ຜັນ​ຂະ​ຫຍາຍ​​ສົນ​ທິສັນ​ຍາ ILO ກ່ຽວ​ກັບ​ການ​ລົບລ້າງ ​ການບັງຄັບແຮງ​ງານ​​ຢ່າງ​ມີ​ປະ​ສິດ​ທິ​ຜົນ

14:20 | 07/01/2022

ຍ​ສ​ໝ - ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫວູ​ດຶກ​ດາມໄດ້​ລົງ​ນາມ​ປະ​ກາດ​ໃຊ້​ຂໍ້​ຕົກ​ລົງ​ເລກ​ທີ 2234 ອະນຸມັດ​​ຜ່ານແຜນ​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາເລກ​ທີ 105 ຂອງ​ອົງ​ການ​ແຮງ​ງານ​ສາ​ກົນ (ILO) ກ່ຽວ​ກັບ​ການ​ລົບລ້າງ​ການບັງຄັບແຮງ​ງານ.

ຍົກ​ສູງຄວາມ​ຮັບ​ຜິດ​ຊອບ​ຂ​ອງ​ສື່ມວນ​ຊົນ, ໜັງ​ສ​ື​ພິມ​ໃນ​ການ​ຊຸກ​ຍູ້​ການ​ອົບ​ພະ​ຍົບ​ຢ່າງ​ມີ​ຄວາມ​ສະ​ເໝີ​ພາບ ຍົກ​ສູງຄວາມ​ຮັບ​ຜິດ​ຊອບ​ຂ​ອງ​ສື່ມວນ​ຊົນ, ໜັງ​ສ​ື​ພິມ​ໃນ​ການ​ຊຸກ​ຍູ້​ການ​ອົບ​ພະ​ຍົບ​ຢ່າງ​ມີ​ຄວາມ​ສະ​ເໝີ​ພາບ
ILO ສະແດງຄວາມຊົມເຊີຍຕໍ່ບາດກ້າວລົບລ້າງການ ບີບບັງຄັບແຮງງານຢູ່ຫວຽດນາມ ILO ສະແດງຄວາມຊົມເຊີຍຕໍ່ບາດກ້າວລົບລ້າງການ ບີບບັງຄັບແຮງງານຢູ່ຫວຽດນາມ
ຜັນ​ຂະ​ຫຍາຍ​​ສົນ​ທິສັນ​ຍາ ILO ກ່ຽວ​ກັບ​ການ​ລົບລ້າງ ​ການບັງຄັບແຮງ​ງານ​​ຢ່າງ​ມີ​ປະ​ສິດ​ທິ​ຜົນ
​ພາບ​ປະ​ກອບ: TTXVN

ເປົ້າ​ໝາຍ​ຂອງ​ແຜນ​ການ​ແມ່ນ​ປະ​ຕິ​ບັດ​ບັນ​ດາ​ເນື້ອ​ໃນ​ຂອງ​ສົນ​ທິ​ສັນ​ຍາ ເລກ​ທີ 105 ຢ່າງ​ມີ​ປະ​ສິດ​ທິ​ຜົນ ເໝາະ​ສົມ​ກັບ​ຂໍ້​ກຳ​ນົດ​ຂອງ​ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ ຫວຽດ​ນາມ ກໍ່​ຄື​ເງື່ອນ​ໄຂ​ເສດ​ຖະ​ກິດ, ການ​ເມືອງ, ສັງ​ຄົມ​ຂອງ ຫວຽດ​ນາມ ໃນ​ແຕ່​ລະ​ໄລ​ຍະ, ສ້າງສຳ​ເລັດ ແລະ ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ບັນດາ​ລະ​ບອບ​ລະ​ບຽບ​ການ​ປະ​ຕິ​ບັດ, ກົນ​ໄກ​ປະ​ສານ​ສົມ​ທົບ, ກົນ​ໄກ​ຕິດ​ຕາມກວດ​ກາ ແລະ ກຳ​ນົດ​ແຈ້ງ​ໜ້າ​ທີ່​ຂອງ​ແຕ່​ລະ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ.

ແຜນ​ການ​ໄດ້​ຊີ້​ແຈ້ງວ່າ ບັນ​ດາ​ວຽກ​ງານ​ລະ​ອຽດ​ມີ​ວິ​ວັດ​ການ​ປະ​ຕິ​ບັດ ແລະ ແບ່ງວຽກ​ງານ, ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ເລກ​ທີ 105.

ຕາມ​ນັ້ນ​ແລ້ວ, ໃນ​ທຸກ​ປີ, ກະ​ຊວງ​ແຮງ​ງານ - ທະ​ຫານ​ເສຍ​ອົ​ງ​ຄະ ແລະ ສັງ​ຄົມ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ, ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງປະ​ຕິ​ບັດ​ການ​ໂຄ​ສະ​ນາ​ເຜີຍ​ແຜ່ເນື້ອ​ໃນ​ສົນ​ທິ​ສັນ​ຍາ​ເລກ​ທີ 105 ແລະ ບັນ​ດາ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງເຖິງຜູ້​ອອກ​ແຮງ​ງານ​ຂອງ​ກົດ​ໝາຍ ຫວຽດ​ນາມ, ຜູ້​ນຳ​ໃຊ້​ແຮງ​ງານ, ປະ​ຊາ​ຊົນ ແລະ ບັນ​ດາ​ອົງ​ການ, ອົງ​ກາ​ນ​ຈັດ​ຕັ້ງ​ທີ່​ກ່ຽວ​ເຖິງ, ກວດ​ກາ, ປັບ​ປຸງ, ເພີ່ມ​ເພີ່ມ ຫຼື​ປະ​ກາດ​ໃຊ້​ໃໝ່ ເພື່ອ​ແນ​ໃສ່ສ້າງ​ສຳ​ເລັດ​ລະ​ບົບ​ກົດ​ໝາຍ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຂອງ ສົນ​ທິ​ສັນ​ຍາ​ເລກ​ທີ 105 ຢ່າງ​ເຂັ້ມ​ງວດ, ມີ​ປະ​ສິ​ດ​ທິ​ຜົນ​, ບຳ​ລຸງ​ສ້າງ, ຝຶກ​ອົບ​ຮົມ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດໃຫ້​ແກ່​ຜູ້​ອອກ​ແຮງ​ງານ, ຜູ້​ນຳ​ໃຊ້​ແຮງ​ງານ, ວິ​ສາ​ຫະ​ກິດ, ສະ​ຫະ​ກອນ, ບັນ​ດາ​ອົງ​ການ, ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ປ້ອງ​ກັ​ນ, ຕ້ານ ແລະ ລົບ​ລ້າງ​ການ​ບັງຄັບ​ແຮງ​ງານ.

ນັ​ບ​ແຕ່​ປີ 2021 – 2023, ກະ​ຊວງ​ແຮງ​ງານ - ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ, ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ​ສ້າງ​ເອ​ກະ​ສານ​ແນະ​ນຳ​ລະ​ອຽດ​ບັນ​ດາ​ເນື້ອ​ໃນ​ທີ່ຕ້ອງ​ປະ​ຕິ​ບັດ​ຂອງ​ສົນ​ທິ​ສັນ​ຍາ​ເລກ​ທີ 105 ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ ຫວຽດ​ນາມ ໃຫ້​ແກ່​ຜູ້​ອອກ​ແຮງ​ງານ, ຜູ້​ນຳ​ໃຊ້​ແຮງ​ງານ, ວິ​ສາ​ຫະ​ກິດ, ສະ​ຫະ​ກອນ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ.

ການ​ສ້າງ​ພື້ນ​ຖານ​ຂໍ້​ມູນ​ຂ່າວ​ສານ​ໜູນ​ຊ່ວຍວຽກ​ງານປ້ອງ​ກັນ,ຕ້ານ ລົບ​ລ້າງ ການບັງຄັບແຮງ​ງານ, ສ້າງ ແລະ ປະ​ຕິ​ບັດ​ກົນ​ໄກ​ກວດ​ກາ, ຕິດ​ຕາມກວດ​ກາ ແລະ ແກ​້​ໄຂ​ການ​ລະ​ເມີດ​ການ​ຜັນ​ຂະ​ຫຍາຍ​ໃນ​ການ​ປະ​ຕິ​ບັດ​ບັນ​ດ​າ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ຂໍ້​ກຳ​ນົດ​ຂອງ​ສົນ​ທິ​ສັນ​ຍາ​ເລກ​ທີ 105 ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ແຕ່​ປີ 2021 – 2025.

ພ້ອ​ມ​ກັນນັ້ນ, ກະ​ຊວງ​ດັ່ງ​ກ່າວ ກໍ​ມີ​ຄວາ​ມ​ຮັບ​ຜິດ​ຊອບ​ເພີ່ມ​ທະ​ວີ​ການ​ຮ່ວ​ມມື​ກັບ​ບັນ​ດາ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ປະ​ເທດ​ທີ່​ມີ​ເງື່ອນ​ໄຂ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ, ສັງ​ຄົມ ທີ່​ຄ້າຍ​ຄືນ​ກັນ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ອົງ​ການ​ບໍ່​ຂຶ້ນ​ກັ​ບ​ລັດ​ຖະ​ບານ ເພື່ອ​ແນ​ໃສ່​ແລກ​ປ່ຽນ​ຂໍ້​ມູນ, ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ​ທີ່​ກຽວ​ຂ້ອງ​ເຖິງ​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ເລກ​ທີ 105, ຮອດ​ປີ 2025 ຈະ​ຕີ​ລາ​ຄາ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ເລກ​ທີ 105 ຢ່າງ​ຮອບ​ດ້ານ ໃນ​ໄລ​ຍະ 5 ປີ​ທຳ​ອິດ ເພື່ອ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ, ຖອດ​ຖອນ​ບົດ​ຮຽນ​ປະ​ສົບ​ການ ແລະ ເພີ່ມ​ເຕີມ​ມາດ​ຕະ​ການ​ເພື່ອ​ຜັນ​ຂະ​ຫຍາຍ​ສົນ​ທິ​ສັນ​ຍາ ເລກ​ທີ 105 ຢູ່ ຫວຽດ​ນາມ ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ​ໃນ​ໄລ​ຍະ​ເວ​ລາ​ຕໍ່​ໄປ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.