ຮ່າໂນ້ຍ ສັກວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ບ້ານ ໃຫ້ແກ່ຜູ້ເປັນອຳມະພາດ, ຜູ້ສູງອາຍຸ

09:37 | 11/01/2022

ຍສໝ - ດ້ວຍ​ເປົ້າ​ໝາຍ​ສັກ​ຢາ​ປ້ອງ​ກັນ​ທົ່ວ​ປວງ​ຊົນ​ໃນ​ທົ່ວ​ເຂດ, ຫຼາຍ​ເມືອງ, ເທສະບານ ຢູ່ນະຄອນ​ ຮ່າ​ໂນ້ຍ ​ໄດ້​ປະຕິບັດ​ການ​ສັກຢາ​ໃນ​ບ້ານ​ ໃຫ້​ແກ່​ຜູ້​ເຖົ້າ, ຜູ້​ທີ່ບໍ່ແຂງແຮງ, ຄົນ​ພິການ, ​ເສຍ​ສະຕິ ​ອື່ນໆ…

ສັກວັກຊີນປ້ອງກັນພະຍາດໂຄວິດ -19 ໃຫ້ກັບແຮງງານຫວຽດນາມ 200 ຄົນຢູ່ມາເລເຊຍ ສັກວັກຊີນປ້ອງກັນພະຍາດໂຄວິດ -19 ໃຫ້ກັບແຮງງານຫວຽດນາມ 200 ຄົນຢູ່ມາເລເຊຍ
ວິສາຫະກິດຫວຽດນາມຢູ່ຕ່າງປະເທດ Steve Bui & Friends ໄດ້ປະກອບສ່ວນເຂົ້າ ໃນກອງທຶນສັກວັກຊີນຕ້ານ COVID-19 ວິສາຫະກິດຫວຽດນາມຢູ່ຕ່າງປະເທດ Steve Bui & Friends ໄດ້ປະກອບສ່ວນເຂົ້າ ໃນກອງທຶນສັກວັກຊີນຕ້ານ COVID-19

ຢູ່​ເມືອງ ດົງ​ດາ (ຮ່າ​ໂນ້ຍ), ມີ 1.000 ກວ່າ​ຄົນ​ຢູ່​ໃນ​ກຸ່ມ​ທີ່​ມີ​ຄວາມ​ສ່ຽງ​ສູງ, ຕົ້ນຕໍ​ແມ່ນ​ຜູ້​ເຖົ້າ​ທີ່​ເຄື່ອນ​ໄຫວຍາກ ​ແລະ ​ເປັນ​ອຳມະພາດ. ສະນັ້ນ, ​ແຕ່​ວັນ​ທີ 30 ທັນວາ​ນີ້, ​ເມືອງ​ດົງ​ດາ ​ໄດ້​ຈັດ​ຕັ້ງ​ການ​ສັກ​ຢາ​​ວັກ​ຊີ​ນ​ຢູ່​ບ້ານ ​ໃຫ້​ແກ່​ກຸ່ມ​ຄົນ​ຂ້າງ​ເທິງ.

ຢູ່​ແຕ່ລະຫົວໜ່ວຍ​ສັກ​ຢາ​​ວັກ​ຊີ​ນ​ຢູ່​ບ້ານ, ​ເມືອງ​ດົງ​ດາ ​ໄດ້​ຈັດ​ໃຫ້​ແພດ​ໝໍ, ພະຍາບານ, ​ເຈົ້າ​ໜ້າ​ທີ່​​ເມືອງ, ທະຫານ ​ແລະ ຕຳຫຼວດ ​ເຂົ້າ​ຮ່ວມ​ໜູນ​ຊ່ວຍ​ວຽກ​ງານ​ກ່ອນ ​ແລະ ຫຼັງການ​ສັກຢາ. ກ່ອນ​ຈະ​ສັກ​ຢາ​ວັກ​ຊີນ, ​ເມືອງ​ດົງ​ດາ ​ໄດ້​ດຳ​ເນີນ​ການ​ກວດກາ​ເລືອກເອົາເປົ້າໝາຍ​ທີ່​ໄດ້​ຮັບສັກ​ຢາ​ວັກ​ຊີນ ​ຕາມ​ການ​ຊີ້​ນຳ​ຂອງ​ກະຊວງ​ສາທາລະນະ​ສຸກ.

ຮ່າໂນ້ຍ ສັກວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ບ້ານ ໃຫ້ແກ່ຜູ້ເປັນອຳມະພາດ, ຜູ້ສູງອາຍຸ
ຮ່າໂນ້ຍ ສັກວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ບ້ານ ໃຫ້ແກ່ຜູ້ເປັນອຳມະພາດ, ຜູ້ສູງອາຍຸ. (ພາບ: TTXVN)

ຕາມ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ດົງ​ດາ​ແລ້ວ, ມາ​ຮອດ​ວັນ​ທີ 6 ມັງກອນ​ນີ້, ທົ່ວ​ເມືອງ​ໄດ້​ສັກ​ຢາ​ເຂັມ​ທີ 1 ຈຳນວນ 442 ຄົນ, ບັນລຸ 44,7% ຈຳນວນ​ຄົນ​ທີ່​ມີ​ສິດ​ໄດ້​ຮັບ​ການສັກຢາ​ຢູ່​ບ້ານ. ຫົວໜ່ວຍ​ສັກ​ຢາ​​ວັກ​ຊີ​ນ​ຢູ່​ບ້ານ ຍັງປະຕິບັດການສັກຢາສຳລັບກໍລະນີທີ່ມີເງື່ອນໄຂຄົບຖ້ວນ. ຄາດ​ວ່າ, ເມືອງ​ດົງ​ດາ​ ຈະ​ສຳ​ເລັດ​ການ​ສັກ​ຢາ​ວັກ​ຊີນເຂັມ​ທຳ​ອິດ​ໃນ​ວັນ​ທີ 9 ມັງກອນ. ນັບຕັ້ງແຕ່ການສັກຢາສໍາລັບກໍລະນີຂ້າງເທິງ, ໂດຍຜ່ານການຕິດຕາມ ແມ່ນບໍ່ມີອາການແຊກຊ້ອນຫຼັງຈາກການສັກຢາທີ່ໄດ້ຖືກບັນທຶກໄວ້.

ຕາມ​ສະຖິຕິ, ຢູ່​ ໂກ້ງວິ (ບ່າ​ດິງ) ມີ 63 ຄົນ​ທີ່​ຕ້ອງ​ໄດ້​ຮັບ​ການ​ສັກ​ຢາ​​ວັກ​ຊີນ​ຢູ່​ບ້ານ, ​ໃນ​ນັ້ນ​ຜູ້​ອາຍຸ​ສູງ​ສຸດ ​ເກີດ​ໃນ​ປີ 1921, ຄົນ​ທີ່​ອາຍຸ​ນ້ອຍ​ສຸດ​ແມ່ນ​ເກີດ​ໃນ​ປີ 1981. ການສັກຢາປ້ອງກັນແມ່ນເຮັດຢ່າງລະມັດລະວັງ ແລະ ຖືກຕາມຂໍ້ກຳນົດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.