ມ​ອບ​ທຸງຊາດ 7000 ຜືນ​ໃຫ້​ແກ່​ຊາວ​ປະ​ມົງ ຢູ່​ເມືອງ​ໂຖ​ຈູ

07:48 | 13/01/2022

ຍ​ສ​ໝ - ມະ​ຫາ​ວິ​ທະ​ຍາ​ໄລ​ທະ​ນາ​ຄານ​ນະ​ຄອນ ໂຮ່​ຈີ​ມິນ ຫາ​ກໍ່​ຈັດ​ຕັ້ງ​ພິ​ທີ​ມອບ​ຮັບ​ໂຄງ​ການ​ຊາວ​ໜຸ່ມ ປີ 2020 – 2021 ດ້ວຍ ການມອບ​ທຸງ​ຊາດ 7000 ຜືນໃຫ້​ແກ່​ຊາວ​ປະ​ມົງ​ຢູ່​ເກາະ ໂຖ​ຈູ” ໂດຍ​ຊາວ​ໜຸ່ມ, ນັກ​ສຶກ​ສາ​ປະ​ຕິ​ບັດ​ໃນ​ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່ ເກາະ​ໂຖ​ຈູ.

UNDP ມອບ​ເຮືອນ​ປອດ​ໄພ​ຕ້ານ​ພະາຍຸ​ໃຫ້​ແກ່​ປະ​ຊາ​ຊົນ​ທຸກ​ຍາກຢູ່​ແຂວງ​ກ໋​ວາງ​ຫງາຍ UNDP ມອບ​ເຮືອນ​ປອດ​ໄພ​ຕ້ານ​ພະາຍຸ​ໃຫ້​ແກ່​ປະ​ຊາ​ຊົນ​ທຸກ​ຍາກຢູ່​ແຂວງ​ກ໋​ວາງ​ຫງາຍ
ລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ​ຈາກ​ສັງ​ຄົມ​ເພື່ອ​ດູ​ແລ, ຊ່ວຍ​ເຫຼືອ ແລະຕໍ່​ສູ້​ທວງ​ເອົາ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ​ຈາກ​ສັງ​ຄົມ​ເພື່ອ​ດູ​ແລ, ຊ່ວຍ​ເຫຼືອ ແລະຕໍ່​ສູ້​ທວງ​ເອົາ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ
ມ​ອບ​ທຸງຊາດ 7000 ຜືນ​ໃຫ້​ແກ່​ຊາວ​ປະ​ມົງ ຢູ່​ເມືອງ​ໂຖ​ຈູ
ມ​ອບ​ທຸງ​ຊາດ​ໃຫ້​ແກ່​ຊາວ​ປະ​ມົງ (ພາບ: nld.com.vn)

ເນື່ອ​ງ​ໃນ​ໂອ​ກາດນີ້, ມະ​ຫາ​ວິ​ທະ​ຍາ​ໄລທະ​ນາ​ຄານ​ໂຮ່​ຈີ​ມິນ ໄດ້ສົມທົບ​ກັບ​ສູນ​ສຶກ​ສາ​ປ້ອງ​ກັນ​ຊາດ ແລະ ຄວາມ​ໝັ້ນ​ຄົງ ມະ​ຫາ​ວິ​ທະ​ຍາ​ໄລແຫ່ງ​ຊາດ ນະ​ຄອນ​ໂຮ່​ຈີ​ມິນ ສືບ​ຕໍ່​ໄປ​ຢຶ້​ຢາມ​ຖາມ​ຂ່າວ ແລະ ອວຍ​ພອນ​ບຸນ​ເຕັດ​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮົບ​ທີ່​ຕັ້ງ​ຖິ່ນ​ຖານ​ຢູ່ 16 ແຫ່ງ​ຢູ່​ເມືອງ​ເກາະ​ໂຖ​ຈູ ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ 2022.

ໂຖ​ຈູ (ຫຼື ໂຖ​ເຈົາ) ແມ່ນເມືອງ​ເກາະ​ທີ່​ນອນ​ຢູ່​ອ່າວ​ໄທ, ນອນ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ເມືອງ​ເກາະ​ຝຸກວັກ ແລະ ໄດ້​ຮັບ​ຖື​ວ່າ​ແມ່ນ​ຈຸດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ສຸດ​ຂອງ ຫວຽດ​ນາມ.

ໃນ​ຕະຫຼອດ​ໄລ​ຍະ​ນັບ​ພັນ​ປີ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ຂອງຊາດ​ເຮົາ, ທະ​ເລ​ໝູ່​ເກາະ​ຍາມ​ໃດ​ກໍ່​ຕິດ​ພັນ​ກັບ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ. ການ​ມີ​ໜ້າ​ຂອງຊາວ​ປະ​ມົງ​ຢູ່​ເຂດ​ທະ​ເລ, ໝູ່​ເກ​າະ ຫວຽດ​ນາມ ບໍ່​ພຽງ​ແຕ່​ແມ່ນ​ວິ​ວັດ​ຂະ​ບວນ​ການ​ຂຸດ​ຄົ້ນ​ການ​ຫາ​ສິນ​ໃນ​ນ້ຳ​ເທົ່າ​ນັ້ນ. ຮູບພາບເຮືອ​, ກຳ​ປັ່ນ​ຫາ​ປາແຕ່​ລະ​ລຳຂອງ​ຊາວ​ປະ​ມົງ ທີ່ແຂວນ​ທຸງ​ຊາດ ຫວຽດ​ນາມ ກໍລ້ວນ​ແຕ່​ແມ່ນຫຼັກ​ໝາຍ​ຊາຍ​ແດນ​ທີ່​ມີ​ຊີ​ວິດ ເພື່ອ​ແນ​ໃສ່​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຢູ່​ທະ​ເລ, ໝູ່​ເກາະອັນ​ສັກ​ກະ​ລະ​ບູ​ຊາ ທີ່​ບໍ່​ອາດ​ລ່ວງ​ລ້ຳ​ໄດ້​ຂອງ​ປະ​ເທດ​ຊາດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.