ຊຸກຍູ້ການພົວພັນຮ່ວມມືລະຫວ່າງກໍາລັງທະຫານເຮືອຫວຽດນາມ ແລະໄທ

19:07 | 31/12/2021

ຫວ່າງແລ້ວນີ້, ທ່ານພົນຈັດຕະວາ ຫງວຽນຢຸຍຕີ໊ ຜູ້ບັນຊາການທະຫານເຮືອເຂດ 5, ທະຫານເຮືອປະຊາຊົນຫວຽດນາມ ໄດ້ມີການສົນທະນາທາງໄກກັບຜູ້ບັນຊາການທະຫານເຮືອເຂດ 1 ແລະຜູ້ບັນຊາການທະຫານເຮືອເຂດ 2, ທະຫານເຮືອລາດຊະວົງໄທ.

Army Games 2021: ທີມທະຫານເຮືອປະຊາຊົນຫວຽດນາມ ໄດ້ອັນດັບທີໜຶ່ງໃນລາຍການຍິງປຶນໃຫຍ່ AK 176 Army Games 2021: ທີມທະຫານເຮືອປະຊາຊົນຫວຽດນາມ ໄດ້ອັນດັບທີໜຶ່ງໃນລາຍການຍິງປຶນໃຫຍ່ AK 176
ກອງບັນຊາການທະຫານເຮືອຫວຽດນາມ ຕ້ອນຮັບກົມປ້ອງກັນພາຍໃນກອງທັບລາວ ກອງບັນຊາການທະຫານເຮືອຫວຽດນາມ ຕ້ອນຮັບກົມປ້ອງກັນພາຍໃນກອງທັບລາວ
ຊຸກຍູ້ການພົວພັນຮ່ວມມືລະຫວ່າງກໍາລັງທະຫານເຮືອຫວຽດນາມ ແລະໄທ
ບັນຍາກາດທີ່ການສົນທະນາທາງໄກ. ພາບ: qdnd.vn.

ທີ່ການສົນທະນາທາງໄກ, ສອງຝ່າຍເນັ້ນໜັກວ່າ ໃນໄລຍະຜ່ານມາ, ການເຄື່ອນໄຫວສົມທົບກັນລະຫວ່າງກໍາລັງທະຫານເຮືອສອງປະເທດບັນລຸໄດ້ໝາກຜົນດີງາມຫຼາຍຢ່າງ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມື, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງສອງຝ່າຍ, ພ້ອມທັງປະກອບສ່ວນເຂົ້າໃນການຮັກສາເຂດທະເລສັນຕິພາບ, ສະຖຽນລະພາບ, ສ້າງເງື່ອນໄຂໃຫ້ແກ່ປະຊາຊົນສອງປະເທດພັດທະນາເສດຖະກິດ. ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ແບ່ງປັນ, ແລກປ່ຽນຂໍ້ມູນຂ່າວສານຜ່ານບັນດາຊ່ອງຕິດຕໍ່ທີ່ໄດ້ສ້າງຂຶ້ນ; ປະຕິບັດບັນດາເນື້ອໃນຕາມຂໍ້ຕົກລົງກ່ຽວກັບກົດລະບຽບລາດຕະເວນຮ່ວມຢູ່ເຂດທະເລຕິດຕໍ່ກັນເຊິ່ງທະຫານເຮືອສອງປະເທດໄດ້ລົງນາມໃນປີ 1999 ຢ່າງຄົບຖ້ວນ ແລະມີປະສິດທິຜົນ; ສົມທົບກັນຢ່າງແໜ້ນແຟ້ນໃນການແກ້ໄຂບັນດາເຫດການທີ່ເກີດຂຶ້ນຢູ່ທະເລ, ເປັນຕົ້ນແມ່ນໃນກໍລະນີກໍາປັ່ນຫາປາຂອງຊາວປະມົງສອງປະເທດລະເມີດເຂດທະເລຂອງກັນບົນຈິດໃຈມະນຸດສະທໍາ, ຖືມາດຕະການສຶກສາອົບຮົມ, ສະກັດກັ້ນເປັນຫຼັກ.

la.qdnd.vn

ເຫດການ
302 Found

Found

The document has moved here.