ນຳ​ການ​ພົວພັນ​ ຫວຽດນາມ - ກາ​ນາ ກ້າວເຂົ້າສູ່ລວງເລິກ, ແທດຈິງ

11:18 | 26/04/2024

ຍສໝ - ປະ​ຈຸ​ບັນ ການາ ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ ຫວຽດ​ນາມ ຢູ່​ພາກ​ພື້ນ ອາ​ຟ​ຣິ​ກາ ຕາ​ເວັນ​ຕົກ ດ້ວຍ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃນ​ປີ 2023 ບັນ​ລຸ 733 ລ້ານ USD. ເຖິງຢ່າງໃດກໍ່ຕາມ, ບັນດາໝາກຜົນ​ນີ້ ຍັງບໍ່​ທັນສົມກັບຄວາມ​ສາມາດ​ບົ່ມ​ຊ້ອນໃຫຍ່​ ແລະ ຄວາມ​ປາຖະໜາ​​ຂອງ 2 ປະ​ເທດ.

ວຽກງານແນວ​ໂຮມ ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ ກຳປູ​ເຈຍ - ລາວ - ຫວຽດນາມ ວຽກງານແນວ​ໂຮມ ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ ກຳປູ​ເຈຍ - ລາວ - ຫວຽດນາມ
ບັນດາວິທີເຮັດໃໝ່ ​ເພື່ອຄູນຂຶ້ນການ​ພົວພັນ​ມິດຕະພາບ​ ຫວຽດນາມ - ບຸນ​ກາຣີ ບັນດາວິທີເຮັດໃໝ່ ​ເພື່ອຄູນຂຶ້ນການ​ພົວພັນ​ມິດຕະພາບ​ ຫວຽດນາມ - ບຸນ​ກາຣີ

ນັບແຕ່​ວັນ​ທີ 16 – 17 ​ເມສາ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ນາງ ຫງວຽນ​ມິງຮັ່ງ ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ ກາ​ນາ. ຕາມ​ກະຊວງ​ການ​ຕ່າງປະ​ເທດ​ແລ້ວ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ຮອງ​ລັດຖະມົນຕີ ນາງ ຫງວຽນ​ມິງຮັ່ງ ກໍໄດ້ມີ​ບັນດາການໂອ້ລົມ​ເຈລະຈາ​​​ກັບ​ທ່ານ Kwaku Ampratwum Sarpong, ຮອງ​ລັດຖະມົນຕີ​​ການ​ຕ່າງປະ​ເທດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ; ພົບ​ປະ​ກັບ​ທ່ານ Bryan Acheampong ລັດ​ຖະ​ມົນ​ຕີ​ກະ​ຊວງ​ສະ​ບຽງ​ອາ​ຫານ ແລະ ກະ​ສິ​ກຳ, ທ່ານ ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ອຸດສາຫະກຳ ແລະການຄ້າ ນາງ Nana Ama Dokua Asiamah-Adjei ແລະ ປະທານ​ຫ້ອງການການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ທ່ານ Clement Osei Amoako ຂອງ ການາ.

ນຳ​ການ​ພົວພັນ​ ຫວຽດນາມ - ກາ​ນາ ກ້າວເຂົ້າສູ່ລວງເລິກ, ແທດຈິງ

ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ນາງ ຫງວຽນ​ມິງຮັ່ງ ໂອ້ລົມ​ເຈລະຈາ​​​ກັບທ່ານ Kwaku Ampratwum Sarpong, ຮອງ​ລັດຖະມົນຕີ​​ການ​ຕ່າງປະ​ເທດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ການາ. (ພາບ: ໜັງສືພິມໂລກ ແລະ ຫວຽດນາມ)

ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ຢ່າງຕັ້ງໜ້າ​ ທີ່​ບັນລຸ​ໄດ້​ໃນ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ກາ​ນາ, ພິ​ເສດ​ແມ່ນ​ດ້ານ​ເສດຖະກິດ. ປະ​ຈຸ​ບັນ ການາ ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ ​ຫວຽດ​ນາມ ຢູ່​ພາກ​ພື້ນ ອາ​ຟ​ຣິ​ກາ ຕາ​ເວັນ​ຕົກ ດ້ວຍ​ວົງ​ເງິນແລກປ່ຽນ​ການ​ຄ້າ​ສອງ​ຝ່າຍ​ໃນ​ປີ 2023 ບັນ​ລຸ 733 ລ້ານ USD. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນດາໝາກຜົນນີ້ ຍັງບໍ່​ທັນສົມກັບຄວາມ​ສາມາດ​ບົ່ມ​ຊ້ອນໃຫຍ່​ ແລະ ຄວາມ​ປາຖະໜາ​​ຂອງ 2 ປະ​ເທດ.

ທ່ານ​ຮອງ​ລັດຖະມົນຕີ​ ນາງ ຫງວຽນ​ມິງຮັ່ງ ຢືນ​ຢັນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນສຳຄັນການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນດາປະເທດ ເພື່ອນ​ມິດ​ທີ່ເປັນມູນເຊື້ອ ອາ​ຟ​ຣິ​ກາ, ໃນ​ນັ້ນ​ມີ ການາ; ສະແດງຄວາມປາດ​ຖະໜາຢາກ​ສືບ​ຕໍ່ນຳການ​ພົວພັນ​ສອງຝ່າຍ ກ້າວເຂົ້າສູ່ລວງເລິກ, ແທດຈິງ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ດ້ານ​ເສດຖະກິດ, ຜ່ານນັ້ນ ກໍມຸ່ງໄປເຖິງການສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ​ໃນ​ປີ 2025 ຢ່າງແທດຈິງ.

ບົນ​ພື້ນຖານ​ນັ້ນ, ທີ່​ການ​ພົບ​ປະ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ 2 ທ່ານກໍ​ໄດ້​ປຶກສາ​ຫາລື ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ຫຼາຍ​ມາດ​ຕະການ​ສະ​ເພາະ ​ເພື່ອ​ຊຸກຍູ້​ການຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ, ການ​ທູດ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ກະສິກຳ, ການ​ສຶກສາ..., ​ໃນ​ນັ້ນ​ ມີການ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ​ໂດຍ​ສະ​ເພາະ​ ແມ່ນ​ບັນດາຄະນະ​ຜູ້​ແທນ​ຂັ້ນ​ສູງ, ສືບ​ຕໍ່​ປະສານ​ສົມທົບ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ​ທີ່​ສຳຄັນ​ຄື ສະຫະ​ປະຊາ​ຊາດ, ສະຫະພາບ ​ອາ​ຟຣິກາ (AU), ປະຊາ​ຄົມ​ເສດຖະກິດ​ບັນດາ​ປະ​ເທດ​ອາ​ຟຣິກາ​ ຕາ​ເວັນ​ຕົກ (ECOWAS), ຊຸກຍູ້​ການ​ເຈລະຈາ, ມຸ່ງ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ສອງຝ່າຍ, ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ລະຫວ່າງ​ສອງ​ກະຊວງ​ການ​ຕ່າງປະເທດ, ​ອົງການ​ປະສານ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ ​ແລະ ກາ​ນາ.

ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກາ​ນາ ​ໄດ້​ສະ​ແດງ​ຄວາມ​ເຄົາລົບນັບຖືຕໍ່​ຜົນສຳ​ເລັດ​ຂອງ​ຮູບ​ແບບ​ການ​ພັດທະນາ​ເສດຖະກິດ​ຂອງ​ ຫວຽດນາມ; ແບ່ງປັນວ່າ ກາ​ນາ ພວມຜັນຂະຫຍາຍາຍຍຸດທະສາດພັດທະນາເສດຖະກິດແຫ່ງຊາດທີ່ເຕັມໄປດ້ວຍຄວາມຫວັງ, ຜ່ານນັ້ນ ກໍຈະເປີດກາລະໂອກາດຮ່ວມມືຫຼາຍຢ່າງລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ, ພິເສດ ແມ່ນກ່ຽວກັບບັນດາວິສາຫະກິດ ຫວຽດນາມ ປາດຖະໜາຢາກໝູນໃຊ້ບົດບາດເປັນປະຕູຂອງ ການາ ຈົນສຸດຄວາມສາມາດ ເພື່ອເຂົ້າສູ່ຕະຫຼາດອາຟຣິກາ ຕາເວັນຕົກ ແລະ ບັນດາປະເທດ ອາຟຣິກາ.

ກ່ຽວກັບດ້ານເສດຖະກິດ, ສອງຝ່າຍເຫັນດີເປັນເອກະພາບກັນເພີ່ມທະວີການເຊື່ອມຕໍ່, ພົບປະ ແລະ ແລກປ່ຽນຂໍ້ມູນ, ກາລະໂອກາດລົງທຶນດຳເນີນທຸລະກິດ, ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາຜະລິດຕະພັນສົ່ງອອກທີ່ສຳຄັນຂອງ 2 ປະເທດ, ພິເສດແມ່ນເຂົ້າສານ ແລະ ໝາກມ່ວງຫິມະພານ, ພ້ອມກັນນັ້ນ ກໍເປີດກ້ວາງໄປຍັງຜະ​ລິດ​ຕະ​ພັນ​ສົ່ງ​ອອກ​ອື່ນໆ​. ທ່ານລັດຖະມົນຕີກະຊວງສະບຽງອາຫານ ແລະ ກະສິກຳຂອງ ການາ ກໍໄດ້ຕີລາຄາສູງບັນດາຜົນງານທີ່ ຫວຽດນາມ ບັນລຸໄດ້ໃນການຜະລິດກະສິກຳ, ສະແດງຄວາມປາດຖະໜາຢາກໃຫ້ ຫວຽດນາມ ແບ່ງປັນປະສົບການ, ໜູນຊ່ວຍ ການາ ໃນການຜະລິດເຂົ້າສານ, ເພີ່ມມູນຄ່າໃຫ້ແກ່ຜະລິດຕະພັນກະເສດ, ມຸ່ງໄປເຖິງການຮັບປະກັນສະບຽງອາຫານແຫ່ງຊາດ.

ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ ແລະ ການ​ຄ້າ​ ກາ​ນາ ແບ່ງປັນ​ວ່າ ການາ ໄດ້ນຳເຂົ້າ ​ເຂົ້າ​ສານ ​ຫວຽດນາມ ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ ຍ້ອນ​ນີ້​ແມ່ນ​ຜະລິດ​ຕະພັນ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ຊາວ ກາ​ນາ​ ທັງ​ດ້ານລົດ​ຊາດ ​ແລະ ຄຸນ​ນະພາ​ບ, ຢືນ​ຢັນວ່າ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ລົງ​ທຶນ, ການ​ຜະ​ລິດ​ຢູ່ ການາ.

ໂດຍຮັບຮູ້​ບັນດາ​ການ​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຂອງ​ບັນດາ​ຄູ່​ຮ່ວມ​ມື ການາ ກ່ຽວ​ກັບ ຫວຽດນາມ ​ກໍຄືບັນດາ​ໝາກຜົນ​ແຫ່ງ​ການ​ແລກປ່ຽນ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ​ຮອງ​ລັດຖະມົນຕີ ນາງ ຫວຽນມິງຮັ່ງ ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນວ່າ ດ້ວຍທ່າແຮງ ແລະ ການ​ພັດທະນາ​ທີ່ຂະຫຍັນຂັນເຄື່ອນຂອງ​ພື້ນຖານ​ເສດຖະກິດ, ຄວາມ​ຕັດສິນ​ໃຈ​ຂອງ​ສອງ​ປະ​ເທດ, ການ​ພົວພັນ​ລະຫວ່າງ ຫວຽດນາມ ແລະ ການາ ຈະສືບຕໍ່ໄດ້ຮັບການປັບປຸງ ແລະ ນັບມື້ນັບພັດທະນາຢ່າງເຂັ້ມແຂງກ່ວາອີກ ໃນໄລຍະຈະມາເຖິງ.

ມິງດຶກ

ເຫດການ
302 Found

Found

The document has moved here.