ເກີ່ນເທີ ແບ່ງປັນ​ບັນດາ​ມາດ​ຕະການຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ ກັບ​ຜູ້ຕາງໜ້າ​ບັນດາ​ປະ​ເທດກຸ່ມ G4

11:03 | 26/04/2024

ຍສໝ - ວັນທີ 17 ເມສາ, ທ່ານ ຫງວຽນຫງອກແຮ່ - ຮອງປະທານຄະນະກໍາມະການປະຊາຊົນນະຄອນ ເກີ່ນເທີ - ພ້ອມກັບການນໍາບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງ ກໍໄດ້ມີການພົບປະກັບຄະນະປະຕິບັດງານຂອງກຸ່ມ G4 ລວມມີສະຖານທູດບັນດາປະເທດຄື: ການາດາ, ນິວຊີແລນ, ນອກແວ ແລະ ສະ​ວິດ ທີ່​ໄປ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ ​ເກີ່ນ​ເທີ.

ພີ່ມ​ທະວີ​ການ​ຮ່ວມ​ມື, ພົບພະແລກປ່ຽນ​ປະຊາຊົນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ ​ຫວຽດນາມ ກັບ​ແຂວງ ​ກວາງຊີ (ຈີນ) ພີ່ມ​ທະວີ​ການ​ຮ່ວມ​ມື, ພົບພະແລກປ່ຽນ​ປະຊາຊົນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ ​ຫວຽດນາມ ກັບ​ແຂວງ ​ກວາງຊີ (ຈີນ)
ດາໜັງ ​​ໄດ້​ຮັບ​ເງິນ​ກ່ວາ 2,7 ຕື້​ດົ່ງ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຂະໜາດກາງ ແລະ ນ້ອຍ ​ໂດຍ​ອົງການ Catalyste+ ອຸປະຖຳ ດາໜັງ ​​ໄດ້​ຮັບ​ເງິນ​ກ່ວາ 2,7 ຕື້​ດົ່ງ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຂະໜາດກາງ ແລະ ນ້ອຍ ​ໂດຍ​ອົງການ Catalyste+ ອຸປະຖຳ

ທີ່​ການ​ເຮັດວຽກ, ​ໂດຍ​ຕາງໜ້າ​ໃຫ້​ຄະນະປະຕິບັດງານ, ທ່ານ​ນາງ Leigh McCumber - ຮອງເອກອັກຄະລັດຖະທູດສະຖານທູດ ກາ​ນາ​ດາ ປະຈຳ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ ຈຸດປະສົງຂອງ​ຄະນະ​ມາ​ຍັງ ນະຄອນ ​ເກີ່ນ​ເທີ ໃນ​ຄັ້ງ​ນີ້ ແມ່ນເພື່ອຊອກ​ຮູ້​ບັນດາ​ຂໍ້​ມູນ​ທີ່ກ່ຽວ​ຂ້ອງກັບບັນດາ​ບັນຫາ​ນ້ຳ​ຂອງແມ່ນ້ຳຂອງ, ສະພາບການເຈື່ອນພັງ, ຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ຕໍ່ກັບທ້ອງຕະຫຼາດແຮງງານ, ການຍ້າຍຖິ່ນຖານ ແລະ ບັນດາຄວາມຮຽກຮ້ອງຕ້ອງການກ່ຽວກັບການໜູນຊ່ວຍ, ການຮ່ວມມືຂອງນະຄອນ ເກີ່ນເທີ ແລະ ເຂດທົ່ງພຽງແມ່ນ້ຳຂອງ ກັບບັນດາປະເທດໃນກຸ່ມ G4.

ຄະນະ​ຜູ້​ແທນ ກໍສະເໜີ​ໃຫ້​ການ​ນຳ​ນະຄອນ ​ແບ່ງປັນ​ບັນດາ​ມາດ​ຕະການ​ຮັບ​ມື​ຂອງ​ນະຄອນທີ່ກ່ຽວຂ້ອງເຖິງການ​ແກ້​ໄຂ​ຜົນ​ສະທ້ອນ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ກໍຄືແບ່ງປັນ​ບາງຮູບແບບ ທີ່​ພວມ​ຜັນ​ຂະຫຍາຍຢ່າສຳເລັດຜົນ​ຢູ່​ທ້ອງ​ຖິ່ນ.

ເກີ່ນເທີ ແບ່ງປັນ​ບັນດາ​ມາດ​ຕະການຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ ກັບ​ຜູ້ຕາງໜ້າ​ບັນດາ​ປະ​ເທດກຸ່ມ G4

ໂດຍແຈ້ງໃຫ້ຄະນະ​ປະຕິບັດງານ, ທ່ານ ຫງວຽນຫງອກແຮ່ - ຮອງປະທານຄະນະກໍາມະການປະຊາຊົນນະຄອນ ເກີ່ນເທີ ໃຫ້​ຮູ້​ວ່າ ນະຄອນ ​ເກີ່ນ​ເທີ ​ແມ່ນ​ເຂດ​ໃຈກາງ​ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ດ້ວຍ​ເງື່ອນ​ໄຂ​ທຳ​ມະ​ຊາດ, ດິນ​ທີ່ອຸດົມສົມບູນ, ໍ​ອາກາດທີ່ອົບອຸ່ນ; ມີແຫຼ່ງວັດຖຸດິບ​ຂອງ​ ເຂົ້າ, ຫມາກ​ໄມ້, ອາ​ຫານ​ທະ​ເລທີ່​ອຸ​ດົມສົມບູນ. ນະຄອນ ຍັງມີທີ່ຕັ້ງພູມສາດທີ່ສະດວກພໍສົມຄວນ, ເຊິ່ງຫ່າງຈາກທະເລຕາເວັນອອກ ປະມານ 80 ກິໂລແມັດ ສະນັ້ນ, ເງື່ອນໄຂແຫຼ່ງຊັບພະຍາກອນນ້ຳຈືດ ກໍ່ມີເງື່ອນໄຂສະດວກກວ່າບາງແຂວງໃນຂົງເຂດ... ເຖິງຢ່າງໃດກໍ່ຕາມ, ຕໍ່ກັບຜົນສະທ້ອນທີ່ນັບມື້ນັບຈະແຈ້ງຂອງການປ່ຽນແປງຂອງດິນຟ້າອາກາດ, ຜົນກະທົບຈາກໄພທຳມະຊາດ, ທັງໄພມະນຸດ, ນະຄອນຍາມໃດກໍມີສະຕິ, ບໍ່ປະໝາດໃນການຮັບມືກັບສິ່ງທ້າທາຍຕ່າງໆ ເຊັ່ນ: ການເຈື່ອນພັງຂອງຝັ່ງແມ່ນ້ຳ, ນໍ້າຖ້ວມໃນຕົວເມືອງ, ພະຍຸທໍນາໂດ; ສະພາບການໄພແຫ້ງແລ້ງ, ຂາດນ້ຳ, ທະເລແຊກຊຶມເຂົ້າ...

ຕາມ​ທ່ານ ຫງວຽນຫງອກແຮ່ ​ແລ້ວ, ຕໍ່ບັນດາການຜັນແປ​ທີ່ສັບສົນຂອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ນະຄອນ ເກີ່ນເທີ ໄດ້​ວາງອອກບັນດາ​ວິທີແກ້​ໄຂ​ຈຸດສຸມຄື: ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາ​ຄົມ; ຜັນຂະຫຍາຍບັນດາມາດຕະການໂຄງການ ແລະ ບໍ່ເປັນໂຄງການ; ການ​ລົງທຶນ​ພື້ນຖານໂຄງລ່າງຊົນລະປະທານ, ຄົມມະນາຄົມທາງ​ນ້ຳ ​ແລະ ທາງບົກ. ຄຽງຄູ່ນັ້ນ, ເພື່ອແກ້ໄຂບັນຫານໍ້າຖ້ວມໃນຕົວເມືອງ, ນະຄອນ ກໍຍັງໄດ້ຜັນຂະຫຍາຍມາດຕະການກິດຈະກຳປ້ອງກັນເຂດຫົ້ງ ເພື່ອສູບນໍ້າ, ປັບລະດັບນໍ້າ, ນຳລະບົບຕ້ານໄພນໍ້າຖ້ວມເຂົ້າເຄື່ອນໄຫວຢ່າງມີປະສິດທິຜົນ. ສຳລັບເຂດຊົນນະບົດ, ນະຄອນ ຍັງມີແຜນການຍຸດທະສາດໄລຍະຍາວ ແມ່ນຈະການ​ປ່ຽນ​ແປງ​ການ​ຜະລິດລະດູການປູກຝັງ, ການ​ປ່ຽນ​ແປງໂຄງປະກອບການ​ປູກຝັງ ​ແລະ ການ​ລ້ຽງສັດ​ໃຫ້​ສອດຄ່ອງ​ກັບ​ລັກສະນະ​ດິນ​ຟ້າ​ອາກາດ, ສະພາບ​ອາກາດ.

​ທ່ານ ຫງວຽນຫງອກແຮ່ ກໍໃຫ້​ຮູ້​ວ່າ ບໍ່​ພຽງ​ແຕ່​ແຂວງ ເກີ່ນເທີ ເທົ່າ​ນັ້ນ ຫາກ​ຍັງ​ມີ​ຫຼາຍ​ທ້ອງ​ຖິ່ນ​ໃນ​ຂົງເຂດ ກໍໄດ້ສະເໜີແນະ​ໃຫ້​ລັດຖະບານ​ ຕ້ອງມີ​ການ​ຮ່ວມ​ມື​ສາກົນ​ ເພື່ອ​ມຸ່ງໄປເຖິງການ​ປົກ​ປັກ​ຮັກສາ​ແຫຼ່ງນ້ຳ, ຕ້ານທະເລແຊກຊຶມເຂົ້າ ເພື່ອ​ຕອບ​ສະໜອງ ​ແລະ ດັດປັບກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢ່າງ​ມີ​ປະສິດທິ​ຜົນ. ການ​ນຳ​ນະຄອນ​ ກໍ​ໄດ້​ຮັບ​ຮູ້​ວ່າ ຕໍ່ການ​ຜັນ​ແປ​ທີ່​ສັບສົນ, ບໍ່​ອາດຄາດ​ຄະ​ເນການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດໄດ້ນັ້ນ​, ນະຄອນ ​ເກີ່ນ​ເທີ ຍັງ​ຂາດ​ປະສົບ​ການ​ໃນ​ການ​ປະຕິບັດ. ສະ​ນັ້ນ, ນະຄອນ ປາດ​ຖະໜາ​ຢາກ​ແບ່ງປັນ​ປະສົບ​ການ ​ແລະ ​ໄດ້​ຮັບ​ການ​ໜູນ​ຊ່ວຍ, ການ​ຮ່ວມ​ມື​ຈາກ​ບັນດາ​ປະ​ເທດ​ໃນ​ກຸ່ມ G4 ​ໃນ​ບັນດາບັນຫາຍົກ​ສູງ​ຄວາມ​ຮັບ​ຮູ້ຂອງສະມາຄົມ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ບັນດາ​ວິທີແກ້​ໄຂການຕອບສະໜອງການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ກ່ຽວ​ກັບບັນດາບັນຫາຄວາມສະດວກ, ການຫາລ້ຽງຊີບຂອງ​ປະຊາຊົນ; ບັນ​ຫາ​ກ່ຽວ​ກັບການ​ຫຼຸດ​ຜ່ອນການປ່ອຍອາຍພິດ ເມຕານ, ຫຼຸດຜ່ອນຂີ້ເຫຍື້ອຢາງ, ເກັບຮັກສານ້ຳ, ຈຳກັດສະພາບການເຈື່ອນພັງແຄມຝັ່ງແມ່ນ້ຳ…

ທ່ານ​ນາງ Leigh McCumber ​ໃຫ້ຮູ້ວ່າ ບັນດາຂໍ້ມູນເຊິ່ງການນຳນະຄອນສະໜອງ ລ້ວນແຕ່ເໝາະສົມກັບຄວາມສົນໃຈຂອງຄະນະ ກໍ່ຄືບັນດາໂຄງການທີ່ຄະນະພວມຈັດຕັ້ງຜັນຂະຫຍາຍ​ ປລະ ໃຫ້​ຮູ້​ຕື່ມ​ວ່າ: “ບັນດາ​ຂໍ້​ມູນ​ທີ່​ຄະນະ​ຜູ້​ແທນ​ເກັບ​ກຳ​ໄດ້ ຈະ​ຊ່ວຍ​ໃຫ້​ລັດຖະບານ​ບັນດາປະ​ເທດ​ວາງ​ແຜນ​ນະ​ໂຍບາຍ ​ແລະ ບັນດາ​ໂຄງການ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ອະນາຄົດ”.

ມິງດຶກ

ເຫດການ
302 Found

Found

The document has moved here.