ມີ​ຜະ​ລິດ​ຕະ​ພັ​ນ​ກະ​ເສດ, ສິນ​ໃນ​ນ້ຳ ຫວຽດ​ນາມ ກວ່າ 1000 ຊະ​ນິດ​ໄດ້​ສົ່ງ​ອອກ​ໄປ​ຍັງ​ຈີນ

08:56 | 30/12/2021

ຍ​ສໝ - ກົມ​ໃຫຍ່​ພາ​ສີ​ອາ​ກອນ ຈີນ ໄດ້ອະນຸມັດລະຫັດ​ຜະ​ລິດ​ຕະ​ພັນ 31.988 ຊະ​ນິດ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດຕ່າງ​ປະ​ເທດ​ສົ່ງ​ອອກໄປຍັງ​​ຈີນ, ໃນ​ນັ້ນມີ​ລະຫັດຜະ​ລິດ​ຕະ​ພັນ 1.045 ຊະ​ນິດ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ.

320 ລະຫັດຜະລິດຕະພັນຂອງຫວຽດນາມ ໄດ້ຮັບໃບອະນຸຍາດ ສົ່ງອອກໄປຍັງຈີນ 320 ລະຫັດຜະລິດຕະພັນຂອງຫວຽດນາມ ໄດ້ຮັບໃບອະນຸຍາດ ສົ່ງອອກໄປຍັງຈີນ
ຈີນຢຸດ​ຕິ​ການ​ນຳ​ເຂົ້າ​ສິນ​ຄ້າ​ຜ່ານ​ດ່ານ​ຊາຍ​ແດນ​ມອງກ໊າຍ, ບໍ່​ຮູ້​ມື້​ໃດ​ຈະ​ເປີດ​ຄືນ ຈີນຢຸດ​ຕິ​ການ​ນຳ​ເຂົ້າ​ສິນ​ຄ້າ​ຜ່ານ​ດ່ານ​ຊາຍ​ແດນ​ມອງກ໊າຍ, ບໍ່​ຮູ້​ມື້​ໃດ​ຈະ​ເປີດ​ຄືນ
ມີ​ຜະ​ລິດ​ຕະ​ພັ​ນ​ກະ​ເສດ, ສິນ​ໃນ​ນ້ຳ ຫວຽດ​ນາມ ກວ່າ 1000 ຊະ​ນິດ​ໄດ້​ສົ່ງ​ອອກ​ໄປ​ຍັງ​ຈີນ
ມີ​ຜະ​ລິດ​ຕະ​ພັ​ນ​ກະ​ເສດ, ສິນ​ໃນ​ນ້ຳ ຫວຽດ​ນາມ ກວ່າ 1000 ຊະ​ນິດ​ໄດ້​ສົ່ງ​ອອກ​ໄປ​ຍັງ​ຈີນ (ພາບ: baodautu.vn)

ຕາມ​ຫ້ອງ​ການ SPS ຫ​ວຽດ​ນາມ (ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ), ກົມ​ໃຫຍ່​ພາ​ສີ​ອາ​ກອນ ຈີນ ພວມ​ອັບ​ເດດ​ໝາກ​ຜົນອະນຸມັດໃຫ້​ວິ​ສາ​ຫະ​ກິດ ທີ່ໄດ້​ຮັບອະ​ນຸ​ຍາດ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສະ​ບຽງ​ອາ​ຫານ ຂອງ​ບັນ​ດາ​ປະ​ເທດ, ໃນ​ນັ້ນ​ຫວຽດ​ນາມ ເຂົ້າ​ຕະຫຼາດ​ຈີນ ແລະ ລະຫັດຜະ​ລິດ​ຕ​ະ​ພັນ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ພິມ​ຫຸ້ມ​ຫໍ່, ຍີ່​ຫໍ້...

ໄລ່​ຮອດ​ເວ​ລາ​ 17 ໂມງ​ຂອງວັນ​ທີ 24 ທັນ​ວາ ປີ 2021, ກົມ​ໃຫຍ່​ພາ​ສີ​ອາ​ກອນ​ຈີນ ໄດ້​ອະນຸມັດລະຫັດຜະ​ລິດ​ຕະ​ພັນ​ກະ​ເສດ, ສະ​ບຽງ​ອາ​ຫານ 31.988 ໃຫ້​ແກ່​ວິ​ສ​າ​ຫະ​ກິດ​ຕ່າງ​ປະ​ເທດ​ສົ່ງ​ອອກ​ໄປຍັງຈີນ, ໃນ​ນັ້ນມີ​ຜະ​ລິດ​ຕະ​ພັນ 1.045 ຊະ​ນິດ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ.

ຫ້ອງວ່າ​ການ SPS ຫວຽດ​ນາມ ກໍ່​ເນັ້ນ​ວ່າ ແຕ່​ລະຜະ​ລິດ​ຕະ​ພັນ​ຂອງວິ​ສາ​ຫະ​ກິດ, ກົມ​ໃຫຍ່​ພາ​ສີ​ອາ​ກອນ​ຈີນ ຈະ​ໄດ້​ອອກ 01 ລ​ະ​ຫັດ. ດັ່​ງ​ນັ້ນ, ວິ​ສາ​ຫະ​ກິດ 01 ແຫ່ງ​ອາດ​ຈະ​ໄດ້​ອອກ​ຫຼາຍລະ​ຫັດ​ສິນຄ້າ.

ຍິ່ງ​ໃກ້​ກັບ​ວັນ​ທີ 1 ມັງ​ກອນ ປີ 2022, ໂດຍ​ແມ່ນ​ຈຸດ​ເວ​ລາ ຈີນ​ນຳ​ໃຊ້​ຄຳ​ສັ່ງ​ເລກ​ທີ 248 ກ່ຽວ​ກັບ “ຂໍ້​ກຳ​ນົດ​ຈົດ​ທະ​ບຽນ​ວິ​ສາ​ຫະ​ກິດຜະ​ລິ​ດ​ສ​ະ​ບ​ຽງ​ອາ​ຫານ​ຕ່າງ​ປະ​ເທດ​ໃນ​ການ​ນຳ​ເຂົ້າ” ແລະ ຄຳ​ສັ່ງ​ເລກ​ທີ 249 ກ່ຽວ​ກັບ​ “ມາດ​ຕະ​ການ​ຄຸ້ມ​ຄອງຫຼັກອະ​ນາ​ໄມ​ສະ​ບຽງ​ອາ​ຫານ​ສົ່ງ​ອອກ​ນຳ​ເຂົ້າ”, ຈຳ​ນວນ​ລະ​ຫັດ​ຜະ​ລິດ​ຕະ​ພັນທີ່​ໄດ້​ອອກ​ໃຫ້ ນັບມື້ຈະ​ຍິ່ງ​ເພີ່ມ​ຂຶ້ນໂດຍ​ໄວ.

ກ່ອນ​ໜ້າ​ນັ້ນ, ຕາມ​ສະ​ຖິ​ຕິ​ເບື້ອງຕົ້ນ​ ໄລ່​ຮອດ​ເວ​ລາ 11 ໂມງ​ຂອງວັນ​ທີ 24 ທັນ​ວາ, ກົມ​ໃຫຍ່​ພາ​ສີ​ອາ​ກອນ​ຈີນ ​ຫາ​ກໍ່​ອະນຸມັດລະຫັດຜະ​ລິດ​ຕະ​ພັນ 20.172 ລ​ະ​ຫັດ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດຕ່າງ​ປະ​ເທດ​ທີ່​ນຳ​ເຂົ້າ​ຜະ​ລິດ​ຕ​ະ​ພັນ​ສະ​ບຽງ​ອາ​ຫານ​ເຂົ້າ​ຈີນ, ໃນ​ນັ້ນ: ອາ​ເມ​ລິ​ກາ: 2.200, ຍີ່​ປຸ່ນ: 987, ອົດ​ສະ​ຕາ​ລີ 546, ສ.ເກົາຫຼີ 588, ກາ​ນາ​ດາ: 482, ມາ​ເລ​ເຊຍ: 372, ໄທ: 483, ຫວຽດ​ນາມ: 320, ອິນ​ເດຍ: 279, ອິນ​ໂດ​ເນ​ເຊຍ: 270, ຟີ​ລິບ​ປິນ: 70 ແລະ ປະ​ເທດ​ຕ່າງໆ.

ວິ​ສາ​ຫະ​ກິດ ຫວຽດ​ນາມ ອາດ​ຈະ​ອັບ​ເດດ​ຂໍ້​ມູນ​ກ່ຽວ​ກັ​ບ​ເລື່ອງ​ຈີນ​ໃຫ້​ອະນຸມັດລະຫັດ​ຜະ​ລິດ​ຕະ​ພັນ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດຕ່າງ​ປະ​ເທດ​ຕາມ link: https://ciferquery.singlewindow.cn/

ບຸນ​ຄົງ

ເຫດການ
302 Found

Found

The document has moved here.