ນັກ​ຮຽນ​ຮູ້ ອາກ​ຊັງ​ຕິນ ຍ້ອງ​ຍໍ​ຊົມ​ເຊີຍ​ໄຊ​ນະ​ນະ​ວັນ​ທີ 30 ເມ​ສາ ຂອງ ຫວຽດ​ນາມ

12:38 | 26/04/2024

ຍສໝ - ວັນ​ທີ 30 ເມສາ 1975, ວັນທີ່​ຫວຽດ​ນາມ​ເປັນ​ເອ​ກະ​ພາບ​ຢ່າງ​ຄົບ​ຖ້ວນ, ແມ່ນ​ເຫດ​ການ​ສຳ​ຄັນ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ປະ​ຫວັດ​ສາດ​ໂລກ, ຜູ້​ປະ​ສານ​ງານ​ສູນ​ຄົ້ນ​ຄ້​ວາ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ​ສະ​ຖາ​ບັນ​ການ​ພົວ​ພັນ​ສາ​ກົນ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ La Plata , ອາ​ເຈນ​ຕິ​ນາ, ທ່ານ Ezequiel Ramoneda ຢືນ​ຢັນ.

ຊຸກຍູ້ການ​ໜູນ​ຊ່ວຍ​ການ​ຮຽນ​ຮູ້, ກຳນົດທິດອາຊີບ​ໃຫ້​ແກ່​ຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ ຢູ່ ​ສາທາລະນະລັດເຊັກໂກ ຊຸກຍູ້ການ​ໜູນ​ຊ່ວຍ​ການ​ຮຽນ​ຮູ້, ກຳນົດທິດອາຊີບ​ໃຫ້​ແກ່​ຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ ຢູ່ ​ສາທາລະນະລັດເຊັກໂກ
ຄວາມ​ດຶງ​ດູດ​ຂອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຄວາມ​ດຶງ​ດູດ​ຂອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຫວຽດ​ນາມ

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານ Ezequiel Ramoneda ຜູ້ປະສານງານສູນກາງຄົ້ນຄວ້າ ອາຊີຕາເວັນອອກສ່ຽງໃຕ້ ສັງກັດ ສະຖາບັນການພົວພັນສາກົນ ມະຫາວິທະຍາໄລແຫ່ງຊາດ La Plata, ອາກຊັງຕິນ ຢັ້ງຢືນວ່າ: ວັນທີ 30 ເມສາ 1975, ວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ, ແມ່ນເຫດການສຳຄັນໃນປະຫວັດສາດຂອງຊາວ ຫວຽດນາມ ແລະ ໂລກ. ທ່ານ Ramoneda ເນັ້ນໜັກວ່າ ບັ້ນຮົບ ໂຮ່ຈີມິນຂອງ ຊາວ ຫວຽດນາມ ຍາດໄດ້ໄຊຊະນະຢ່າງສິ້ນເຊີງ ແມ່ນພະຍານຫຼັກຖານໃຫ້ແກ່ເຈດຈຳນົງອົງອາດກ້າແກ່ນ, ບໍ່ຍອມຈຳນົນ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ບໍ່ມີສິ່ງໃດສາມາດເຮັດໃຫ້ຊາດ ຫວຽດນາມ ສັ່ນສະຄອນໄດ້. ການນຳພາອັນສະຫຼາດສ່ອງໃສ ແລະ ເກັ່ງກ້າສະຫຼາດສະຫຼຽວຂອງພັກຄອມມູນິດ ຫວຽດນາມ ແມ່ນປັດໄຈຕັດສິນທຸກໄຊຊະນະຂອງຊາດ ຫວຽດນາມ ໃນພາລະກິດປົກປັກຮັກສາ ເອກະລາດ, ເສລີພາບ ແລະ ອະທິປະໄຕຂອງຊາດ.

ນັກ​ຮຽນ​ຮູ້ ອາກ​ຊັງ​ຕິນ ຍ້ອງ​ຍໍ​ຊົມ​ເຊີຍ​ໄຊ​ນະ​ນະ​ວັນ​ທີ 30 ເມ​ສາ ຂອງ ຫວຽດ​ນາມ

ທ່ານ Ezequiel Ramoneda.

ທ່ານ Ramoneda ຖືວ່າ ຈາກພື້ນຖານໄຊຊະນະເມື່ອປີ 1975 ນັ້ນ, ປະຊາຊົນ ຫວຽດນາມ ໄດ້ສ້າງສາປະເທດໃຫ້ນັບມື້ນັບພັດທະນາ, ທີ່ຕັ້ງບົດບາດໃນເວທີສາກົນ ກໍໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ຫວຽດນາມ ໄດ້ປະກອບສ່ວນທີ່ມີປະສິດທິຜົນຫຼາຍຢ່າງ ແລະ ປະຕິບັດສຳເລັດບົດບາດຫຼັກແຫຼ່ງແກ່ນສານໃນບັນດາອົງການຈັດຕັ້ງ, ເວທີປາໄສ, ພິເສດແມ່ນ ສປຊ ແລະ ອາຊຽນ. ຫວຽດນາມ ເປັນເຈົ້າການຍົກອອກຫຼາຍຂໍ້ລິເລີ່ມທີ່ມີຫົວຄິດປະດິດສ້າງໃນບັນດາອົງການຈັດຕັ້ງ, ເວທີປາໄສສາກົນສຳຄັນ ແລະ ກາຍເປັນຕ່ອງໂສ້ສຳຄັນໃນຫຼາຍລະບົບເສດຖະກິດຂອງພາກພື້ນ ແລະ ໃນທົ່ວໂລກ.

ທ່ານ Ezequiel ​ໃຫ້​ຮູ້​ວ່າ: ​ໃນ​ບົດ​ຂຽນ​ສະ​ເຫຼີ​ມສະຫຼອງ 94 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຢືນຢັນ​ເຖິງ​ສາຍ​ພົວພັນ​ທາງ​ສາຍ​ເລືອດ​ລະຫວ່າງ​ພັກ ​ແລະ ປະຊາຊົນ, ລ້ວນ​ແຕ່​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ. ປະຊາຊົນ​ແມ່ນ​ເປົ້າ​ໝາຍ ​ແລະ ກຳລັງ​ແຮງ​ຂອງ​ການ​ປະຕິວັດ​ຫວຽດນາມ. ບົດບາດ​ນຳພາ​ຂອງ​ພັກ​ກອມ​ມູນິດ​ໄດ້​ຮັບ​ການ​ເຊີດ​ຊູ​ສູງ​ໂດຍ​ອີງ​ໃສ່​ອຳນາດ​ປະຊາຊົນ. ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແມ່ນ​ປັດ​ໄຈ​ຕັດສິນ​ໃຈ​ປຸກລະດົມ, ​ເຊີດ​ຊູ​ບົດບາດ​ອັນ​ໃຫຍ່​ຫຼວງ​ຂອງ​ປະຊາຊົນ​ໃນ​ຂະ​ບວນການ​ປະຕິວັດ​ຫວຽດນາມ.

ຕາມ​ທ່ານ Ramoneda ​ແລ້ວ, ​ໃນ​ລະດັບ​ສາກົນ, ບົດບາດ ​ແລະ ທີ່​ຕັ້ງ​ຂອງ​ຫວຽດນາມ ກໍ່​ໄດ້​ຮັບ​ການ​ຢືນຢັນ​ນັບ​ມື້​ນັບ​ສູງ​ຂຶ້ນ. ຫວຽດນາມ ​ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ບົດບາດ​ສຳຄັນ​ຂອງ​ບັນດາ​ອົງການ, ​ເວທີ​ປາ​ໄສ, ພິ​ເສດ​ແມ່ນ​ສະຫະ​ປະຊາ​ຊາດ (ສປຊ) ​ແລະ ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ). ຫວຽດນາມ ຕັ້ງໜ້າ​ສະ​ເໜີ​ຫຼາຍ​ແນວ​ຄວາມ​ຄິດ​ສ້າງສັນ​ຢູ່​ບັນດາ​ອົງການ ​ແລະ ​ເວທີ​ປາ​ໄສ​ສາກົນ​ທີ່​ສຳຄັນ, ພິ​ເສດ​ແມ່ນ ອາ​ຊຽນ, ASEM, APEC, UN, G7, G20... ຫວຽດນາມ ​ໄດ້​ກາຍ​ເປັນ​ຈຸດ​ເຊື່ອມ​ຕໍ່​ທີ່​ສຳຄັນ​ໃນ​ຫຼາຍ​ຂົງ​ເຂດ​ເສດຖະກິດ​ພາກ​ພື້ນ ​ແລະ ​ໂລກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.