ຫວຽດນາມ - ລາວ ໄດ້ເຫັນດີເປັນເອກະພາບ ກ່ຽວກັບການກໍ່ສ້າງກັນເຈື່ອນປົກປັກຮັກສາ ຕີນຫຼັກໝາຍຊາຍແດນ 130

06:39 | 31/12/2021

ຍສໝ - ຫວ່າງແລ້ວນີ້, ຢູ່​ຫຼັກ​ໝາຍເລກທີ 130 ໃນ​ເຂດ​ຊາຍ​ແດນທາງບົກ​ຫວຽດນາມ - ລາວ, ຄະນະ​ຊີ້​ນຳ​ວຽກ​ງານ​ຊາຍ​ແດນ​ແຂວງ ດ້ຽນບຽນ (ຫວຽດນາມ) ​ແລະ ຄະນະ​ຜູ້​ແທນ​ຄະນະ​ຊີ້​ນຳ​ວຽກ​ງານ​ຊາຍ​ແດນ​ແຂວງ​ຫຼວງ​ພະ​ບາງ (​ລາວ), ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດ​ສອງ​ຝ່າຍ ​ແລະ ​ໄດ້​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ການ​ກໍ່ສ້າງ​ກັນເຈື່ອນ ເພື່ອ​ປົກ​ປັກ​ຮັກສາ​ຫຼັກ​ໝາຍ 130.

ກວ໋າງບິ່ງ ຍົກສູງປະສິດທິຜົນການຮ່ວມມືຮອບດ້ານກັບແຂວງຄໍາມ່ວນ (ລາວ) ກວ໋າງບິ່ງ ຍົກສູງປະສິດທິຜົນການຮ່ວມມືຮອບດ້ານກັບແຂວງຄໍາມ່ວນ (ລາວ)
ການ​ເຄື່ອນ​ໄຫວ​ຕອບ​ສະ​ໜອງ​ລາຍ​ການ​​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ ການ​ປ້ອງ​ກັນ​​ຊາດ​ຢູ່​ເຂດຊາຍ​ແດນ ຫວຽດ​ນາມ - ລາວ ຢູ່ກວາງ​ຈິ ການ​ເຄື່ອນ​ໄຫວ​ຕອບ​ສະ​ໜອງ​ລາຍ​ການ​​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ ການ​ປ້ອງ​ກັນ​​ຊາດ​ຢູ່​ເຂດຊາຍ​ແດນ ຫວຽດ​ນາມ - ລາວ ຢູ່ກວາງ​ຈິ

ໃນການ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ການ​ກໍ່ສ້າງ​ກັນເຈື່ອນ ເພື່ອ​ປົກ​ປັກ​ຮັກສາ​ຫຼັກ​ໝາຍ 130, ສອງຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ກັນ​ວ່າ: ການ​ກໍ່ສ້າງ​ກັນເຈື່ອນ ​ປ້ອງ​ກັນຫຼັກ​ໝາຍ 130 ​ແມ່ນ​ມີ​ຄວາມ​ຫມາຍ​ທີ່​ຈໍາ​ເປັນ​ ​ເພື່ອ​ຫຼີກ​ລ້ຽງ​ການ​ເຊາະ​ເຈື່ອນ ​ແລະ ດິນ​ເຈື່ອນ, ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ສະພາບຄວາມໝັ້ນຄົງຂອງ​ຫຼັກ​ໝາຍຕາມທິດເສັ້ນ​ຊາຍ​ແດນ, ກໍ່ຄື​ແມ່ນ​​ສ້າງເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ຄຸ້ມ​ຄອງ, ປົກ​ປັກ​ຮັກ​ສາ​ເສັ້ນ​ຊາຍ​ແດນ ​ໂດຍ​ກຳ​ລັງ​ທີ່​ມີ​ໜ້າ​ທີ່​ຂອງສອງ​ປະ​ເທດ ລາວ - ຫວຽດ​ນາມ.

ຫວຽດນາມ - ລາວ ໄດ້ເຫັນດີເປັນເອກະພາບ ກ່ຽວກັບການກໍ່ສ້າງກັນເຈື່ອນປົກປັກຮັກສາ ຕີນຫຼັກໝາຍຊາຍແດນ 130
ຫວຽດນາມ - ລາວ ໄດ້ເຫັນດີເປັນເອກະພາບ ກ່ຽວກັບການກໍ່ສ້າງກັນເຈື່ອນປົກປັກຮັກສາ ຕີນຫຼັກໝາຍຊາຍແດນ 130. (ພາບ: VOV)

ເນື້ອໃນການກໍ່ສ້າງກັນເຈື່ອນຕີນຫຼັກໝາຍເລກທີ 130 ປະກອບມີ: ຂັ້ນໄດຍ່າງ, ທາງບົກຍາວ 53 ແມັດ, ກວ້າງ 1.9 ແມັດ, ໂຄງສ້າງຂັ້ນໄດເບຕົງເສີມເຫຼັກ, ກັນເຈື່ອນອ້ອມຂ້າງຕີນຫຼັກໝາຍມີຄວາມຍາວ 50 ແມັດ... ຂອບເຂດການກໍ່ສ້າງກິດຈະການທັງໝົດ ປະກອບມີ​ຢູ່​ເຂດ​ດິນ​ແດນຫວຽດນາມ ​ແລະ ​ເຂດ​ດິນ​ແດນລາວ, ​ແຫຼ່ງທຶນ​ລົງທຶນ​ຈາກ​ປະ​ເທດຫວຽດນາມ.

ໃນວິວັດ​ການ​ກໍ່​ສ້າງ, ຝ່າຍ​ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ​ຈະ​ບໍ່​ປ່ຽນ​ແປງ​ສະພາບເດີມ​ເສັ້ນ​ຊາຍ​ແດນ; ປະຕິບັດ​ຕາມ​ຂໍ້​ກຳນົດ​ຂອງ​ສັນຍາ ​ກ່ຽວ​ກັບ​ລະບຽບ​ການ​ຄຸ້ມ​ຄອງ​ຊາຍ​ແດນ​ທາງ​ບົກ​ ລະຫວ່າງ​ຫວຽດນາມ - ລາວ ​ແລະ ​ໂດຍ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ບັນດາ​ອົງການ​ວິຊາ​ການ​ຂອງ​ສອງ​ຝ່າຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.