍ ( ຫວ​ຽດ​ນາມ) ໃນ​ໂອ​ກາດ​ກ່ອນ ແລະ ຫຼັງ​ບຸນ​ເຕັດ​ປະ​ຈຳ​ຊາດ 2022.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.