UNDP ມອບ​ເຮືອນ​ປອດ​ໄພ​ຕ້ານ​ພະາຍຸ​ໃຫ້​ແກ່​ປະ​ຊາ​ຊົນ​ທຸກ​ຍາກຢູ່​ແຂວງ​ກ໋​ວາງ​ຫງາຍ

06:46 | 06/01/2022

ຍ​ສ​ໝ - ໂຄງ​ການ​ພັດ​ທະ​ນາ ສ​ປ​ຊ ແລະ ສະ​ພາ​ກາ​ແດງ​ແຂວງ ກ໋​ວາງ​ຫງາຍ ຫາ​ກໍ່​ຈັດ​ຕັ້ງ​ພິ​ທີ​ມອບ​ເຮືອນ​ປອດ​ໄພ​ຕ້ານ​ພາ​ຍຸພ້ອ​ມ​ກັບ​ລະ​ບົບ​ໄຟ​ຟ້າ​ແສງ​ຕາ​ເວັນ ໃຫ້​ແກ່​ບັນ​ດາ​ຄອບ​ຄົວ​ທຸກ​ຍາກ ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜ​ັກ​ໜ່ວງ​ຈາກ​ພາ​ຍຸ​ຄັ້ງ​ປະ​ຫວັດ​ສາດ​ໃນ​ປີ 2020.

ອົງການ UNDP ສະແດງຄວາມຊົມເຊີຍ ຫວຽດນາມ ໃນການເຜີຍແຜ່ສະຖິຕິກ່ຽວກັບຄວາມທຸກຍາກຈາກຫຼາຍດ້ານ ອົງການ UNDP ສະແດງຄວາມຊົມເຊີຍ ຫວຽດນາມ ໃນການເຜີຍແຜ່ສະຖິຕິກ່ຽວກັບຄວາມທຸກຍາກຈາກຫຼາຍດ້ານ
UNDP ປະກາດບົດລາຍງານພິເສດຊາວໜຸ່ມຫວຽດນາມ ກະທຳເພື່ອດິນຟ້າອາກາດ UNDP ປະກາດບົດລາຍງານພິເສດຊາວໜຸ່ມຫວຽດນາມ ກະທຳເພື່ອດິນຟ້າອາກາດ
UNDP ມອບ​ເຮືອນ​ປອດ​ໄພ​ຕ້ານ​ພະາຍຸ​ໃຫ້​ແກ່​ປະ​ຊາ​ຊົນ​ທຸກ​ຍາກຢູ່​ແຂວງ​ກ໋​ວາງ​ຫງາຍ
ພິ​ທີ​ມອບ​ເຮືອນ​ໃຫ້​ຄອບ​ຄົວ​ທຸກ​ຍາກ (ພາບ​: baomoi.com)

ເຫດ​ພາ​ຍຸ​ຕ່າງ​ໆ​ຄັ້ງ​ປະ​ຫວັດ​ສາດ​ໃນ​ທ້າຍ​ປີ 2020 ໄດ້​ກໍ່​ຜົນ​ເສຍ​ຫາຍ​ຢ່າງ​ໃຫຍ່ຫຼວງ ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ພາກ​ກາງ ຫວຽດ​ນາມ, ໃນ​ນັ້ນ​ມີ ແຂວງ ກ໋​ວາງ​ຫງາຍ. ເມືອງ​ເກາະ​ລີ​ເຊີນ ມີ​ເຮືອນ​ນັບ​ພັນຫຼັງ​ຖືກ​ທຳ​ລາຍ, ກໍ່​ຜົນ​ສະ​ທ້ອນ​ໂດຍ​ກົງ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ພິ​ເສດ​ແມ່ນ​ຄອບ​ຄົວ​ທຸກ​ຍາກ, ຄອບຄົວທີ່ມີແຕ່ແມ່ຍິງ ໄລ່​ສະ​ເພາະ​ ພາ​ຍຸ​ເລກ 9 (ໃນ​ເດືອນ​ພ​ະ​ຈິກ ປີ 2020), ເມືອງ​ເກາະ​ແຫ່ງນີ້ ມີ​ເຮືອນ 1800 ຫຼັງ​ຖືກ​ທຳ​ລາຍ.

ເພື່ອ​ແກ້​ໄຂ​ຜົນ​ທີ່ຕາມ​ມາ​ຢ່າງ​ທັນ​ການ, ຊ່ວຍ​ປະ​ຊາ​ຊົນ​ທຸກ​ຍາກ​ກັບ​ຄືນ​ສູ່​ຊີ​ວິດ​ການ​ເປ​ັນ​ຢູ່​ທີ່​ເປັນ​ປົກ​ກະ​ຕິ​ໂດຍ​ໄວ, UNDP ໄດ້​ຜ່ານ​ສະ​ພາ​ກາ​ແດງ​ແຂວງ ກ໋​ວາງ​ຫງາຍ ​ໜູນ​ຊ່ວຍ​ກໍ່​ສ້າງ​ເຮືອນ 10 ຫຼັງ​ເພື່ອ​ຕ້ານ​ພາ​ຍຸ ທີ່​ຕິດ​ຕັ້ງ​ລະ​ບົບ​ໄຟ​ຟ້າ​ແສງ​ຕາ​ເວັນ ໃຫ້​ແກ່ 10 ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວ​ປະ​ສົມ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່​ເມືອງ​ເກາະ​ລີ​ເຊີນ ໂດຍ​ແມ່ນ​ສະ​ຖານ​ທີ່​ຈຸດ​ສຸມ​ທີ່​ຖືກ​ຜົນ​ກະ​ທົບ​ຈ​າກ​ໄພ​ທຳ​ມະ​ຊາດ.

ຕາມການ​ຄົ້​ນ​ຄ້​ວາ​ຫວ່າງ​ມໍ່ໆ​ມານີ້ ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ເຮືອນ​ຢູ່ ທີ່​ມີ​ຄວາ​ມ​ສາ​ມາດ​ຕ້ານພາ​ຍຸ ເຊິ່ງ UNDP ປະ​ຕິ​ບັດ​ກັບ​ກະ​ຊວງ​ກໍ່​ສ້າງ, ມີກ່​ວາ 110.000 ຄອບ​ຄົວ ຍັງ​ດຳ​ລົງ​ຊີ​ວິດ​ໃນ​ສະ​ພາບ​ການ​ບໍ່​ມີ​ເຮືອນ​ຢູ່ທີ່​ປອດ​ໄພໃນ 28 ແຂ​ວງ​ຢູ່​ແຄມ​ທະ​ເລ, ໃນ​ນັ້ນ​ມີກ່​ວາ 25.000 ແຫ່ງ​ຢູ່​ເມືອງແຄມ​ທະ​ເລ. ໃນ​ຈຳ​ນວນນີ້, ມີ​ກ່​ວາ 1.500 ແຫ່ງ​ນອນ​ໃນ 5 ເມືອງ ຢູ່​ແຄມ​ທະ​ເລ​ຂອງ ກ໋​ວາງ​ຫງາຍ.

ນອກ​ຈາກ​ການ​ກໍ່​ສ້າງ​ບັນ​ດາ​ເຮືອນ​ຕ້ານ​ພາ​ຍຸ ທີ່​ນຳ​ໃຊ້​ລະ​ບົບ​ໄຟ​ຟ້າ​ແສງ​ຕາ​ເວັນ, ດ້ວຍ​ການ​ໜູນ​ຊ່ວຍ​ຂອງກອງ​ທຶນ​ດິນ​ຟ້າ​ອາ​ກາດ​ຂຽວແລ້ວ, UNDP ແລະ ລັດ​ຖະ​ບານ ຫວຽດ​ນາມ ກໍໄດ້​ສ້າງ​ເຮືອນ​ປອດ​ໄພຕ້ານ​ພາ​ຍຸ ແລະ ນ້ຳ​ຖ້ວມ 680 ຫຼັງ​​ຢູ່​ແຂວງ ກ໋​ວາງ​ງາຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.