ຮັກສາສັນຕິພາບ, ສະຖຽນລະພາບ, ປົກປ້ອງຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ

06:30 | 16/01/2022

ຫວຽດນາມ ຮັບຮູ້ເລື່ອງກະຊວງການຕ່າງປະເທດ ອາເມລິກາ ປະກາດບົດລາຍງານເລກທີ 150 ກ່ຽວກັບການກຳນົດເສັ້ນຊາຍແດນທາງທະເລ.

ຫວຽດນາມຈະສືບຕໍ່ຫັນເປົ້າໝາຍສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ປອດອາວຸດນິວເຄຼຍ ໃຫ້ປະກົດຜົນເປັນຈິງ ຫວຽດນາມຈະສືບຕໍ່ຫັນເປົ້າໝາຍສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ປອດອາວຸດນິວເຄຼຍ ໃຫ້ປະກົດຜົນເປັນຈິງ
ສ້າງເສັ້ນຊາຍແດນລວມລະຫວ່າງສອງປະເທດ ຫວຽດນາມ - ລາວ ໃຫ້ມີສັນຕິພາບ, ສະຖຽນລະພາບ, ຮ່ວມມືພ້ອມກັນພັດທະນາໃຫ້ຍືນຍົງ ແລະຍາວນານ ສ້າງເສັ້ນຊາຍແດນລວມລະຫວ່າງສອງປະເທດ ຫວຽດນາມ - ລາວ ໃຫ້ມີສັນຕິພາບ, ສະຖຽນລະພາບ, ຮ່ວມມືພ້ອມກັນພັດທະນາໃຫ້ຍືນຍົງ ແລະຍາວນານ
ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ)
ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ)

ວັນທີ 14 ມັງກອນ, ເມື່ອຕອບຄຳຖາມຂອງນັກຂ່າວສະເໜີໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມ ກ່ຽວຂ້ອງເຖິງເລື່ອງ ກະຊວງການຕ່າງປະເທດ ອາເມລິກາ ຫາກໍ່ປະກາດບົດລາຍງານເລກທີ 150 ກ່ຽວກັບການກຳນົດເສັ້ນຊາຍແດນທາງທະເລ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ເລທິທູຮັ່ງ ເນັ້ນໜັກວ່າ: ຫວຽດນາມ ຮັບຮູ້ເລື່ອງກະຊວງການຕ່າງປະເທດ ອາເມລິກາ ປະກາດບົດລາຍງານເລກທີ 150 ກ່ຽວກັບການກຳນົດເສັ້ນຊາຍແດນທາງທະເລ. ກ່ຽວຂ້ອງເຖິງບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ, ຫວຽດນາມ ໄດ້ຢືນຢັນມາຫຼາຍຄັ້ງແລ້ວກ່ຽວກັບທັດສະນະສະເໝີຕົ້ນສະເໝີປາຍ ແລະ ຈະແຈ້ງຂອງຕົນ, ນັບທັງໃນຂອບເຂດ 2 ຝ່າຍກໍຄືຫຼາຍຝ່າຍ, ຕາມນັ້ນແລ້ວ ຍາມໃດ ຫວຽດນາມ ກໍ່ຄັດຄ້ານ ແລະ ບໍ່ຍອມຮັບທຸກຄຳຮຽກສິດມີສ່ວນກ່ຽວຂ້ອງ ທີ່ບໍ່ສອດຄ່ອງກັບກົດໝາຍສາກົນ, ລວມທັງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNLCOS). ເນື່ອງໃນໂອກາດນີ້, ອີກຄັ້ງໜຶ່ງ ຫວຽດນາມ ໄດ້ສະເໜີໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງເຄົາລົບອະທິປະໄຕ, ອຳນາດອະທິປະໄຕ ແລະ ສິດອຳນາດສານຂອງ ຫວຽດນາມ ຢູ່ທະເລຕາເວັນອອກ, ເຄົາລົບວິວັດທະນາການທາງການທູດ ແລະ ນິຕິກຳ, ມີການປະກອບສ່ວນຢ່າງຕັ້ງໜ້າ ແລະ ແທດຈິງ ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ, ປົກປ້ອງຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ລັກສະນະຄົບຖ້ວນຂອງ UNCLOS ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ກົດໝາຍ.

vovworld.vn

ເຫດການ
302 Found

Found

The document has moved here.