ຍສໝ - ຕໍ່ກັບບັນດາຜົນງານທີ່ພົ້ນເດັ່ນ ແລະ ການປ່ຽນແປງໃໝ່ຂອງປະເທດ ຫວຽດນາມ ທີ່ເຂັ້ມແຂງແຮງກ້າ ແລະ ເຊື່ອມໂຍງເຂົ້າກັບສາກົນ, ຊາວຫວຽດນາມ ຢູ່ ລາວ ກໍ່ຮູ້ສຶກມີຄວາມສຸກ, ເອກອ້າງທະນົງໃຈ ແລະ ຮັກບ້ານເກີດເມືອງນອນຫຼາຍກວ່າອີກ.
ຍສໝ - ໃນໃຈຂອງຄູອາຈານ ແລະນັກຮຽນຢູ່ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ, ຮູບພາບປະທານໂຮ່ຈີມິນ ຍາມໃດກໍ່ໃກ້ຊິດຕິດແທດ, ເປັນແບບຢ່າງທີ່ລຽບງ່າຍແຕ່ສູງສົ່ງ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ເວທີປາໄສ “ນັກປັນຍາຊົນ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ຕ່າງປະເທດ” ປີ 2024 ຢູ່ ຮ່າໂນ້ຍ, ທ່ານ ສຈ. ຫງຽມດຶກລອງ (ປະທານສະມາຄົມນັກປັນຍາຊົນ ແລະ ນັກຊ່ຽວຊານ ຫວຽດນາມ ປະຈຳ ອົດສະຕາລີ, ຜູ້ອຳນວຍການສູນວິທະຍາສາດ ແລະ ເຕັກໂນໂລຢີນ້ຳ ແລະ ນ້ຳເສຍ, ມະຫາວິທະຍາໄລເຕັກໂນໂລຢີ Sydney, ອົດສະຕາລີ) ໄດ້ຍົກອອກຂໍ້ສະເໜີ 03 ຂໍ້ເພື່ອປະກອບສ່ວນໃນການສ້າງແຫຼ່ງຊັບພະຍາກອນມະນຸດ, ຖ່າຍທອດເຕັກໂນໂລຢີ ແລະ ຮ່ວມມືກັບບັນດາອົງການຢູ່ ຫວຽດນາມ.
ຍສໝ - ວັນທີ 6 ກັນຍາ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ກ່ຽວກັບກົດໝາຍວ່າດ້ວຍທີ່ດິນ ແລະ ກົດໝາຍວ່າດ້ວຍບັດປະຈຳຕົວ ໃຫ້ແກ່ພະນັກງານ, ລັດຖະກອນ, ຜູ້ອອກແຮງງານຂອງຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ, ຜູ້ແທນຊາວຫວຽດນາມ ຢູ່ຕ່າງປະເທດ, ພີ່ນ້ອງຊາວຫວຽດນາມ ຢູ່ຕ່າງປະເທດ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີຫຼາຍການເຄື່ອນໄຫວທີ່ອຸດົມສົມບູນ ແລະ ມີຄວາມໝາຍໄດ້ຈັດຂຶ້ນຢູ່ ກູບາ, ສະຫະພັນລັດເຊຍ ແລະ Tazania. ບັນດາການເຄື່ອນໄຫວໄດ້ດຶງດູດການເຂົ້າຮ່ວມຂອງຊາວຫວຽດນາມ ແລະ ເພື່ອນມິດສາກົນເປັນຈຳນວນຫຼວງຫຼາຍ, ພ້ອມກັນສະແດງຄວາມເຄົາລົບນັບຖືຈິດໃຈຮັກຊາດ ແລະ ຄວາມສາມັກຄີແຫ່ງຊາດ.
ຍສໝ - ໃນການໄປຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນກະຊວງການຕ່າງປະເທດ ຫວຽດນາມ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ອາເມລິກາ ໃນທ້າຍເດືອນສິງຫາ 2024, ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ, ປະທານຄະນະກຳມະການ ໄດ້ຮັບຖະແຫຼງການຈາກເຈົ້າຄອງນະຄອນຊານຟານຊິດສໂກ ລົງນາມ ດ້ວຍເນື້ອໃນປະກາດເອົາວັນທີ 2 ກັນຍາ ປີ 2024 ເປັນວັນມໍລະດົກມິດຕະພາບ ຫວຽດນາມ - ອາເມລິກາ ຢູ່ນະຄອນ ແລະ ຂອບເຂດຂອງ ຊານຟານຊິດສໂກ ປີ 2024.
ຍສໝ - ໃນບັນຍາກາດສະເຫຼີມສະຫຼອງວັນຊາດວັນທີ 2 ກັນຍາ ຂອງທົ່ວປວງຊົນທັງຊາດ, ປະຊາຄົມຊາວຫວຽດນາມ ອາໄສຢູ່ບາງສະຖານທີ່ຂອງ ການາດາ ໄດ້ຈັດພິທີເອົາທຸງຊາດຂຶ້ນຢູ່ສຳນັກງານເທດສະບານນະຄອນ ທີ່ພວກເຂົາດຳລົງຊີວິດເພື່ອສະແດງຄວາມເອກອ້າງທະນົງໃຈ ແລະ ນ້ຳໃຈຄວາມສາມັກຄີພ້ອມກັນມຸ່ງໄປເຖິງປະເທດຊາດ.
ຍສໝ - ວັນທີ 22 ສິງຫາ, ຢູ່ “ເວທີປາໄສບັນດານັກປັນຍາຊົນ ແລະ ຊ່ຽວຊານ ຫວຽດນາມ ຢູ່ຕ່າງປະເທດ” ໃນຂອບເຂດ “ກອງປະຊຸມ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດທົ່ວໂລກ ຄັ້ງທີ 4” ໄດ້ດຳເນີນຢູ່ ຮ່າໂນ້ຍ, ທ່ານ ປອ ເລວຽດກວັ໋ກ (ນັກຄົ້ນຄ້ວາ AI ຂອງກຸ່ມ Google) ໄດ້ແບ່ງປັນກັບນັກຂ່າວວາລະສານ ເທີຍດ້າຍ ກ່ຽວກັບ 4 ກຸ່ມມາດຕະການແກ້ໄຂ ເພື່ອຍາດແຍ່ງກາລະໂອກາດພັດທະນາປັນຍາປະດິດຢູ່ ຫວຽດນາມ.
ຍສໝ - “ກອງປະຊຸມ ຊາວຫວຽດນາມ ຢູ່ຕ່າງປະເທດທົ່ວໂລກ ຄັ້ງທີ 4”, “ເວທີປາໄສປັນຍາຊົນ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ຕ່າງປະເທດ ປີ 2024” ດ້ວຍຫົວຂໍ້ “ຊາວຫວຽດນາມ ຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈປະຕິບັດຄວາມຕັ້ງຫວັງພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ” ໄດ້ດຳເນີນໄປແຕ່ວັນທີ 21-24 ສິງຫາ, ຢູ່ ຮ່າໂນ້ຍ.
ຍສໝ - ຕອນບ່າຍວັນທີ 23 ສິງຫາ, ຢູ່ທີ່ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ດີເດັ່ນເຂົ້າຮ່ວມກອງປະຊຸມ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດທົ່ວໂລກ ຄັ້ງທີ 4. ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ຢືນຢັນວ່າ ປະຊາຄົມ ຊາວຫວຽດນາມ ຢູ່ຕ່າງປະເທດໄດ້ປະກອບສ່ວນອັນສຳຄັນສຳລັບບັນດາຜົນສຳເລັດຂອງການເຄື່ອນໄຫວການທູດປະຊາຊົນໃນພາລະກິດແຫ່ງການປ່ຽນແປງໃໝ່.
ຍສໝ - ທ່ານນາງ ຫງວຽນທິຢ້ຽວລິງ, ປະທານສະຫະສະມາຄົມຊາວໜຸ່ມ, ນັກສຶກສາ ຫວຽດນາມ ປະຈຳ ເອີລົບ ໃຫ້ຮູ້ຄືແນວນັ້ນເມື່ອຕີລາຄາກ່ຽວກັບບົດບາດຂອງຊາວໜຸ່ມຫວຽດນາມ ອາໄສຢູ່ຕ່າງປະເທດໃນວຽກງານຂອງຄະນະຊາວໜຸ່ມຢູ່ຕ່າງປະເທດ.
ຍສໝ - ຫ້ອງຮຽນພາສາ ຫວຽດ ທີ່ຮັກແພງສຳລັບເດັກນ້ອຍຫວຽດນາມ ລຸ້ນທີ 2 ແລະ 3 ຢູ່ເຂດ Kansai, Osaka (ຍີ່ປຸ່ນ) ໄດ້ດຶງດູດນັກຮຽນ 100 ກວ່າຄົນ, ໃນນັ້ນ ມີນັກຮຽນແບບເຊິ່ງໜ້າ 30 ຄົນ ແລະ ນັກຮຽນອອນໄລ 70 ຄົນ ມີອາຍຸແຕ່ 5-14 ປີ.
ຍສໝ - ວັນທີ 19 ສິງຫາ, ຢູ່ນະຄອນຫຼວງ Cairo, ສະຖານທູດ ຫວຽດນາມ ປະຈຳ ອີຢິບ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2024).
ຍສໝ - ວັນທີ 11 ສິງຫາ ຢູ່ທີ່ສະໜາມກິລາໂກຊີໂດ (Koshido) ເມືອງນາໂກຢາ, ປະເທດຍີ່ປຸ່ນ ໄດ້ຈັດງານແຂ່ງຂັນກິລາບານເຕະຂອງປະຊາຄົມຊາວຫວຽດນາມ ທີ່ກໍາລັງສຶກສາ, ອອກແຮງງານ ແລະ ດຳລົງຊີວິດຢູ່ເຂດໂຕກາຍ, ຍີ່ປຸ່ນ “FAVIJA TOKAI CUP 2024”.
ຍສໝ - ໃນວັນທີ 7 ສິງຫານີ້, ຄະນະຜູ້ແທນແຂວງເບັ້ນແຈ່ ໂດຍທ່ານ ເຈື່ອງມິ່ງຍຶດ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງເບັ້ນແຈ່ ເປັນຫົວໜ້າຄະນະ ໄດ້ມີການເຮັດວຽກ ແລະ ແລກປ່ຽນບົດຮຽນປະສົບການໃນການເຄື່ອນໄຫວກັບສະມາຄົມຕິດຕໍ່ຊາວຫວຽດນາມຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ.
ຍສໝ - ນີ້ແມ່ນການແບ່ງປັນຂອງທ່ານ ຟ້າມດິ່ງເທືອງ, ປະທານສະມາຄົມ ຊາວຫວຽດນາມ ຢູ່ແຂວງ Saitama (ຍີ່ປຸ່ນ) ກ່ຽວກັບບົດບາດ ແລະ ການປະກອບສ່ວນຂອງປະຊາຄົມ ຊາວຫວຽດນາມ ຢູ່ແຂວງ Saitama.
ຫວ່າງແລ້ວນີ້, ທ່ານ ຟ້າມຮຸ່ງເຕິມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ໄດ້ໃຫ້ການຕ້ອນຮັບ ທ່ານ Kim Sampson ປະທານສະມາຄົມມິດຕະພາບ ອົດສະຕາລີ - ຫວຽດນາມ ຢູ່ສຳນັກງານສະຖານທູດປະຈຳນະຄອນ Canberra.
ຍສໝ - ວັນທີ 4 ສິງຫາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ແຂວງ ກວາງນາມ ໄດ້ຈັດຕັ້ງພິທີມອບລົດເຂັນ 20 ຄັນໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ບັນດາເມືອງ ທັງບິ່ງ, ຕາມກີ, ຝູນິງ, ນູຍແທ່ງ. ລົດເຂັນຈຳນວນນີ້ແມ່ນໂດຍທ່ານນາງ ເຈີ່ນໂຕ໋ງ່າ, ຊາວຫວຽດນາມ ອາໄສຢູ່ ຝລັ່ງ ເຊື່ອມຕໍ່ເພື່ອຮຽກຮ້ອງການໜູນຊ່ວຍຈາກປະຊາຄົມຊາວ ຫວຽດນາມ ຢູ່ ສະວິດ.
ຍສໝ - ນັ້ນແມ່ນຄຳປາໄສຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໋ງ ໃນການພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມ ຊາວຫວຽດນາມ ອາໄສຢູ່ ອິນເດຍ ເຊິ່ງໄດ້ດຳເນີນໃນວັນທີ 31 ກໍລະກົດ ຢູ່ New Delhi (ອິນເດຍ).
ຍສໝ - ຫວ່າງມໍ່ໆມານີ້, ພິທີເຊີດຊູພາສາ ຫວຽດນາມ ໃນປະຊາຄົມ ຊາວຫວຽດນາມ ຢູ່ ສ.ເຊັກໂກ ໄດ້ຮັບການຈັດຂຶ້ນ.
ຍສໝ - ຜູ້ຕາງໜ້າສະມາຄົມຕິດຕໍ່ພົວພັນກັບຊາວຫວຽດນາມ ຢູ່ຕ່າງປະເທດແຂວງ ດັກລັກ ກ່າວທີ່ກອງປະຊຸມຄະນະບໍລິຫານງານເປີດກວ້າງ ຄັ້ງທີ7, ໄລຍະປີ 2021 – 2026 ສະຫຼຸບວຽກງານ 6 ເດືອນຕົ້ນປີ, ຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2024. ໃນວັນທີ 10 ກໍລະກົດ.
ຍສໝ - ຕັ້ງຄ້າຍລະດູຮ້ອນ ໂດຍຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ສົມທົບກັບຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ແລະ ພະແນກການຕ່າງປະເທດນະຄອນດ່າໜັງ ຈັດຂື້ນ. ນີ້ແມ່ນໂອກາດເພື່ອໃຫ້ນັກທ່ອງທ່ຽວຕັ້ງແຄ້ມແຕ່ລະຄົນໄດ້ສຳຜັດກັບລະດັບຄວາມແຕກຕ່າງກັນກ່ຽວກັບບັນດາສະຖານທີ່ທີ່ຕົນໄປ, ວັດທະນະທຳ, ຮີດຄອງ, ປະເພນີຂອງຊາດຫວຽດນາມ ແລະ ບັນດາການເຄື່ອນໄຫວທີ່ຕົນເຂົ້າຮ່ວມ.
ຍສໝ - ຕາມທ່ານເອກອັກຄະລັດຖະທູດ ດິງຕວ່ານຖັງ ແລ້ວ, ການໂຄສະນາວັດທະນະທຳແມ່ນໜ້າທີ່ສຳຄັນ. ບັນດາອົງການຕາງໜ້າ ປະຈຳ ຝລັ່ງ ໄດ້ມານະພະຍາຍາມປະຕິບັດຫຼາຍກິດຈະກຳ ເພື່ອແນໃສ່ເຊີດຊູບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງ ຫວຽດນາມ ເຖິງເພື່ອນມິດສາກົນ.
ຍສໝ - ວັນທີ 25 ກໍລະກົດ, ຊາວໜຸ່ມ, ນັກສຶກສາຫວຽດທີ່ຢູ່ຕ່າງປະເທດໄດ້ມີໂອກາດໄປຮຽນຮູ້ກ່ຽວກັບວັດທະນະທໍາຈໍ່າ, ມໍລະດົກຫໍ, ທາດ ແລະ ວັດທະນະທໍາຊົນເຜົ່າຈໍ່າຢູ່ເຂດພື້ນທີ່ມີລົມຫາດຊາຍ ນິ່ງທ້ວນ ແລະ ບິ່ງທ້ວນ.
ຍສໝ - ວັນທີ 25 ກໍລະກົດ, ຢູ່ແຂວງ ນິງທ້ວນ, ແຂວງ ບິ່ງທ້ວນ, ຊາວໜຸ່ມ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 120 ຄົນໄດ້ໄປຢ້ຽມຢາມ ແລະ ຊອກຮູ້ວັດທະນະທຳ ຊາວເຜົ່າຈຳ.
ຍສໝ - “ສະຖານທີ່ນັດພົບກັນຂອງພີ່ນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເລກທີ 1” ໃນປີ 2024 ດ້ວຍການປະກອບຄໍາເຫັນຫຼາຍຢ່າງຂອງບັນດາພີ່ນ້ອງຊາວຫວຽດນາມທີ່ຢູ່ຕ່າງປະເທດປິ່ນອ້ອມບັນຫາການຕິດຕາມກວດກາແຫຼ່ງທີ່ມາຂອງຜະລິດຕະພັນ, ຮັບປະກັນຄວາມສະອາດປອດໄພຂອງອາຫານເພື່ອສົ່ງອອກ.
ຍສໝ - ໃນຊຸມມື້ນີ້, ທົ່ວພັກ, ກອງທັບ ແລະ ປະຊາຊົນທົ່ວປວງຊົນລ້ວນແຕ່ສະແດງຄວາມໄຫວ້ອາໄລເຖິງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ່າງສຸດຊຶ້ງ. ໃນຂະນະທີ່ປະຕິບັດໜ້າທີ່ຢູ່ຫ່າງໄກເປັນສິບພັນກິໂລແມັດຈາກປະເທດຊາດ, ຄະນະປະຕິບັດງານຮັກສາສັນຕິພາບຂອງ ສະຫະປະຊາຊາດຢູ່ ຊູດັງໃຕ້ ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສະຫະປະຊາຊາດ ໄດ້ເອົາທຸງລົງເຄິ່ງເສົາ ແລະ ຕັ້ງແທ່ນບູຊາຕໍ່ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເພື່ອໃຫ້ເພື່ອນມິດສາກົນໄດ້ມາໄຫວ້ອາໄລ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈ.
ຍສໝ - ວັນທີ 24 ກໍລະກົດ, ສະຖານທູດ ຫວຽດນາມ ປະຈໍາ ຕ່າງປະເທດຄື: ກູບາ, Algeria, ອາຟະລິກາໃຕ້ ໄດ້ເອົາທຸງລົງເຄິ່ງເສົາ, ປະກາດເປີດປຶ້ມໄຫວ້ອາໄລ ແລະ ຈັດພິທີໄຫວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.
ຍສໝ - ໄປໃສກໍຕ້ອງຄິດວ່າຕົນເອງເປັນ “ລູກຫຼານ ລາກຮົ່ງ”, ບໍ່ວ່າຈະເຮັດຫຍັງກໍຕ້ອງຄິດວ່າຕົນເອງເປັນຊາວ ຫວຽດນາມ; ຮັກສາສີສັນຂອງຊາດ, ຮັກສາພາສາ ຫວຽດນາມ, ໂຄສະນາພາບພົດຂອງ ຫວຽດນາມ ໄປສູ່ເພື່ອນມິດໃນທົ່ວໂລກ... ນັ້ນແມ່ນຄຳຕັກເຕືອນຂອງ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຖິງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.
ຍສໝ - ນີ້ແມ່ນການແບ່ງປັນຂອງທ່ານ Peter ຮົ່ງ, ກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ປະທານສະມາຄົມນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກ່ຽວກັບທີ່ຕັ້ງຂອງປະເທດຊາດພາຍໃຕ້ການນຳພາຂອງ ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.