ການ​ຢ້ຽມ​ຢາມ New Delhi ເພື່ອຊຸກ​ຍູ້​ການ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ​ ຫວຽດ​ນາມ - ອິນ​ເດຍ

15:24 | 24/04/2024

ຍສໝ - ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ຫວຽດ​ນາມ - ອິນ​ເດຍ ນະ​ຄອນ ໂຮ່​ຈີ​ມິນ ໂດຍ​ທ່ານ ຮວິ່ງແທ່ງເລິບ, ປະ​ທານ​ສະ​ມາ​ຄົມເປັນຫົວໜ້າຄະນະ ຫາກໍມີການໄປ​ຢ້ຽມ​ຢາມ ແລະ ເຮັດວຽກຢູ່ນະ​ຄອນຫຼວງ New Delhi, ສາທາລະນະລັດ ອິນ​ເດຍ ຕາມຄຳ​ເຊີນຂອງກົງສຸນໃຫຍ່ ອິນເດຍ ປະຈຳນະຄອນ ໂຮ່ຈີມິນ.

ເພີ່ມ​ທະ​ວີ​ການພົວ​ພັນ​​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ຮັດ​ແໜ້ນ​ສາຍ​ພົວພັນ​ມິດ​ຕະ​ພາບ ລະ​ຫວ່າງ​ ໄວ​ໜຸ່ມ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ເພີ່ມ​ທະ​ວີ​ການພົວ​ພັນ​​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ຮັດ​ແໜ້ນ​ສາຍ​ພົວພັນ​ມິດ​ຕະ​ພາບ ລະ​ຫວ່າງ​ ໄວ​ໜຸ່ມ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ
ສາຍ​ການ​ບິນ​ຫວຽດ​ນາມ ຮ່ວມ​ມື​ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ລະ​ຫວ່າງ ຫວຽດ​ນາມ ແລະ ສິງ​ກະ​ໂປ ສາຍ​ການ​ບິນ​ຫວຽດ​ນາມ ຮ່ວມ​ມື​ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ລະ​ຫວ່າງ ຫວຽດ​ນາມ ແລະ ສິງ​ກະ​ໂປ

​ໂດຍເຂົ້າ​ຮ່ວມ​ຄະນະ​ ມີ​ທ່ານ ​ໂດ້ຫວຽດຮ່າ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ ໂຮ່ຈິ​ມິນ; ຜູ້ຕາງໜ້າ​ການ​ນຳ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ເດຍ ຂອງແຂວງ, ນະຄອນ​ພາກ​ໃຕ້​ຈຳນວນ​ໜຶ່ງ.

ການ​ຢ້ຽມ​ຢາມ New Delhi ເພື່ອຊຸກ​ຍູ້​ການ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ​ ຫວຽດ​ນາມ - ອິນ​ເດຍ


ທ່ານ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ເດຍ ປະຈຳ ​ນະຄອນ ​ໂຮ່ຈີ​ມິນ ຮວິ່ງ​ແທ່ງ​ເລິບ ​​ມອບ​ຂອງ​ທີ່​ລະນຶກ​ໃຫ້​ທ່ານ Jaideep Mazumdar ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ອິນ​ເດຍ. (ພາບ: thanhuytphcm.vn)

​ໃນ​ຂອບ​ເຂດ​ການໄປຢ້ຽມຢາມ​ປະຕິບັດງານ, ວັນ​ທີ 10 ​ເມສາ, ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ ​ທ່ານ​ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ​ ​ອິນ​ເດຍ. ທີ່ການຕ້ອນຮັບ​ຄະນະ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ອິນ​ເດຍ (​ຮັບຜິດຊອບ​ຕາ​ເວັນ​ອອກ) Jaideep Mazumdar ​ໃຫ້​ຮູ້​ວ່າ ໃນໂອກາດ​ທີ່ໄດ້ໄປຕິດຕາມຄະນະ ທ່ານ​ນາຍົກລັດຖະມົນຕີ ອິນ​ເດຍ Narendra Modi ​ໄປ​ຢ້ຽມຢາມ​ນະຄອນ ​ໂຮ່ຈີ​ມິນ ​ໃນ​ປີ 2016 ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ທ່ານ ກ່ຽວກັບ​ນະຄອນທີ່ຂະຫຍັນຂັນເຄື່ອນທີ່ສຸດ, ມີພະລັງຊີວິດທີ່ອຸ​ດົມ​ສົມ​ບູນ​. ທ່ານ​ກໍ່​ໄດ້​ຮັບ​ຮູ້​ວ່າ, ຫວ່າງ​ມໍ່ໆ​ມາ​ນີ້, ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ເດຍ ປະຈຳນະຄອນ ​ໂຮ່ຈີ​ມິນ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ປະກອບສ່ວນ​ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ - ມິດຕະພາບ​ລະຫວ່າງ 2 ປະ​ເທດ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​, ສະໜັບສະໜູນເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ທ່ານ ຮວິ່ງ​ແທ່ງ​ເລິບ ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ກ່ຽວກັບວັດທະນະທຳ​ ອິນ​ເດຍ; ໄດ້ສົ່ງຄຳຂອບ​ໃຈເຖິງ​ ອິນ​ເດຍ​ ​ທີ່​ໄດ້​ມອບ ຂອງຂັວນອັນລ້ຳຄ່າ​ໃຫ້​ຫຼາຍ​ຄົນ​ໃນ​ທົ່ວ​ໂລກ, ​ໃນ​ນັ້ນ​ມີ ຫວຽດນາມ, ນັ້ນແມ່ນ Yoga (ໂຍຄະ), ​ເຊິ່ງໄດ້​ຊ່ວຍ​ປັບປຸງ​ສຸຂະພາບ​ຂອງ​ປະຊາຊົນ. ຈາກ​ຜົນ​ປະ​ໂຫຍ​ດທີ່ແທດຈິງນຳມາໃຫ້ປະຊາຊົນນັ້ນ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ຝຶກ​ຊ້ອມ Yoga ກໍ່​ໄດ້​ດຶງ​ດູດ​ການ​ຕອບ​ສະໜອງ​ຂອງ​ຊາວ ​ຫວຽດນາມ​ ເປັນ​ຈຳນວນ​ຫຼວງ​ຫຼາຍ. ຢູ່ນະຄອນ ໂຮ່ຈີມິນ, ການນຳນະຄອນ ໄດ້ສ້າງເງື່ອນໄຂສະດວກຫຼາຍຢ່າງໃຫ້ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ປະຈຳນະຄອນ ໂຮ່ຈີມິນ ຮ່ວມເດີນທາງກັບກົງສຸນໃຫຍ່ ອິນເດຍ ປະຈຳ ນະຄອນ ໂຮ່ຈີມິນ ເພື່ອແຜ່ກະຈາຍວັນ Yoga ສາກົນ ປະຈຳປີ, ດ້ວຍການສົ່ງສານການຮັກສາການເຝິກຊ້ອມ Yoga ພື້ນຖານເປັນຄືດັ່ງກິລາປະເພດໜຶ່ງ, ເຝິກຊ້ອມແຕ່ລະມື້ໄດ້ຢ່າງງ່າຍດາຍ, ຈາກນັ້ນ ກໍ່ດໍາລົງຊີວິດມີຢ່າງຄວາມສຸກກ່ວາອີກ, ຍົກສູງປະສິດທິພາບຂອງການອອກແຮງງານ.

ຄະນະ​ຜູ້​ແທນ ​ໄດ້​ໄປຖະຫວາຍດອກໄມ້ຢູ່​ອະນຸສາວະລີ​ປະທານ ​ໂຮ່ຈິ​ມິນ ຢູ່​ນະຄອນຫຼວງ New Delhi. ຢູ່ທີ່ນີ້, ທ່ານ ຮວິ່ງແທ່ງເລິບ ໄດ້ສະແດງຄວາມຕື້ນຕັນໃຈໃນເວລານາທີທີ່ໄດ້ຖະຫວາຍດອກໄມ້ໃຫ້ລຸງໂຮ່ ບັນດາດວງດອກໄມ້ທີ່ສົດໃສຢູ່​ໃຈກາງ​ນະຄອນຫຼວງ​ຂອງ​ປະ​ເທດເພື່ອນມິດ, ມຸ່ງຫວັງເດີນຕາມ​ເສັ້ນທາງ​ທີ່​ພັກ ​ແລະ ລຸງ​ໂຮ່ ໄດ້​ເລືອກໄປຕະຫຼອດການ. ພ້ອມ​ກັນ​ນັ້ນ, ກໍ່ເຊື່ອມຊຶມຄຳ​ສອນ ແລະ ບົດຮຽນ​ໃນວຽກງານການຕ່າງປະເທດ ທີ່​ ລຸງ​ໂຮ່​ ໄດ້​ປະ​ໄວ້, ນຳ​ໃຊ້, ລົງ​ເລິກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ອິນ​ເດຍ ບົນແນວໂຮມການ​ແລກປ່ຽນ​ປະຊາຊົນໃຫ້ຫຼາຍກວ່າອີກ.

ທີ່ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະຖານທູດ ​ຫວຽດນາມ ປະຈຳ ອິນ​ເດຍ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອິນ​ເດຍ ຫງວຽນ​ແທ່ງ​ຫາຍ ຕີ​ລາຄາ​ວ່າ ການ​ຢ້ຽມຢາມປະຕິບັດງານຂອງ​ຄະນະ​ຜູ້​ແທນ ​​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​ແລະ ອິນ​ເດຍ. ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ວ່າ ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ເດຍ ນະຄອນ ​ໂຮ່ຈີ​ມິນ ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ສືບ​ຕໍ່​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ປະຊາຊົນ​ຢູ່​ນະຄອນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ພົບປະດ້ານ​ວັດທະນະທຳ, ການ​ແປ​ບັນດາຜະລິດຕະພັນສິ່ງພິມທີ່ຍອດຍິ່ງຂອງວັດທະນະທຳ ຫວຽດນາມ ເປັນພາສາ Hindi ເພື່ອແບ່ງປັນຄຸນຄ່າ​ອັນ​ດີງາມ​ຂອງ​ ຫວຽດນາມ ຕໍ່ເພື່ອນ​ມິດ​ ອິນ​ເດຍ. ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ຄະນະ​ຜູ້​ແທນ​ຍັງ​ໄດ້​ເຮັດ​ວຽກ​ກັບກອງທຶນ ​ອິນ​ເດຍ (India Foundation), Summit India, ​ເຊິ່ງແມ່ນ​ບັນດາ​ອົງການຈັດຕັ້ງທີ່​ມີ​​ໜ້າ​ທີ່​ຊຸກຍູ້​ການ​ແລກປ່ຽນ​ປະຊາຊົນ, ສັນຕິພາບ, ມິດຕະພາບ​ລະຫວ່າງ ອິນ​ເດຍ ກັບ​ບັນດາ​ປະ​ເທດ​ໃນ​ໂລກ.

ທີ່​ບັນດາການ​ພົບ​ປະ, ທ່ານ ຮວິ່ງ​ແທ່ງ​ເລິບ ແລະ ຜູ້ຕາງໜ້າ​​ການ​ນຳ​ບັນດາ​ອົງການ​ຈັດ​ຕັ້ງ​ຂອງຝ່າຍ ອິນ​ເດຍ ທີ່ຕ້ອນຮັບ​ຄະນະ​ຜູ້​ແທນ​ ​ລ້ວນແຕ່​ໄດ້​ຫວນ​ຄືນຄວາມຮັກແພງ ​ແລະ ການ​ພົບ​ປະ​ຄັ້ງ​ປະຫວັດສາດ​ລະຫວ່າງ​ປະທານ ​ໂຮ່ຈີ​ມິນ ​ແລະ ທ່ານອະດີດນາຍົກລັດຖະມົນຕີອິນ​ເດຍ Jawaharlal Nehru ​ເຊິ່ງ​ເປັນປະຖົມປັດໄຈໃຫ້ສຳ​ລັບບັນດາການພົບປະຂັ້ນ​ສູງ​ໃນໄລຍະຕໍ່ມາ ເພື່ອນຳບັນດາ​ຜົນ​ປະ​ໂຫຍ​ດທີ່ແທດ​ຈິງ​ຫຼາຍ​ຢ່າງ​ມາໃຫ້​ປະຊາຊົນ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ນະຄອນ ​ໂຮ່ຈິ​ມິນ. ການ​ຮ່ວມ​ມື​ເພື່ອພັດທະນາ ​ແລະ ການກໍ່ສ້າງຂອງ ​ຫວຽດນາມ - ອິນ​ເດຍ ​ໃນ​ປະຈຸ​ບັນ​ແມ່ນ​ການ​ສືບ​ທອດ​ສາຍ​ພົວພັນ​ອັນ​ດີງາມ​ທີ່ການ​ນຳລຸ້ນຕ່າງໆຂອງ​ສອງ​ປະ​ເທດ​ໄດ້ອອກເຫື່ອເທແຮງ​ເພີ່ມ​ພູນຄູນສ້າງ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.