ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ.

09:28 | 26/04/2024

ຍສໝ​ - ນີ້​ແມ່ນ​ຄຳປາໄສຂອງ​ທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ​ທີ່ການ​ຮັບຫຼຽນກາລະນຶກ “​ເພື່ອ​ສັນຕິພາບ, ມິດຕະພາບ​ລະຫວ່າງ​ບັນດາຊົນເຜົ່າ” ຂອງສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໃນ​ວັນ​ທີ 23 ເມສາຢູ່ ຮ່າ​ໂນ້ຍ. ຫຼຽນກາລະນຶກ ​ແມ່ນ​ລາງວັນ​ເພື່ອ​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ຫວຽດນາມ ແລະ ຍີ່ປຸ່ນ.

​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ ​ຫວຽດ​ນາມ ​​ໄປຖະຫວາຍທູບທຽນ, ປູກ​ຕົ້ນດອກ​ຈຳ​ປາ ຢູ່ຫໍເທບທິດາ ໂຢ່ຍຮວ່າ. ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ ​ຫວຽດ​ນາມ ​​ໄປຖະຫວາຍທູບທຽນ, ປູກ​ຕົ້ນດອກ​ຈຳ​ປາ ຢູ່ຫໍເທບທິດາ ໂຢ່ຍຮວ່າ.
ການ​ພົວ​ພັນລະ​ຫວ່າງ​ປະ​ຊາ​ຊົນ ​ແມ່ນ​ພື້ນ​ຖານ​ການ​ຮ່ວມ​ມື, ພັດ​ທະ​ນາ​ ຫວຽດ​ນາມ-  ໄທ ການ​ພົວ​ພັນລະ​ຫວ່າງ​ປະ​ຊາ​ຊົນ ​ແມ່ນ​ພື້ນ​ຖານ​ການ​ຮ່ວມ​ມື, ພັດ​ທະ​ນາ​ ຫວຽດ​ນາມ- ໄທ

ທີ່​ພິ​ທີ, ທ່ານ ຟານ​ແອງ​ເຊີນ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ໄດ້​ມອບຫຼຽນກາລະນຶກ “ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບ​ລະ​ຫວ່າງ​ບັນດາຊົນເຜົ່າ” ໃຫ້​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio. ໂດຍສະແດງຄວາມຊົມເຊີຍ ທ່ານເອກອັກຄະລັດຖະທູດ Yamada Takio ທີ່ມີອາຍຸການປະຕິບັດງານປະສົບຜົນສຳເລັດຢູ່ ຫວຽດນາມ, ທ່ານ ຟານແອງເຊີນ ກໍໄດ້ຕີລາຄາສູງບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ໃນການເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືລະຫວ່າງປະຊາຊົນສອງປະເທດ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ.

ທ່ານ ຟານ​ແອງ​ເຊີນ (ຂວາ), ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ໄດ້​ມອບຫຼຽນກາລະນຶກ “​ເພື່ອ​ສັນຕິພາບ, ມິດຕະພາບ​ລະຫວ່າງ​ບັນດາຊົນເຜົ່າ” ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio. (ພາບ: ດິ່ງຮວ່າ)

ທ່ານ​ເຊື່ອ​ໝັ້ນ​ວ່າ ໃນ​ໄລຍະ​ຈະ​ມາ​ເຖິງ, ​ເຖິງວ່າດຳລົງ​ຕຳ​ແໜ່​ງ​ໃດ​ກໍ່ຕາມ, ​ທ່ານ​ເອກ​ອັກຄະ​ລັດຖະທູດ Yamada Takio ຈະ​ສືບ​ຕໍ່​ປະກອບສ່ວນເຂົ້າ​ໃນ​ຄວາມສາມັກຄີ, ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ​ຢ່າງ​ຕັ້ງໜ້າ​.

ຕາມ​ບົດ​ລາຍ​ງານ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ແລ້ວ, ​ໃນ​ໄລຍະ 4 ປີ​ທີ່​ເຮັດ​ວຽກ​ຢູ່​ ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ Yamada Takio ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດຢ່າງ​ຕັ້ງໜ້າ ​ໃນ​ບັນດາຂົງ​ເຂດ​ການ​ເມືອງ, ການປ້ອງ​ກັນຊາ​ດ, ຄວາມ​ໝັ້ນຄົງ​ທາງ​ການ​ທູດ, ​ເສດຖະກິດ, ວັດທະນະທຳ, ການສຶກສາ...​

ໃນ​ຖາ​ນະ​ເປັນ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ພິທີສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ຂອງຝ່າຍ ຍີ່​ປຸ່ນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio ໄດ້ຕັ້ງໜ້າ, ຊີ້ນຳໃນ​ການ​ປະຕິບັດປະມານ 500 ກວ່າ​ການ​ເຄື່ອນ​ໄຫວ​ຢູ່​ບັນ​ດາ​ແຂວງ, ນະ​ຄອນ​ຂອງ ​ຫວຽດ​ນາມ, ຍີ່​ປຸ່ນຢ່າງໃກ້ຊິດ… ທ່ານ​ເອກ​ອັກຄະ​ລັດຖະທູດ​ ໄດ້ສົມທົບ​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຍີ່​ປຸ່ນ - ຫວຽດນາມ ຢູ່ ​ຮ່າ​ໂນ້ຍ ໃນ​ວັນ​ທີ 21 ກັນຍາ 2023 ​ດ້ວຍການມີໜ້າຂອງເຈົ້າຊາຍ Akishino ພ້ອມກັບພະຊາຍາ ແລະ ທ່ານນາງ ເຈືອງ​ທິມາຍ, ຄະນະ​ຜູ້ປະຈຳການເລຂາທິການ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ, ປະທານ​ກຸ່ມ​ສະມາຊິກລັດຖະສະພາ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ.

ທ່ານ​ເອກ​ອັກຄະ​ລັດຖະທູດ Yamada Takio ກໍ​ໄດ້​ເຂົ້າ​ຮ່ວມ, ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ​ຄື: ການແຂ່ງຂັນ ເອກອັກຄະລັດຖະທູດສັນຖະວະໄມຕີ ດອກສະກຸຣະ; ພິທີ​ມອບ​ລາງວັນການແຂ່ງຂັນແຕ່ງບົດ​ກະວີ Haiku ​ໃຫ້​ເດັກນ້ອຍ​ຫວຽດນາມ; ງານບຸນຫວຽດນາມ - ຍີ່ປຸ່ນ; ການສະແດງໂຄງການ opera “ເຈົ້າຍິງ Anio” ໂດຍ ຍີ່ປຸ່ນ ແລະ ຫວຽດນາມ ສົມທົບກັນຜະລິດຢູ່ ຮ່າໂນ້ຍ ແລະ ໂຕກຽວ; ລາຍການ “ຊຸດເສື້ອຍາວ – Kimono fashion show”; ການພົບປະແລກປ່ຽນຊາ ຂອງນິກາຍ Urasenke; ການສະແດງລະຄອນຊວນຫົວພື້ນເມືອງຂອງ Kyogen ຢູ່ ຮ່າໂນ້ຍ ແລະ ຮ່ານາມ. ໂດຍຜ່ານ​ບັນດາລາຍການ​ດັ່ງກ່າວ, ທ່ານ​ເອກ​ອັກຄະ​ລັດຖະທູດ Yamada Takio ກໍ​ມານະພະຍາຍາມເຮັດໃຫ້ຄວາມ​ເຂົ້າ​ໃຈ ​ແລະ ຄວາມ​ຮັບ​ຮູ້​ຂອງ​ຊາວ ຍີ່ປຸ່ນ ​ແລະ ຫວຽດນາມ ເລິກເຊິ່ງກ່ວາອີກ ກ່ຽວ​ກັບ​ຄວາມ​ຄ້າຍຄື​ກັນ, ຄວາມ​ສະໜິດສະໜົມ​ໃນ​ວັດທະນະທຳ​ຂອງ 2 ປະ​ເທດ, ຜ່ານ​ນັ້ນ ​ກໍຊຸກຍູ້​ຄວາມ​ເຂົ້າ​ໃຈເຊິ່ງກັນ ແລະ ກັນ ແລະ ການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ.

ໝາກຜົນອັນພົ້ນເດັ່ນໃນອາຍຸການດຳລົງຕຳແໜ່ງຂອງທ່ານ Yamada Takio ແມ່ນການຊຸກຍູ້ການຮ່ວມມືໃນການປ້ອງກັນ, ຕ້ານພະຍາດລະບາດ Covid-19 ລະຫວ່າງສອງປະເທດ. ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກໍໄດ້ຮັບການ​ສະ​ໜອງ​ຢາ​ວັກ​ຊີ​ນ Covid-19 ຍີ່​ປຸ່ນ ປະ​ມານ 7.350.000 ຫຼອດໃຫ້ ​ຫວຽດ​ນາມ ເພື່ອ​ຕ້ານ​ໂລກ​ລະ​ບາດ.

ນອກ​ນັ້ນ, ຫຼາຍ​ໂຄງການ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ຊ່ວຍເຫຼືອລ້າຂັ້ນຮາກຖານຂອງ​ລັດຖະບານ ​ຍີ່ປຸ່ນ ກໍຄືກໍ່ສ້າງ​ໂຮງຮຽນ​ປະຖົມ​ແຂວງ​ແທງ​ຮວ໋າ, ກວດລ້າງລະເບີດໝາກມິ່ນ​ຢູ່​ແຂວງ ກວາງ​ບິ່ງ... ກໍ​ໄດ້​ຮັບ​ການ​ປະຕິບັດ.

ກ່າວ​ຄຳປາໄສ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ Yamada Takio ​ໄດ້​ສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ໄດ້​ຮັບຫຼຽນກາລະນຶກ “​ເພື່ອ​ສັນຕິພາບ, ມິດຕະພາບ​ລະຫວ່າງ​ບັນດາຊົນເຜົ່າ”. ທ່ານ ຮູ້ສຶກ​ໂຊກ​ດີ​ທີ່​ໄດ້​ຮັບ​ບົດບາດ​ເປັນ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ​ໃນ​ໄລຍະ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ພວມ​ພັດທະນາ ຢ່າງເຂັ້ມແຂງ​.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກໍສະ​ແດງ​ຄວາມ​ພາກ​ພູມ​ໃຈ ເພາະວ່າໄດ້ປະ​ກອບ​ສ່ວນ​ເຊື່ອມ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ທ່ານຢືນຢັນ​ຈະ​ນຳ​ບັນດາຄວາມຊົງຈຳທີ່​ສວຍ​ງາມກ່ຽວກັບປະເທດຊາດ ​ແລະ ປະຊາຊົນ ຫວຽດນາມ ໄປນຳ, ພ້ອມກັນນັ້ນ ກໍຫວັງ​ວ່າ​ຈະ​ໄດ້ກັບ​ຄືນ​ມາ ຫວຽດນາມ ​ໂດຍ​ໄວ.

ມິງດຶກ

ເຫດການ
302 Found

Found

The document has moved here.