ແຂວງ​ກຽນ​ຢາງ ສະຫຼຸບການສອບເສັງ “ນ້ອງ​ຮັກ​ທະ​ເລ, ໝູ່​ເກາະ​ບ້ານ​ເກີດ​ເມືອງ​ນອນ”

11:17 | 30/12/2021

ຍສໝ - ການສອບເສັງ ໄດ້​ຊ່ວຍ​ໃຫ້​ຄູ​ອາ​ຈານ ແລະ ນ້ອງນັກ​ຮຽນເຂົ້າ​ໃຈ​ເລິກ​ເຊິ່ງກວ່າ​ກ່ຽວ​ກັບ​ຄວາມ​ຮູ້​ພື້ນ​ຖານ​ກ່ຽວ​ກັບ​ທະ​ເລ, ໝູ່​ເກາະ​ຫວຽດ​ນາມ.

ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​ ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​
ບັນ​ຍາ​ກາດ​ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ຢູ່​ເຂດ​ຊາ​ຍແດນ, ທະ​ເລ​ໝູ່​ເກາະ​ຜ່ານ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ແບບ​ທາງ​ໄກ ບັນ​ຍາ​ກາດ​ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ຢູ່​ເຂດ​ຊາ​ຍແດນ, ທະ​ເລ​ໝູ່​ເກາະ​ຜ່ານ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ແບບ​ທາງ​ໄກ

ເມື່ອບໍ່ດົນມານີ້, ຢູ່​ນະຄອນຟູ໋ກວກ, ​ແຂວງກຽນ​ຢາງ, ກອງ​ບັນຊາ​ຕໍາຫຼວດ​ທະ​ເລເຂດ 4 ​ໄດ້​ຈັດ​ຕັ້ງ​ພິທີສະຫຼຸບການສອບເສັງທາງ​ອອນ​ລາຍ “ນ້ອງ​ຮັກ​ທະ​ເລ, ໝູ່​ເກາະ​ບ້ານ​ເກີດ​ເມືອງ​ນອນ” ສົມທົບ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຮັບປະກັນ​ຊີວິດສັງຄົມ.

ແຂວງ​ກຽນ​ຢາງ ສະຫຼຸບການສອບເສັງ “ນ້ອງ​ຮັກ​ທະ​ເລ, ໝູ່​ເກາະ​ບ້ານ​ເກີດ​ເມືອງ​ນອນ”
ແຂວງ​ກຽນ​ຢາງ ສະຫຼຸບການສອບເສັງ “ນ້ອງ​ຮັກ​ທະ​ເລ, ໝູ່​ເກາະ​ບ້ານ​ເກີດ​ເມືອງ​ນອນ”. ພາບ: canhsatbien.vn

ພາຍຫຼັງກວ່າ 1 ອາທິດປຸກລະດົມ, ແຕ່ວັນທີ 16-24 ທັນວາ, ການສອບເສັງໄດ້ຮັບຄວາມສົນໃຈ ແລະ ເຂົ້າຮ່ວມ ຈາກນັກຮຽນໂຮງ ຮຽນປະຖົມ ແລະມັດທະຍົມຕອນຕົ້ນ ອານເທິ໊ຍ 2 ເປັນຈໍານວນຫຼວງຫຼສຍ ກໍ່ຄື ໝູ່ເພື່ອນ, ຄອບຄົວ ແລະ ຍາດຕິພີ່ນ້ອງ ດ້ວຍຈຳນວນຜູ້ເຂົ້າຮ່ວມເສັງກວ່າ 5.500 ເທື່ອຄົນ.

ການ​ປະ​ກວດ​ໄດ້​ຊ່ວຍ​ໃຫ້​ຄູ​ອາ​ຈານ, ນ້ອງນັກ​ຮຽນ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກວ່າ​ກ່ຽວ​ກັບ​ຄວາມ​ຮູ້​ພື້ນ​ຖານ​ກ່ຽວ​ກັບ​ທະ​ເລ, ໝູ່​ເກາະ​ຂອງ​ຫວຽດ​ນາມ, ກອງທັບປະ​ຊາ​ຊົນ ແລະ ກໍາລັງຕໍາຫຼວດທະເລ. ຈາກນັ້ນ, ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ຮັບຜິດ ຊອບຂອງຕົນເອງ​ຕໍ່​ພາລະກິດ​ສ້າງສາ ​ແລະ ປົກປັກຮັກສາປະເທດຊາດ.

ຜົນການສອບເສັງ, ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ໃຫ້ 11 ໝູ່ຄະນະ ແລະ 22 ບຸກຄົນ​ທີ່​ມີ​ຜົນ​ງານດີ​ຜ່ານການສອບເສັງ 2 ຮອບ.

ບູນມີ

ເຫດການ
302 Found

Found

The document has moved here.