ຄາບເຂົ້າຮ້ອນແຜ່ຂະຫຍາຍຄວາມຮັກແພງເຖິງພວກນ້ອງນັກຮຽນຢູ່ເຂດພູສູງ ບັກກ້ານ

06:07 | 04/01/2022

ດ້ວຍຄວາມຮັກແພງ, ຜູ້ມີຈິດໃຈສັດທາ, ເມດຕາປານີ ໃນຫນ່ວຍ “ລ້ຽງດູພວກນ້ອງນັກຮຽນຢູ່ ບັກກ້ານ” ແລະ ພ້ອມກັບຄວາມມານະພະຍາຍາມຂອງຄູອາຈານຢູ່ໂຮງຮຽນ, ມີພວກນ້ອງນັກຮຽນນັບຮ້ອຍໆຄົນພວມຮ່ຳຮຽນຢູ່ໂຮງຮຽນແຫ່ງຕ່າງໆຢູ່ເຂດທີ່ປະສົບກັບຄວາມຫຍຸ້ງຍາກຂອງແຂວງ ບັກກ້ານ ໄດ້ມີຄາບເຂົ້າຮ້ອນ ດ້ວຍອາຫານຫລາຍເຍື່ອງທີ່ປຸງແຕ່ງຈາກຊີ້ນ, ຜັກ ແລະ ເຂົ້າຈ້າວຂາວ. ຄາບເຂົ້າຮ້ອນນີ້ ບໍ່ພຽງແຕ່ຊ່ວຍຫລຸດຜ່ອນຄວາມຫນາວຈັດຢູ່ເຂດພູສູງ ບັກກ້ານເທົ່ານັ້ນ ຫາກຍັງແຜ່ຂະຫຍາຍຄວາມຮັກແພງ, ຊ່ວຍໃຫ້ພວກນ້ອງກໍ່ຄືປະຊາຊົນຢູ່ເຂດນີ້ມີຄວາມປາດຖະຫນາຕໍ່ອະນາຄົດອັນດີງາມອີກດ້ວຍ.

ຊ່ວຍເຫຼືອອາຫານ ແລະວັດຖຸອຸປະກອນການແພດ ໃຫ້ ແຂວງຫຼວງພະບາງ ແລະ ແຂວງເຊກອງ ຊ່ວຍເຫຼືອອາຫານ ແລະວັດຖຸອຸປະກອນການແພດ ໃຫ້ ແຂວງຫຼວງພະບາງ ແລະ ແຂວງເຊກອງ
ຫ​ວັງ​ວ່າ ປີ 2022 ເສດ​ຖະ​ກິດ ຫວຽດ​ນາມ ຈະ​ຟື້ນ​ຟູ ແລະ ມີ​ການ​ເຕີບ​ໂຕ ຫ​ວັງ​ວ່າ ປີ 2022 ເສດ​ຖະ​ກິດ ຫວຽດ​ນາມ ຈະ​ຟື້ນ​ຟູ ແລະ ມີ​ການ​ເຕີບ​ໂຕ
ຄາບເຂົ້າຮ້ອນແຜ່ຂະຫຍາຍຄວາມຮັກແພງເຖິງພວກນ້ອງນັກຮຽນຢູ່ເຂດພູສູງ ບັກກ້ານ
ພວກນ້ອງນັກຮຽນດີໃຈຫລາຍເມື່ອມີຄາບເຂົ້າຮ້ອນໆສົດໆໃນຍາມລະດູຫນາວ

ຫ້ອງຮຽນອະນຸບານ, ປະຖົມ ຂອງ ບ້ານ ເຄົາກວາ, ນ້ຳຢາຍ ຂຶ້ນກັບໂຮງຮຽນ ເຄົາກວາ ຢູ່ ຕາແສງ ນາມເໝົາ ເມືອງ ບາເບ໋ ແຂວງ ບັກກ້ານ ແມ່ນສະຖານທີ່ມີ 100% ຄອບຄົວແມ່ນຄອບຄົວທຸກຍາກ ແລະ ໃກ້ທຸກຍາກ. ຍ້ອນມີການແບ່ງປັນຈາກວົງຄະນາຍາດ, ການຮ່ວມແຮງຮ່ວມໃຈຂອງບັນດາຄູອາຈານ ແລະ ປະຊາຊົນຢູ່ທີ່ນີ້, ໂຮງຮຽນ ເຄົາກວາ ປະຈຸບັນ ແມ່ນໃຫຍ່ໂຕສວຍງາມກວ່າ, ຄາບເຂົ້າຂອງນັກຮຽນ 38 ຄົນຢູ່ທີ່ນີ້ກໍ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ. ພິເສດ ລາຍການ “ລ້ຽງດູພວກນ້ອງນັກຮຽນ ຢູ່ ບັກກ້ານ” ໂດຍພວກເພື່ອນຫນຸ່ມຢູ່ ເມືອງ ເຈິໂດ່ນ ແຂວງ ບັກກ້ານ ຈັດຕັ້ງ ແລະ ປຸກລະດົມນຳຜູ້ໃຈບຸນໃຈກຸສົນ ປະກອບສ່ວນຊື້ອາຫານ, ກໍ່ສ້າງເຮືອນຄົວ, ຊື້ເຄື່ອງໃຊ້ຈຳເປັນໃຫ້ແກ່ຄູອາຈານເພື່ອປຸງແຕ່ງຄາບເຂົ້າສວາຍໃຫ້ພວກນ້ອງ.

ຫົວຫນ້າຫນ່ວຍ“ລ້ຽງດູພວກນ້ອງນັກຮຽນ ຢູ່ ບັກກ້ານ” ແມ່ນ ອ້າຍ ເຈີນກວາງຮູຍ ຮອງປະທານ ຄະນະກຳມະການປະຊາຊົນ ຕາແສງ ຊວນລາກ ເມືອງ ເຈິໂດນ ແຂວງ ບັກກ້ານ. ອ້າຍ ກວາງຮູຍແມ່ນຊາວເຜົ່າໄຕ ເກີດປີ 1980, ອ້າຍເຄີຍປະຕິບັດວຽກງານຊາວຫນຸ່ມຂອງຕາແສງ ມາກ່ອນ ດ້ວຍຫລາຍລາຍການກຸສົນຫນູນຊ່ວຍບ້ານເມືອງ, ໂຮງຮຽນຢູ່ເຂດພູສູງ. ອ້າຍ ກວາງຮູຍ ໃຫ້ຮູ້ວ່າ: ໃນການໄປເຮັດວຽກງານການກຸສົນຢູ່ຕາມບ້ານຕ່າງໆ ອ້າຍໄດ້ເຫັນປະຈັກຕາ ກ່ຽວກັບຄາບເຂົ້າຂອງພວກນ້ອງ ແມ່ນຂາດແຄນເຍື່ອງອາຫານຫຼາຍຢ່າງ ສະນັ້ນ ອ້າຍຈຶ່ງຕັດສິນໃຈປະຕິບັດລາຍການຊ່ວຍເຫຼືອພວກນ້ອງ. ເດືອນກັນຍາປີ 2021, ຫນ່ວຍ “ລ້ຽງດູພວກນ້ອງນັກຮຽນ ຢູ່ ບັກກ້ານ” ໄດ້ສ້າງຕັ້ງຂຶ້ນ.

“ເມື່ອສ້າງຕັ້ງຫນ່ວຍງານ ພວກຂ້າພະເຈົ້າຄາດວ່າຈະລ້ຽງດູພວກນ້ອງນ້ອຍທັງໝົດທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ ເຈິໂດ່ນ ຫລັງຈາກນັ້ນ ແມ່ນ ຢູ່ ແຂວງ ບັກກ້ານ. ໃນເບື້ອງຕົ້ນ ພວກຂ້າພະເຈົ້າກໍ່ປະສົບກັບຄວາມຫຍຸ້ງຍາກເລັກນ້ອຍ ຍ້ອນວ່ານີ້ແມ່ນໂຄງການໃຫມ່ ຍັງບໍ່ທັນປະຕິບັດຢູ່ ແຂວງບັກກ້ານ. ແຕ່ເຖິງຢ່າງໃດກໍຕາມ ດ້ວຍຄວາມໂປ່ງໃສ ເປີດເຜີຍດ້ານການເງິນ, ຜູ້ໃຈບຸນໃຈກຸສົນຜູ້ໃດລ້ຽງດູນ້ອງນ້ອຍຄົນໃດ ກໍ່ສາມາດຕິດຕາມໂດຍກົງຜ່ານພໍ່ແມ່ພວກນ້ອງ, ຄູອາຈານ”.

ອ້າຍ ຫງວຽນວັນນາມ, ຜູ້ອຳນວຍການບໍລິສັດ ນາວເຫ້ວ ຈຳກັດ ປະຈຸບັນ ແມ່ນປະທານ ສະມາຄົມນັກທຸລະກິດຫນຸ່ມ ແຂວງ ບັກກ້ານ ໃຫ້ຮູ້ວ່າ: ພາຍຫລັງຮູ້ຈັກເຖິງການເຄື່ອນໄຫວຂອງຫນ່ວຍງານດັ່ງກ່າວ, ຜົວເມຍອ້າຍ ໄດ້ລົງຊອກຮູ້ໂດຍກົງ, ສະຫນັບສະຫນູນ ແລະ ຮຽກຮ້ອງໃຫ້ໝູ່ເພື່ອນຫລາຍຄົນເຂົ້າຮ່ວມ, ປະກອບສ່ວນ.

“ຄອບຄົວຂ້າພະເຈົ້າຮັບລ້ຽງດູນ້ອງນ້ອຍ 5 ຄົນ, ຫລັງຈາກນັ້ນ ຂ້າພະເຈົ້າພາໝູ່ເພື່ອນໄປຢ້ຽມຢາມ ແລະ ເຊື່ອມຕໍ່ເພື່ອຮັບລ້ຽງດູພວກຫລານອີກ 7 ຄົນ. ພວກຂ້າພະເຈົ້າກໍ່ພວມລະດົມເງິນເພື່ອກໍ່ສ້າງໂຮງຮຽນແຫ່ງຫນຶ່ງໃຫ້ເຂດພູສູງທີ່ປະສົບກັບຄວາມຫຍຸ້ງຍາກ. ຈຸດປະສົງຂອງພວກຂ້າພະເຈົ້າແມ່ນແຜ່ຂະຫຍາຍວຽກງານນີ້ໃຫ້ປະຊາຄົມວິສາຫະກິດ, ບັນດາຜູ້ໃຈບຸນໃຈກຸສົນ, ເພື່ອຊ່ວຍພວກຫລານໄດ້ມີຄາບເຂົ້າກິນທີ່ຄົບທາດບຳລຸງ ພ້ອມທັງປະກອບສ່ວນປັບປຸງຊີວິດການເປັນຢູ່ໃຫ້ແກ່ພວກຫລານ”.

ເພື່ອໃຫ້ມີຄາບເຂົ້າຮ້ອນໆສົດໆໃນແຕ່ລະວັນ, ນອກຈາກການສະຫນັບສະຫນູນດ້ວຍວັດຖຸຈາກຜູ້ໃຈບຸນໃຈກຸສົນແລ້ວ ຍັງມີການປະກອບສ່ວນຢ່າງສຸດຈິດສຸດໃຈຂອງນາຍຄູຢູ່ເຂດພູສູງອີກດ້ວຍ. ເອື້ອຍຄູ ລຸກທິລານ ສອນຢູ່ໃນໂຮງຮຽນ ເຄົາກວາ ແບ່ງປັນວ່າ, ສຳລັບພວກຂ້າພະເຈົ້າແລ້ວ, ພຽງແຕ່ເຫັນພວກນັກຮຽນໄດ້ເຂົ້າກິນອີ່ມຄົບທາດບຳລຸງ ກໍ່ດີໃຈທີ່ສຸດແລ້ວ.

“ຕອນເຊົ້າ ພວກຂ້າພະເຈົ້າໄປຕະຫລາດ ຕາແສງ ນາມເກື່ອງ (ເມືອງ ເຈິໂດ່ນ) ໄກປະມານ 20 ປາຍກິໂລແມັດ ເພື່ອຊື້ອາຫານ ປ່ຽນເຍື່ອງອາຫານໃນທຸກມື້, ພະຍາຍາມເຮັດແນວໃດເພື່ອໃຫ້ພວກນ້ອງໄດ້ກິນແຊບທີ່ສຸດ. ເຖິງວ່າ ຫຍຸ້ງຍາກລຳບາກກໍຕາມ ແຕ່ພວກຂ້າພະເຈົ້າກໍ່ສະແດງຄວາມຂອບອົກຂອບໃຈໝົດທຸກຄົນທີ່ໄດ້ຊ່ວຍເຫລືອພວກນ້ອງຢູ່ເຂດພູສູງ ພວກຂ້າພະເຈົ້າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອອະນາຄົດຂອງພວກນ້ອງນ້ອຍ”.

ຫວ່າງແລ້ວນີ້ ສູນອາສາສະໝັກແຫ່ງຊາດ ໄດ້ຮັບຮອງ ຫນ່ວຍ “ລ້ຽງດູພວກນ້ອງນັກຮຽນ ຢູ່ ບັກກ້ານ” ແມ່ນສະມາຊິກເຄືອຂ່າຍອາສາສະໝັກແຫ່ງຊາດ ພາກເຫນືອ. ນີ້ແມ່ນການລະດົມກຳລັງໃຈ, ຮັບຮູ້ ແລະ ກໍ່ແມ່ນປະຖົມປັດໄຈເພື່ອໃຫ້ຫນ່ວຍງານປະຕິບັດຄາດໝາຍໃຫຍ່ກວ່າໃນອະນາຄົດ. ໃນຕໍ່ຫນ້າ, ຫນ່ວຍງານຂອງອ້າຍ ເຈີນກວາງຮູຍ ຈະມານະພະຍາຍາມປະຕິບັດໃຫ້ສຳເລັດຄາດໝາຍລ້ຽງດູນ້ອງນ້ອຍໃຫ້ໄດ້ 350 ຄົນຢູ່ບາງໂຮງຮຽນທີ່ປະສົບກັບຄວາມຫຍຸ້ງຍາກ.

ລະດູຫນາວຢູ່ເຂດພູສູງປີນີ້, ຄາບເຂົ້າຮ້ອນໆສົດໆ ບໍ່ພຽງແຕ່ຊ່ວຍໃຫ້ພວກນ້ອງຫລຸດຜ່ອນສະພາບຫນາວຈັດ, ອຶດຫິວ ເທົ່ານັ້ນ ຫາກຍັງຊ່ວຍໃຫ້ພວກນ້ອງໆ ມີໂອກາດໄດ້ໄປໂຮງຮຽນຫລາຍກວ່າອີກດ້ວຍ.

vovworld.vn

ເຫດການ
302 Found

Found

The document has moved here.