ຫວຽດນາມ ໄດ້ອອກຖະແຫຼງການກ່ຽວກັບເລື່ອງຈີນປະກາດຫ້າມຫາປາຢູ່ທະເລຕາເວັນອອກ

16:23 | 26/04/2024

ຍສໝ - ທີ່​ການ​ປະຊຸມ​ຂ່າວ​ປະຈຳ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ໃນ​ຕອນ​ບ່າຍ​ວັນ​ທີ 25 ເມສາ, ທ່ານນ່າງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າມທູຮັ່ງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຮຽກຮ້ອງ​ຈີນ​ເຄົາລົບ​ອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ອະທິປະ​ໄຕ ​ແລະ ສິດພິພາກສາ ​ຢູ່​ເຂດ​ທະ​ເລ​ຫວຽດນາມ.

ບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກຕ້ອງໄດ້ແກ້ໄຂດ້ວຍມາດຕະການສັນຕິພາບ ບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກຕ້ອງໄດ້ແກ້ໄຂດ້ວຍມາດຕະການສັນຕິພາບ
ກອງປະຊຸມສຸດຍອດອາຊຽນຄັ້ງທີ 43 ໄດ້ປຶກສາຫາລືກ່ຽວກັບທະເລຕາເວັນອອກ ກອງປະຊຸມສຸດຍອດອາຊຽນຄັ້ງທີ 43 ໄດ້ປຶກສາຫາລືກ່ຽວກັບທະເລຕາເວັນອອກ

ທ່ານນ່າງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າມທູຮັ່ງ ​​ໃຫ້​ຮູ້​ວ່າ: ຫຼັກ​ໝັ້ນ​ຂອງ​ຫວຽດນາມ​ກ່ຽວ​ກັບ​ການ​ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ ແມ່ນສະເໝີຕົ້ນສະເໝີປາຍ ​ແລະ ​ໄດ້​ຮັບ​ການ​ຢືນຢັນ​ຢ່າງ​ຈະ​ແຈ້ງ​ໃນ​ຫຼາຍ​ປີ​ມາ​ນີ້. ການ​ຫ້າມ​ຫາ​ປາ​ຂອງ​ຈີນ​ ບໍ່​ພຽງ​ແຕ່​ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່​ໝູ່​ເກາະ ຮ່ວາງ​ຊາ ​ເທົ່າ​ນັ້ນ, ຫາກ​ຍັງ​ລະ​ເມີດ​ສິດ​ອະທິປະ​ໄຕ ​ແລະ ສິດ​ອຳນາດ​ຂອງ​ຫວຽດນາມ ສຳລັບ​ເຂດ​ເສດຖະກິດ​ຈຳ​ເພາະ ​ທີ່​ໄດ້​ກຳນົດ​ໄວ້​ໃນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982.

ຫວຽດນາມ ໄດ້ອອກຖະແຫຼງການກ່ຽວກັບເລື່ອງຈີນປະກາດຫ້າມຫາປາຢູ່ທະເລຕາເວັນອອກ

ທ່ານນ່າງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າມທູຮັ່ງ

ທ່ານ​ນາງ ຝ້າມທູຮັ່ງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຮຽກຮ້ອງ​ຈີນ​ເຄົາລົບ​ອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ອະທິປະ​ໄຕ, ສິດ​ອະທິປະ​ໄຕ ​ແລະ ອຳນາດ​ການ​ປົກຄອງ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ, ​ໂດຍ​ບໍ່ເຮັດ​ໃຫ້​ສະພາບ​ການ​ສັບສົນ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຄຳຮຸ່ງ

ເບິ່ງເພີ່ມເຕີມໃນ: ຊາຍແດນ, ທະເລ, ໝູ່ເກາະ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.