ອາ​ເມ​ລິ​ກາ​ ປະກາດເອກະສານ​ປະຕິ​ເສດ​ຕໍ່​ການ​ຮຽກສິດ​ທີ່​ຜິດ​ກົດໝາຍ​ຂອງ​ຈີນ ​ຢູ່ ​ທະ​ເລ​ຕາ​ເວັນ​ອອກ

16:30 | 16/01/2022

ຍສໝ - ກົມບັນດາບັນຫາ​ມະຫາ​ສະໝຸດ, ສິ່ງ​ແວດ​ລ້ອມ ​ແລະ​ວິທະຍາສາດ​ສາກົນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໄດ້​ປະກາດ​ເອກະສານ​ຄົ້ນຄວ້າ​ປະຕິ​ເສດ "ຄຳ​ຮຽກສິດ​ທີ່​ຜິດ​ກົດໝາຍ" ຂອງ​ຈີນ ​ຢູ່​ ທະ​ເລ​ຕາ​ເວັນ​ອອກ.

ຫວຽດ​ນາມ ຢືນ​ຢູ່​ແຖວ​ໜ້າ​ບັນ​ດາ​ປະ​ເທດ​ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ການ​ສົ່ງ​ອອກ​ໄປ​ຍັງ ຮຸງ​ກາ​ຣີ ຫວຽດ​ນາມ ຢືນ​ຢູ່​ແຖວ​ໜ້າ​ບັນ​ດາ​ປະ​ເທດ​ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ການ​ສົ່ງ​ອອກ​ໄປ​ຍັງ ຮຸງ​ກາ​ຣີ
ຜູ້​ອຳ​ນວຍ​ການ​ເຂດ​ປາ​ຊີ​ຟິກຕາເວັນຕົກ​ຂອງ WHO: ວິ​ໄສ​ທັດ, ຍຸດ​ທະ​ສາດ ວັກ​ຊິນ ແລະ ອັດ​ຕາ​ສັກ​ວັກ​ຊິນ​ຂອງ ຫວຽດ​ນາມ ແມ່ນ​ປະ​ທັບ​ໃຈ​ທີ່​ສຸດ ຜູ້​ອຳ​ນວຍ​ການ​ເຂດ​ປາ​ຊີ​ຟິກຕາເວັນຕົກ​ຂອງ WHO: ວິ​ໄສ​ທັດ, ຍຸດ​ທະ​ສາດ ວັກ​ຊິນ ແລະ ອັດ​ຕາ​ສັກ​ວັກ​ຊິນ​ຂອງ ຫວຽດ​ນາມ ແມ່ນ​ປະ​ທັບ​ໃຈ​ທີ່​ສຸດ

ຫວ່າງແລ້ວນີ້, ກົມບັນດາບັນຫາ​ມະຫາ​ສະໝຸດ, ສິ່ງ​ແວດ​ລ້ອມ ​ແລະ​ວິທະຍາສາດ​ສາກົນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໄດ້​ປະກາດ​ເອກະສານ​ຄົ້ນຄວ້າ​ປະຕິ​ເສດ "ຄຳ​ຮຽກສິດ​ທີ່​ຜິດ​ກົດໝາຍ" ຂອງ​ຈີນ ​ຢູ່​ ທະ​ເລ​ຕາ​ເວັນ​ອອກ, ​ໃນ​ນັ້ນປະຕິເສດບັນດາ​ພື້ນຖານ​ພູມ​ສາດ​ ແລະ ​ປະຫວັດສາດ​ຂອງ​ປັກ​ກິ່ງ.

ອາ​ເມ​ລິ​ກາ​ ປະກາດເອກະສານ​ປະຕິ​ເສດ​ຕໍ່​ການ​ຮຽກສິດ​ທີ່​ຜິດ​ກົດໝາຍ​ຂອງ​ຈີນ ​ຢູ່ ​ທະ​ເລ​ຕາ​ເວັນ​ອອກ
ກໍາປັ່ນຂອງຈີນ.

ເອກະສານ​ຄົ້ນຄວ້າ​ທີ່​ມີຄວາມຍາວ​ 47 ໜ້າ ຊີ້ແຈ້ງ​ວ່າ ການ​ຮຽກສິດຂອງ​ຈີນ​ ຢູ່​ທະ​ເລຕາເວັນອອກ ແມ່ນ​ບໍ່​ມີ​ພື້ນຖານ​ຕາມ​ກົດໝາຍ​ສາກົນ. ​ເອກະສານ​ດັ່ງກ່າວ​ຢືນຢັນ​ວ່າ ບັນດາ​ຄຳ​ຮຽກຮ້ອງ​ນີ້​ສົ່ງ​ຜົນສະທ້ອນ​ຢ່າງ​ຮ້າຍ​ແຮງ​ຕໍ່​ຫຼາຍ​ຂໍ້​ກຳນົດ​ຂອງ​ກົດໝາຍ​ສາກົນ​ທີ່​ໄດ້​ຮັບ​ການ​ຮັບຮອງ​ໃນ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍວ່າດ້ວຍ​ທະ​ເລ (UNCLOS) ​ປີ 1982.

ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ ຮຽກຮ້ອງ​ໃຫ້​ຈີນ​ ຢຸດຕິ​ການ​ເຄື່ອນ​ໄຫວ​ທີ່​ຜິດ​ກົດໝາຍ ​ແລະ ກໍ່ຄວາມ​ກົດ​ດັນ​ຢູ່​ທະ​ເລ​ຕາເວັນອອກ, ພ້ອມທັງ​ຢືນຢັນ​ວ່າ​ ບັນດາ​ຄຳ​ຮຽກສິດ​ທີ່​ຈີນ​ເອີ້ນວ່າ ​“​ອີງ​ໃສ່​ປະຫວັດສາດ” ແມ່ນ​ບໍ່​ມີ​ພື້ນຖານ​ນິຕິກໍາ.

ບູນມີ

ເຫດການ
302 Found

Found

The document has moved here.