33 ບົດຂຽນດີ​ເດັ່ນ​ໄດ້​ຮັບ​ລາງວັນ​ສື່ມວນຊົນກ່ຽວກັບ​​ຫົວ​ຂໍ້​​ໄພພິບັດ​ທາດ​ພິດ​ສີ​ສົ້ມ​ຢູ່​ຫວຽດນາມ

14:00 | 30/12/2021

ຍສໝ - ເມື່ອບໍ່ດົນມານີ້, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດນາມ ​ໄດ້​ຈັດ​ພິທີ​ມອບ​ລາງວັນ​ສື່ມວນຊົນໃນ​ຫົວ​ຂໍ້ “ໄພພິບັດ​ທາດ​ພິດ​ສີ​ສົ້ມ ​ແລະພາລະກິດ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ທາດ​ພິດ​ສີ​ສົ້ມ​ທີ່ອາ​ເມ​ລິ​ກາ ນຳ​ໃຊ້​ໃນປາງ​ສົງຄາມຫວຽດ​ນາມ”, ຄັ້ງ​ທີ I, ປີ 2020-2021.

ອົງ​ກາ​ນຈັດ​ຕັ້ງປະ​ຊາ​ຊົນ ເພື່ອສະ​ພາບ​ແວດ​ລ້ອມ Bundang: ຄວາມ​ມາ​ນະ​ພະ​ຍາ​ຍາມ​ເບິ່ງ​ແຍງ​ດູ​ແລ​ເ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທິດ​ພິດ​ສີ​ສົ້ມ​ໃນ​ໄລ​ຍະ​ສັນ​ຕິ​ພາບ ອົງ​ກາ​ນຈັດ​ຕັ້ງປະ​ຊາ​ຊົນ ເພື່ອສະ​ພາບ​ແວດ​ລ້ອມ Bundang: ຄວາມ​ມາ​ນະ​ພະ​ຍາ​ຍາມ​ເບິ່ງ​ແຍງ​ດູ​ແລ​ເ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທິດ​ພິດ​ສີ​ສົ້ມ​ໃນ​ໄລ​ຍະ​ສັນ​ຕິ​ພາບ
ແມ່​ຍິງ​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ ສານ​ຝັນ​ໃຫ້​ແກ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ແມ່​ຍິງ​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ ສານ​ຝັນ​ໃຫ້​ແກ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ

ນີ້​ແມ່ນ​ລາງວັນສື່ມວນຊົນທີ່ມີຄວາມໝາຍສຳຄັນ​, ​ມີຜົນປະໂຫຍດຢ່າງແທດຈິງ, ໄດ້​ຈັດ​ຕັ້ງ​ເພື່ອ​ຢັ້ງຢືນ​ບົດບາດ ​ແລະຄວາມ​ສຳຄັນ​ຂອງ​ສື່​ມວນ​ຊົນ​ໃນ​ການ​ໂຄສະ ນາ​ເຜີຍ​ແຜ່​ກ່ຽວ​ກັບ​ໄພພິບັດທາດ​ພິດ​ສີ​ສົ້ມ​ທີ່​ອາ​ເມ​ລິ​ກາ ກໍ່ໃຫ້​ປະ​ເທດ​ຫວຽດນາມ; ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ ​ແລະລັດ​ທີ່ມີຕໍ່​ບັນດາ​ນັກ​ເຄື່ອນ​ໄຫວ​ຕໍ່ຕ້ານ, ລູກ​ຫລານ​ຂອງເຂົາທີ່ຖືກ​ຕິດແປດ​ທາດ​ພິດສີສົ້ມ ​ແລະພາລະກິດແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ທາດ​ພິດສີສົ້ມ; ວຽກງານເບິ່ງແຍງດູແລ ແລະຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ ຈາກທາດພິດສີສົ້ມ ແລະການຕໍ່​ສູ້​ທວງ​ເອົາຄວາມຍຸຕິທຳໃຫ້ຜູ້ປະສົບ ເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ.

33 ບົດຂຽນດີ​ເດັ່ນ​ໄດ້​ຮັບ​ລາງວັນ​ສື່ມວນຊົນກ່ຽວກັບ​​ຫົວ​ຂໍ້​​ໄພພິບັດ​ທາດ​ພິດ​ສີ​ສົ້ມ​ຢູ່​ຫວຽດນາມ
ບັນຍາກາດທີ່ພິທີມອບລາງວັນ. ພາບ: laodong.vn

ການ​ປະ​ກວດ​ໄດ້ເລີ່ມ​ດຳ​ເນີນ​ໃນ​ວັນ​ທີ 26 ພຶດສະພາ 2020, ຄະນະ​ຈັດ​ຕັ້ງ​ໄດ້​ຮັບ​ບົດ​ຂຽນ​ເກືອບ 600 ບົດ. ​ເນື້ອ​ໃນ​ຂອງ​ບົດຂຽນ​ແມ່ນ​ອຸດົມສົມບູນ, ສ່ອງແສງ​ໃຫ້​ເຫັນ​ເຖິງ​ໄພພິບັດ​ທາດ​ພິດ​ສີ​ສົ້ມ; ພາລະກິດ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ທາດ​ພິດ​ສີ​ສົ້ມ​ . ຄະນະ​ຈັດ​ຕັ້ງ​ໄດ້​ຄັດ​ເລືອກ 33 ບົດຂຽນ​ດີເດັ່ນ ​ເພື່ອ​ມອບລາງວັນ A 3 ລາງວັນ; ລາງວັນ B 5 ລາງວັນ; ລາງວັນ C 10 ລາງວັນ ແລະ ລາງວັນຊົມເຊີຍ 15 ລາງວັນ.

ບູນມີ

ເຫດການ
302 Found

Found

The document has moved here.