ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ: ທົ່ວສັງຄົມສະຫງວນສິ່ງທີ່ດີທີ່ສຸດໃຫ້ແກ່ເດັກເພື່ອອະນາຄົດຂອງປະເທດຊາດ

07:07 | 10/01/2022

ວັນທີ 9 ມັງກອນ ຢູ່ຮ່າໂນ້ຍ, ສະມາຄົມນັກປະພັນ ຫວຽດນາມ ໄດ້ຈັດຕັ້ງພິທີປຸກລະດົມການຂົນຂວາຍແຕ່ງບົດປະພັນວັນນະຄະດີກ່ຽວກັບຫົວຂໍ້ອະນຸຊົນ ແລະ ມອບລາງວັນນັກປະພັນໜຸ່ມ ຄັ້ງທໍາອິດ. ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ອາຟຼິກາໃຕ້ ປະຈຳ ຫວຽດນາມ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ອາຟຼິກາໃຕ້ ປະຈຳ ຫວຽດນາມ
ທ່ານປະທານປະເທດ ຫງວຽນຊວັນຟຸກ ສິ້ນສຸດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ທ່ານປະທານປະເທດ ຫງວຽນຊວັນຟຸກ ສິ້ນສຸດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ
ທ່ານປະທານປະເທດ ຫງວຽນຊວັນຟຸກ ມອບລາງວັນນັກປະພັນໜຸ່ມ ຄັ້ງທຳອິດ (ພາບ: TTXVN)
ທ່ານປະທານປະເທດ ຫງວຽນຊວັນຟຸກ ມອບລາງວັນນັກປະພັນໜຸ່ມ ຄັ້ງທຳອິດ (ພາບ: TTXVN)

ການຂົນຂວາຍແຕ່ງບົດປະພັນວັນນະຄະດີກ່ຽວກັບຫົວຂໍ້ອະນຸຊົນ ຈະດຳເນີນໃນເວລາ 5 ປີ, ນັບແຕ່ທ້າຍປີ 2021 ຫາເດືອນ ພຶດສະພາ 2025. ເປົ້າໝາຍເຂົ້າຮ່ວມແມ່ນພົນລະເມືອງ ຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

“ບັນດາບົດປະພັນ ວັນນະຄະດີສິລະປະເຮັດໃຫ້ມະນຸດມີຊີວິດທີ່ມີກຽດສັກສີ, ວັດທະນະທຳມະນຸດ ແລະ ມີຈິດໃຈທີ່ອຸດົມສົມບູນ. ຍ້ອນເຫດນັ້ນ, ຂ້າພະເຈົ້າຊົມເຊີຍ ແລະ ສະໜັບສະໜູນຍຸດທະສາດຂອງສະມາຄົມນັກປະພັນວັນນະຄະດີ ຫວຽດນາມ ເພື່ອແນໃສ່ຜະລິດອອກບັນດາບົດປະພັນວັນນະຄະດີທີ່ດີໃຫ້ແກ່ເດັກ, ພິເສດ ແມ່ນເດັກນ້ອຍຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ. ຂ້າພະເຈົ້າຮຽກຮ້ອງໃຫ້ນັກປະພັນ ຫວຽດນາມ ຈົ່ງຂົນຂວາຍທົ່ວສັງຄົມສະຫງວນສິ່ງທີ່ດີທີ່ສຸດໃຫ້ແກ່ເດັກເພື່ອອະນາຄົດຂອງປະເທດຊາດ”.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.